Friday, October 18, 2024
Homeຂ່າວຕ່າງປະເທດ6 ເດືອນຕົ້ນປີນີ້ ປະລິມານສົ່ງເຄື່ອງດ່ວນທົ່ວປະເທດຈີນບັນລຸ 80 ຕື້ກວ່າອັນ

6 ເດືອນຕົ້ນປີນີ້ ປະລິມານສົ່ງເຄື່ອງດ່ວນທົ່ວປະເທດຈີນບັນລຸ 80 ຕື້ກວ່າອັນ

ວິທະຍຸສາກົນ ແຫ່ງ ສປ ຈີນ, ວັນທີ 2 ກໍລະກົດນີ້, ຕາມຕົວເລກສະຖິຕິຂອງອົງການໄປສະນີແຫ່ງຊາດຈີນ ເປີດເຜີຍວ່າ: ນັບມາຮອດທ້າຍເດືອນມິຖຸນານີ້, ປະລິມານສົ່ງເຄື່ອງດ່ວນໃນທົ່ວປະເທດຈີນ ໄດ້ບັນລຸຫລາຍກວ່າ 80 ຕື້ອັນ, ຊຶ່ງໄດ້ໄວຂຶ້ນອີກ 59 ວັນ ເມື່ອທຽບໃສ່ປີ 2023.

ນັບແຕ່ຕົ້ນປີນີ້ມາ, ຕະຫລາດ ສົ່ງເຄື່ອງດ່ວນຂອງ ສປ ຈີນ ສືບຕໍ່ ພັດທະນາ ໄປຢ່າງວ່ອງໄວ, ປະລິມານ ສົ່ງເຄື່ອງດ່ວນ ມີຫລາຍກວ່າ 13 ຕື້ອັນ ຕໍ່ເດືອນ. ໂດຍສະເພາະ ພາຍຫລັງ ເຂົ້າສູ່ເດືອນມິຖຸນາ ຜ່ານມານີ້, ຍ້ອນປັດໄຈຕ່າງໆ ເຊັ່ນເວທີການຄ້າ ເອເລັກໂຕຣນິກ ສົ່ງເສີມ ການຂາຍສິນຄ້າ ໃນກາງປີ, ປະລິມານ ສົ່ງເຄື່ອງດ່ວນ ຂອງ ສປ ຈີນ ສະເລ່ຍແລ້ວ ແມ່ນມີຫລາຍກວ່າ 500 ລ້ານອັນຕໍ່ວັນ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments