Sunday, September 8, 2024
Homeຂ່າວດ່ວນ6 ເດືອນຜ່ານມາ ແຂວງອຸດົມໄຊ ສາມາດມ້າງ ແລະ ແກ້ໄຂຄະດີຢາເສບຕິດໄດ້ 93 ລາຍ

6 ເດືອນຜ່ານມາ ແຂວງອຸດົມໄຊ ສາມາດມ້າງ ແລະ ແກ້ໄຂຄະດີຢາເສບຕິດໄດ້ 93 ລາຍ

ແຂວງອຸດົມໄຊ ສຸມໃສ່ຈັດຕັ້ງປະຕິບັດ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ຕິດພັນກັບການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດຕາມ 6 ໜ້າວຽກຈຸດສຸມຢ່າງຈິງຈັງ ເຮັດໃຫ້ 6 ເດືອນຕົ້ນປີ 2024 ນີ້ ສາມາດມ້າງ ແລະ ແກ້ໄຂຄະດີຢາເສບຕິດ ໄດ້ຈໍານວນ 93 ລາຍ, ກັກຕົວຜູ້ຖືກຫາໄດ້ 133 ຄົນ, ຍິງ 21 ຄົນ.

ທ່ານ ບຸນຄົງ ຫຼ້າຈຽມພອນ, ເຈົ້າແຂວງອຸດົມໄຊ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນ ທີ 5 ກໍລະກົດ 2024 ທີ່ຫ້ອງວ່າການແຂວງອຸດົມໄຊ ວ່າ: ນອກຈາກນາກສາມາດມ້າງ ແລະ ແກ້ໄຂຄະດີຢາເສບຕິດ ໄດ້ຈໍານວນ 93 ລາຍ, ກັກຕົວຜູ້ຖືກຫາໄດ້ 133 ຄົນ, ຍັງສາມາດຍຶດເຄື່ອງຂອງກາງ ປະເພດ ເຮໂຣອິນ 3,6 ກຣາມ, ຢາບ້າ 85.673 ເມັດ ນໍ້າໜັກ 9,24 ກິໂລກຣາມ, ຢາຝິ່ນ 453 ກິໂລກຣາມ ແລະ ເຄື່ອງຂອງກາງອີກຈໍານວນໜຶ່ງ; ຈັບກຸມແກ້ງລັກລອບຂົນສົ່ງເງິນຕາຕ່າງປະເທດຜິດກົດ ຍຶດໄດ້ເງິນຈໍານວນ 7.740.000 ຢວນ.

ທ່ານ ເຈົ້າແຂວງອຸດົມໄຊ ໃຫ້ຮູ້ຕື່ມວ່າ: ພ້ອມນີ້ ໄດ້ສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ໃນສັງຄົມ ພາຍໃນແຂວງ ເປັນຕົ້ນ ແມ່ນແກ້ໄຂຄະດີອາຍາທາງເສດຖະກິດ, ຮ້ານຕູ້ເກມ, ຮ້ານເກັບຊື້ເຫຼັກເສດ, ຮ້ານບັນເທີງບໍລິການກາຍໂມງເວລາ, ບັນ ຫາອາວຸດເສິກ ແລະ ບັນຫາອື່ນໆ ລວມເຖິງໄດ້ເອົາໃຈໃສ່ ປ້ອງກັນເວນຍາມຈຸດຍຸດ ທະສາດທີ່ສໍາຄັນຂອງແຂວງ ແລະ ການເຄື່ອນໄຫວຂອງການນໍາມີຄວາມປອດໄພດີ.

ຜ່ານການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໄດ້ເຮັດໃຫ້ທົ່ວແຂວງສືບຕໍ່ຮັບປະກັນທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບ ຮ້ອຍໂດຍພື້ນຖານ.

ຂ່າວ: BT, ວສລ

ຂໍ້ມູນ: ຈັນສະໝອນ LNTV

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments