Sunday, September 8, 2024
Homeແຈ້ງການສໍາຄັນສະພາບອາກາດ ເຊົ້າວັນທີ 02 ກໍລະກົດ 2024

ສະພາບອາກາດ ເຊົ້າວັນທີ 02 ກໍລະກົດ 2024

ຄວາມກົດດັນຕໍ່າຂອງອາກາດຮ້ອນ ຍັງສືບຕໍໍ່ປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບລົມມໍລະສຸມ ຕາເວັນຕົກສ່ຽງໃຕ້ພັດປົກຄຸມ ຊຶ່ງຍັງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍ ຢູ່ທົ່ວໄປ ແລະ ຕົກປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ.

ພະຍາກອນອາກາດ ແຕ່ເວລາ 07 ໂມງ ວັນທີ 02/07/2024 ຫາ ເວລາ 07 ໂມງ ວັນທີ 03/07/2024.

ພາກເໜືອດ້ານຕາເວັນອອກ (ຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 45% ຂອງພາກ. ອຸນຫະພູມໃນລະຫວ່າງ 21-31 ອົງສາ.

ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ຍັງຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຈະມີຝົນຕົກປານກາງ ພ້ອມມີລົມພັດແຮງ ຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົໍ່າກັບ 50% ຂອງພາກ. ອຸນຫະພູມໃນລະຫວ່າງ 23-34 ອົງສາ.

ນະຄອນຫລວງວຽງຈັນ: ຍັງຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ ຫລື ເນື້ອທີ່ການ ປົກຫຸ້ມຂອງຝົນເທົ່າກັບ 50%. ອຸນຫະພູມໃນລະຫວ່າງ 25-32 ອົງສາ.

ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມ ຂອງຝົນເທົ່າກັບ 50% ຂອງພາກ. ອຸນຫະພູມໃນລະຫວ່າງ 24-34 ອົງສາ.

ແຂວງໄຊສົມບູນ: ຍັງຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 45%. ອຸນຫະພູມໃນລະຫວ່າງ 21-28 ອົງສາ.

ພາກໃຕ້ (ແຂວງສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກປານກາງ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 50%. ອຸນຫະພູມ ໃນລະຫວ່າງ 24-34 ອົງສາ.

ສໍາລັບເຂດພູພຽງບໍລະເວນ: ຍັງຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍ ຫາ ປານກາງເປັນບາງໂອກາດ ຫລື ເນື້ອທີ່ການປົກ ຫຸ້ມຂອງຝົນເທົ່າກັບ 50%. ອຸນຫະພູມໃນລະຫວ່າງ 19-28 ອົງສາ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments