Sunday, September 8, 2024
Homeທຸລະກິດໂຄງການໃຫຍ່ພິເສດເຮັດໃຫ້ຫລາຍປະເທດທົ່ວໂລກຮ່ວມກັນຊົມໃຊ້ຜົນປະໂຫຍດຈາກການພັດທະນາຂອງຈີນ

ໂຄງການໃຫຍ່ພິເສດເຮັດໃຫ້ຫລາຍປະເທດທົ່ວໂລກຮ່ວມກັນຊົມໃຊ້ຜົນປະໂຫຍດຈາກການພັດທະນາຂອງຈີນ

ວັນທີ 30 ມິຖຸນາ 2024 ນີ້, ເສັ້ນທາງຜ່ານລະຫວ່າງນະຄອນເສີ່ນເຈີ້ນ-ນະຄອນຈົ່ງສ່ານ ທີ່ເປັນໂຄງການສຳຄັນລະດັບຊາດຂອງຈີນ ໄດ້ເລີ່ມເປີດແລ່ນລົດທົດລອງການບໍລິການຢ່າງເປັນທາງການ. ໂຄງການໃຫຍ່ພິເສດທີ່ມີໄລຍະທາງປະມານ 24 ກິໂລແມັດນີ້ ໄດ້ເຮັດໃຫ້ເວລາການເດີນທາງຈາກນະຄອນເສີ່ນເຈີ້ນໄປສູ່ນະຄອນຈົ່ງສ່ານຫຼຸດລົງຈາກປະມານ 2 ຊົ່ວໂມງ ເຫຼືອພຽງແຕ່ 30 ນາທີ ເທົ່ານັ້ນ, “ວົງແຫວນການເດີນທາງພາຍໃນເຄິ່ງຊົ່ວໂມງ” ທີ່ກວມເອົານະຄອນເສີ່ນເຈີ້ນ-ນະຄອນຈົ່ງສ່ານ, “ວົງແຫວນການເດີນທາງພາຍໃນ 1 ຊົ່ວໂມງ” ທີ່ກວມເອົາເຂດອ່າວໃຫຍ່ກວາງຕຸ້ງ-ຮົງກົງ-ມາກາວ ໄດ້ຄ່ອຍໆ ຫັນຈາກວິໄສທັດແຫ່ງການພັດທະນາຈົນກາຍມາເປັນຄວາມຈິງໃນຊີວິດປະຈຳວັນ.

ທາງຜ່ານລະຫວ່າງນະຄອນເສີ່ນເຈີ້ນ-ນະຄອນຈົ່ງສ່ານ ເປັນໂຄງການຄົມມະ ນາຄົມໃຫຍ່ພິເສດທີ່ສ້າງສຳເລັດອີກໂຄງການໜຶ່ງຢູ່ເຂດອ່າວໃຫຍ່ ກວາງຕຸ້ງ-ຮົງກົງ-ມາກາວ ເຊິ່ງຖັດຈາກຂົວໃຫຍ່ ແຂວງກວາງຕຸ້ງ-ຮົງກົງ-ມາກາວ, ທາງຜ່ານລະ ຫວ່າງນະຄອນເສີ່ນເຈີ້ນ -ນະຄອນຈົ່ງສ່ານ ຮ່ວມກັບ ຂົວໃຫຍ່ກວາງຕຸ້ງ-ຮົງກົງ-ມາກາວ,ຂົວໃຫຍ່ນານຊ່າ, ແລະ ຂົວໃຫຍ່ຫູເມີນທີ່ໄດ້ສ້າງສຳເລັດ ແລະ ໄດ້ເປີດແລ່ນລົດແລ້ວນັ້ນ, ປະກອບເປັນກຸ່ມທາງຜ່ານຂ້າມທະເລ ແລະ ຂ້າມແມ່ນ້ຳຢູ່ເຂດອ່າວໃຫຍ່ດັ່ງກ່າວ.

ຫຼັງຈາກທາງຜ່ານລະຫວ່າງນະຄອນເສີ່ນເຈີ້ນ -ນະຄອນຈົ່ງສ່ານເປີດບໍລິການແລ້ວ, ການປະສານງານດ້ານອຸດສາຫະກຳຢູ່ສອງຝັ່ງແມ່ນ້ຳຈູ່ຈ່ຽງຈະແໜ້ນແຟ້ນຫຼາຍກວ່າເກົ່າ, ການວາງແຜນອຸດສາຫະກຳຈະໄດ້ຮັບການປັບປຸງໃຫ້ດີກວ່າເກົ່າ, ມີຜົນດີຕໍ່ການຊຸກຍູ້ໃຫ້ຕະຫຼາດເຂດອ່າວໃຫຍ່ເຊື່ອມໂຍງເຂົ້າກັນ, ມີຜົນດີຕໍ່ການເລັ່ງລັດການສ້າງສູນນະວັດຕະກຳວິທະຍາສາດເຕັກນິກສາກົນເຂດອ່າວໃຫຍ່ ກວາງຕຸ້ງ-ຮົງກົງ-ມາກາວ, ມີຜົນດີຕໍ່ແຂວງກວາງຕຸ້ງຮ່ວມມືກັບຮົງກົງ ແລະ ມາກາວເພື່ອສ້າງເປັນເຂດອ່າວລະດັບສຸດຍອດຂອງສາກົນ ແລະ ເປັນກຸ່ມຕົວເມືອງລະດັບສຸດຍອດຂອງໂລກນຳອີກ.

ພື້ນຖານໂຄງລ່າງເປັນສິ່ງຄ້ຳປະກັນທີ່ສຳຄັນສຳລັບການພັດທະນາເສດຖະກິດສັງຄົມ, ພາຍໃຕ້ຫຼັກການກໍ່ສ້າງທີ່ລ້ຳຍຸກຢ່າງເໝາະສົມ, ການກໍ່ສ້າງພື້ນຖານໂຄງລ່າງດ້ານຄົມມະນາຄົມຂອງຈີນໄດ້ຮັບຜົນສຳເລັດແບບປະຈັກຕາຕໍ່ຊາວໂລກ, ໄດ້ສ້າງເຄືອຂ່າຍເສັ້ນທາງລົດໄຟຄວາມໄວສູງ, ເຄືອຂ່າຍທາງດ່ວນ ແລະ ກຸ່ມທ່າກຳປັ່ນລະດັບໂລກໃຫຍ່ທີ່ສຸດຂອງໂລກ. ສະໜາມບິນຕ້າຊິ່ງ ນະຄອນຫຼວງປັກກິ່ງ, ຂົວໃຫຍ່ເຂດອ່າວໃຫຍ່ກວາງຕຸ້ງ-ຮົງກົງ-ມາກາວ, ທ່າທຽບເຮືອອັດຕະໂນມັດໃນທ່າກຳປັ່ນທ່າຢາງສ່ານນະຄອນຊຽງໄຮ້ ແລະ ໂຄງການທີ່ເປັນຂີດໝາຍອື່ນໆ, ໄດ້ເປັນສັກຂີພິຍານໃຫ້ແກ່ຈີນທີ່ກ້າວໄປສູ່ປະເທດເຂັ້ມແຂງດ້ານຄົມມະນາຄົມ.

ການເຊື່ອມຈອດພື້ນຖານໂຄງລ່າງເປັນຂົງເຂດບຸລິມະສິດໃນການຮ່ວມກັນສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ”. ໃນໄລຍະ 10 ປີຜ່ານມານີ້, ຈີນ ແລະ ປະເທດທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ຊຸກຍູ້ການເຊື່ອມໂຍງເຊື່ອມຈອດກັນຢ່າງຕໍ່ເນື່ອງ, “ໂຄງການໃຫຍ່ພິເສດ” ດ້ານພື້ນຖານໂຄງລ່າງຫຼາຍໂຄງການ ໄດ້ສ້າງສຳເລັດ ຢູ່ປະ ເທດທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ເຊິ່ງເປັນການຊ່ວຍຊຸກຍູ້ໃຫ້ປະຊາ ຊົນທ້ອງຖິ່ນບັນລຸຄວາມໃຝ່ຝັນຂອງຕົນ ໃນການສ້າງຄວາມຈະເລີນຮຸ່ງເຮືອງ, ທັງໄດ້ເພີ່ມພະລັງຊີວິດເຂົ້າໃນເສດຖະກິດໂລກ.

ວັນທີ 2 ຕຸລາ 2023 ຜ່ານມາ, ເສັ້ນທາງລົດໄຟຄວາມໄວສູງເສັ້ນທຳອິດຂອງອິນໂດເນເຊຍກໍຄື ອາຊີຕາເວັນອອກສຽງໃຕ້ໄດ້ເລີ່ມເປີດນຳໃຊ້ຢ່າງເປັນທງການ, ເຮັດໃຫ້ເວລາການເດີນທາງລະຫວ່າງນະຄອນຫຼວງຈາກາຕາກັບບັນດຸງຫຼຸດລົງຈາກ 3 ຊົ່ວໂມງປາຍ ເຫຼືອພຽງແຕ່ 40 ກວ່ານາທີເທົ່ານັ້ນ, ໄດ້ເພີ່ມແຮງຂັບເຄື່ອນທີ່ເຂັ້ມແຂງໃຫ້ແກ່ການພັດທະນາເສດຖະກິດຂອງທ້ອງຖິ່ນ. ເສັ້ນທງລົດໄຟຄວາມໄວສູງຮົງກາລີ-ແຊກບີ, ເປັນໂຄງການສຳຄັນທີ່ຈີນ ແລະ ປະເທດເອີຣົບຕາເວັນອອກ-ເອີຣົບກາງຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ໄດ້ປັບປຸງເງື່ອນໄຂການເດີນທາງຂອງພົນລະເມືອງຢູ່ລຽບຕາມເສັ້ນທາງລົດໄຟດັ່ງກ່າວໃຫ້ດີຂຶ້ນ, ໄດ້ເພີ່ມທະວີການເຊື່ອມໂຍງເຊື່ອມຈອດກັນລະຫວ່າງຮົງກາລີ-ແຊກບີ, ແລະລົງເລິກການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັນຜົນປະໂຫຍດລະຫວ່າງຈີນ-ເອີຣົບ; ເມືອງທ່າກຳປັ່ນໂກລົມໂບ ເປັນເມືອງໃໝ່ແຄມທະເລແຫ່ງທຳອິດທີ່ປະເທດສີລັງກາວາງແຜນຜັງກໍ່ສ້າງໂດຍລວມ, ພາຍໃຕ້ການກໍ່ສ້າງຂອງຜູ້ກໍ່ສ້າງຊາວຈີນ, ປັດຈຸບັນ ໄດ້ກາຍເປັນຕົວແບບແຫ່ງການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດລະຫວ່າງຈີນ ແລະ ສີລັງກາ.

ໃນຖານະເປັນ “ໂຄງການພິເສດ” ລະຫວ່າງປະເທດຈີນ ແລະ ປະເທດລາວ, ນັບແຕ່ເສັ້ນທາງລົດໄຟຈີນ-ລາວເປີດນຳໃຊ້ເປັນຕົ້ນມາ, ບໍ່ພຽງແຕ່ເປັນເສັ້ນທາງຄົມມະນາ ຄົມສຳຄັນທີ່ເຊື່ອມຈອດສອງປະເທດເທົ່ານັ້ນ, ແຕ່ຫາກຍັງເປັນສາຍພານເຊື່ອມຕໍ່ທີ່ສຳຄັນທີ່ຊຸກຍູ້ໃຫ້ເສດຖະກິດພາກພື້ນເຊື່ອມໂຍງເຂົ້າກັນອີກດ້ວຍ.

ຂະບວນລົດໄຟບັນທຸກສິນຄ້າຈີນ-ລາວໄດ້ເພີ່ມຈາກ 2 ຖ້ຽວຕໍ່ມື້ໃນໄລຍະເບື້ອງຕົ້ນຂຶ້ນເປັນ 20 ຖ້ຽວຕໍ່ມື້ໃນປັດຈຸບັນ, ປະລິມານຂົນສົ່ງສິນຄ້າໄດ້ເພີ່ມຈາກ 41.000 ໂຕນໃນເດືອນທຳອິດຂຶ້ນເປັນ 4 ແສນໂຕນຂຶ້ນໄປຕໍ່ເດືອນຢ່າງວ່ອງໄວ, ປະເພດສິນຄ້າທີ່ສົ່ງອອກ ແລະ ນຳເຂົ້າໄດ້ເປີດກວ້າງຈາກ 500 ກວ່າປະເພດໃນຕອນທຳອິດເພີ່ມຂຶ້ນເປັນ 3.000 ກວ່າປະເພດໃນປັດຈຸບັນນີ້. ໂດຍຜ່ານເສັ້ນທາງລົດໄຟຈີນ-ລາວ, ສິນຄ້າຂອງຈີນໄດ້ເຂົ້າສູ່ຕະຫຼາດປະເທດລາວຕາມຂະບວນລົດໄຟຂົນສົ່ງສິນຄ້າຂ້າມຊາດຢ່າງສະດວກວ່ອງໄວກວ່າເກົ່າ, ຜະລິດຕະພັນກະສິກຳຄຸນນະພາບດີເດັ່ນຂອງລາວກໍໄດ້ຖືກຂົນສົ່ງເຂົ້າສູ່ຕະຫຼາດຈີນຢ່າງວ່ອງໄວ, ເສັ້ນທາງລົດໄຟຈີນ-ລາວໄດ້ກາຍເປັນເສັ້ນທາງຄຳທີ່ຊຸກຍູ້ການຍົກລະດັບອຸດສາຫະກຳຢູ່ລຽບຕາມເສັ້ນທາງລົດໄຟ ແລະ ຊ່ວຍເຫຼືອເສດຖະກິດພາກພື້ນຈະເລີນຮຸ່ງເຮືອງຂຶ້ນ.

“ຢາກສ້າງຄວາມຮັ່ງມີ ກໍຕ້ອງສ້າງເສັ້ນທາງກ່ອນ”, “ໂຄງການໃຫຍ່ພິເສດ”ຕ່າງໆ ເຊິ່ງລວມທັງເສັ້ນທາງຜ່ານລະຫວ່າງນະຄອນເສີ່ນເຈີ້ນ-ນະຄອນຈົ່ງສ່ານ ແລະ ເສັ້ນ ທາງລົດໄຟຈີນ-ລາວ, ໄດ້ກາຍເປັນແຮງຂັບເຄື່ອນທີ່ແຂງແຮງສຳລັບການພັດທະນາເສດຖະກິດຂອງພາກພື້ນ. ພວກເຮົາເຊື່ອໝັ້ນວ່າ, ໃນອະນາຄົດຈະມີໂຄງການໃຫຍ່ພິເສດຫຼາຍກວ່າເກົ່າທີ່ເຮັດໃຫ້ຈີນກ້າວສູ່ “ທາງດ່ວນ” ແຫ່ງການພັດທະນາດ້ວຍຄຸນ ນະພາບສູງ, ທັງເຮັດໃຫ້ປະເທດຕ່າງໆຢູ່ໃນໂລກສາມາດຊົມໃຊ້ຜົນປະໂຫຍດຈາກການພັດທະນາຂອງຈີນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments