Sunday, September 8, 2024
Homeຂ່າວການເມືອງຈະຈັດກອງປະຊຸມພາກທຸລະກິດພະລັງງານອາຊຽນ ຄັ້ງທີ 24, ວັນທີ 25-27 ກັນຍາ

ຈະຈັດກອງປະຊຸມພາກທຸລະກິດພະລັງງານອາຊຽນ ຄັ້ງທີ 24, ວັນທີ 25-27 ກັນຍາ

ສູນພະລັງງານອາຊຽນ (ACE) ຮ່ວມກັບກະຊວງພະລັງງານ ແລະ ບໍ່ແຮ່ (MEM) ຂອງ ສປປ ລາວ ຈະເປັນເຈົ້າພາບຈັດກອງປະຊຸມພາກທຸລະກິດພະລັງງານອາຊຽນ ຄັ້ງທີ 24 (AEBF-24) ທີ່ຫໍປະຊຸມແຫ່ງຊາດ ໃນລະຫວ່າງວັນທີ 25-27 ກັນຍາ 2024 ກອງປະຊຸມດັ່ງກ່າວຈະຖືກຈັດຂຶ້ນຮ່ວມກັບ ກອງປະຊຸມລັດຖະມົນຕີ ພະລັງງານອາຊຽນ ຄັ້ງທີ 42 (AMEM-42) ໂດຍຈັດຂຶ້ນພ້ອມກັບການເປັນປະທານອາຊຽນ ຂອງ ສປປ ລາວ ພາຍໃຕ້ຄຳຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ເພື່ອເປັນເວທີເສວະນາລະດັບສູງ ແລະ ການແລກປ່ຽນຄວາມຮູ້ລະຫວ່າງເຈົ້າໜ້າທີ່ລັດ ນັກວິຊາການ ຜູ້ນໍາດ້ານອຸດສາຫະກຳ ນັກລົງທຶນ ແລະ ຜູ້ຊ່ຽວຊານດ້ານພະລັງງານ.

ທ່ານ ສຸກວິສັນ ຄິນສະໝອນ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ກ່າວໃນໂອກາດຖະແຫຼງຂ່າວ ໃນເມື່ອບໍ່ດົນມານີ້ວ່າ: “ການເປັນເຈົ້າພາບຈັດກອງປະຊຸມ AEBF-24 ຈະບໍ່ພຽງແຕ່ສະແດງໃຫ້ເຫັນເຖິງຄວາມກ້າວໜ້າໃນດ້ານພະລັງງານທີ່ຍືນຍົງຂອງ ສປປ ລາວ ເທົ່ານັ້ນ ແຕ່ຍັງເສີມສ້າງຄວາມພະຍາຍາມຮ່ວມກັນເພື່ອຊຸກຍູ້ການເຊື່ອມຈອດ ແລະ ຄວາມເຂັ້ມແຂງທາງດ້ານພະລັງງານຂອງອາຊຽນໃນອະນາຄົດ.”

ກອງປະຊຸມ AEBF-24 ຈະກາຍເປັນເວທີສໍາຄັນຂອງ ສປປ ລາວ ໃນຊຸກຍູ້ບູລິມະສິດດ້ານພະລັງງານ ລວມທັງການເພີ່ມທະວີຄວາມໝັ້ນຄົງດ້ານພະລັງງານ ການສົ່ງເສີມພະລັງງານທົດແທນ ແລະ ການພັດທະນາການເຊື່ອມຈອດທາງດ້ານພະລັງງານໃນພາກພື້ນ. ພ້ອມນັ້ນ, ກອງປະຊຸມຈະຊ່ວຍໃຫ້ ສປປ ລາວ ຮ່ວມກັບ ACE ກາຍເປັນຜູ້ນໍາພາສູ່ການປຶກສາຫາລື ກ່ຽວກັບການແກ້ໄຂບັນຫາພະລັງງານແບບຍືນຍົງ ເຊິ່ງມີຄວາມສໍາຄັນຢ່າງຍິ່ງໃນການເສີມສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດ ແລະ ສິ່ງແວດລ້ອມຂອງພາກພື້ນ.

ທ່ານ ດຣ ແອນດີ້ ຕິຣ໌ຕາ ຫົວໜ້າຝ່າຍບໍລິຫານ ສູນພະລັງງານອາຊຽນ ທັງເປັນປະທານກອງປະຊຸມ AEBF-24 ໄດ້ກ່າວວ່າ: “ກອງປະຊຸມ AEBF-24 ບໍ່ພຽງແຕ່ຊ່ວຍສະໜັບສະໜູນບູລິມະສິດດ້ານພະລັງງານຂອງ ສປປ ລາວ ເທົ່ານັ້ນ ແຕ່ຍັງປະກອບສ່ວນຊຸກຍູ້ເປົ້າໝາຍໃນພາກພື້ນຂອງ ແຜນປະຕິບັດງານອາຊຽນ ວ່າດ້ວຍການຮ່ວມມືທາງດ້ານພະລັງງານ (APAEC) ໄລຍະ II: 2021-2025 ໃນຖານະເປັນກົດບັດດ້ານພະລັງງານຂອງພາກພື້ນ ກອງປະຊຸມຈະຊຸກຍູ້ສົ່ງເສີມການຮ່ວມມື ແລະ ນໍາສະເໜີນະວັດຕະກໍາຈາກສາມພາກສ່ວນໄດ້ແກ່ ພາກລັດ ພາກເອກະຊົນ ແລະ ສະຖາບັນການສຶກສາ.”

ຂ່າວ: ວຽງຈັນທຸລະກິດ-ສັງຄົມ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments