Sunday, September 8, 2024
Homeຂ່າວການເມືອງຄົ້ນຄວ້າ ແລະ ປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍມະຕິຕົກລົງຂອງກົມການເມືອງສູນກາງພັກ

ຄົ້ນຄວ້າ ແລະ ປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍມະຕິຕົກລົງຂອງກົມການເມືອງສູນກາງພັກ

ໃນວັນທີ 4 ກໍລະກົດ ນີ້ ທີ່ຫ້ອງວ່າການສູນກາງພັກ ໄດ້ຈັດກອງປະຊຸມຄົ້ນຄວ້າ ແລະ ປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍມະຕິຕົກລົງຂອງກົມການເມືອງສູນກາງພັກ ເລກທີ 17/ກສມພ, ລົງວັນທີ 21 ມິຖຸນາ 2024 ວ່າດ້ວຍລະບອບ, ກົນໄກ, ວິທີເຮັດວຽກ ລະຫວ່າງ ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ ກັບເລຂາຄະນະພັກກະຊວງ, ອົງການ, ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ, ໂດຍພາຍໃຕ້ການເປັນປະທານ ຂອງ ສະຫາຍ ທອງສະລິດ ມັງໜໍ່ເມກ ຄະນະເລຂາທິການສູນກາງພັກ ຫົວໜ້າຫ້ອງວ່າການສູນກາງພັກ.

ກອງປະຊຸມໄດ້ເປັນເອກະພາບ ຕົກລົງສ້າງບົດບັນທຶກຮ່ວມລະຫວ່າງຫ້ອງວ່າການສູນກາງພັກ, ຫ້ອງວ່າການສໍານັກງານປະທານປະເທດ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແລະ ຄະນະເລຂາທິການສະພາແຫ່ງຊາດ ກ່ຽວກັບການຮ່ວມມືຮອບດ້ານລະຫວ່າງ 4 ຫ້ອງວ່າການຂັ້ນສູນກາງເພື່ອພ້ອມກັນຈັດຕັ້ງຜັນຂະຫຍາຍມະຕິດັ່ງກ່າວ ໃຫ້ມີຜົນສຳເລັດເປັນຈິງ. ດ້ານໜຶ່ງ ແມ່ນແນໃສ່ປັບປຸງ ແລະ ຍົກສູງຄຸນນະພາບວຽກງານເສນາທິ ການຮັບໃຊ້ການນໍາພັກ-ລັດ ໃນສະພາບການໃໝ່ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ ເວົ້າລວມ, ເວົ້າສະເພາະ ແມ່ນປັບປຸງລະບອບ, ກົນໄກການຮ່ວມມື, ການປະສານງນ, ການສະໜອງຂໍ້ມູນຂ່າວສານ, ການຄົ້ນຄວ້າ, ວິເຄາະ-ວິໄຈບັນຫາຍຸດທະສາດ ແລະ ການກະກຽມເນື້ອໃນກອງປະຊຸມຕ່າງໆ ໃຫ້ມີຄຸນນະພາບສູງຂຶ້ນ.

ໃນຕອນທ້າຍຂອງກອງປະຊຸມ ສະຫາຍ ທອງສະລິດ ມັງໜໍ່ເມກ ໄດ້ເນັ້ນໜັກໃຫ້ 4 ຫ້ອງວ່າການຂັ້ນສູນກາງ ເອົາໃຈໃສ່ສຸມເຫື່ອແຮງ, ສະຕິປັນຍາ ໃນການຈັດຕັ້ງປະຕິບັດ ມະຕິດັ່ງກ່າວ ໃຫ້ເຂົ້່າສູ່ຊີວິດຕົວຈິງ, ຮັບປະກັນການປະຕິບັດໜ້າທີ່ການເມືອງຂອງຕົນ ໃຫ້ມີຜົນສຳເລັດຕາມຈຸດປະສົງ, ຄາດໝາຍທີ່ພັກ, ລັດ ກໍ່ຄືປະຊາຊົນ ມອບໝາຍໃຫ້.

ຂ່າວ: ຫສພ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments