ພັກ ແລະ ລັດ ຍາມໃດກໍຖືຢາເສບຕິດເປັນບັນຫາປະກົດການຫຍໍ້ທໍ້ທີ່ໃຫຍ່ ແລະ ອັນຕະລາຍທີ່ສຸດຕໍ່ຊີວິດ, ຊັບສິນ, ຄວາມປອດໄພຂອງປະຊາຊົນລາວບັນດາເຜົ່າ ໂດຍສະເພາະແມ່ນຊາວໜຸ່ມ, ເຍົາວະຊົນ ແລະ ຄວາມໝັ້ນຄົງຂອງຊາດ. ຍິ່ງໃນປັດຈຸບັນສື່ສັງຄົມອອນລາຍຂະຫຍາຍຕົວຢ່າງກວ້າງຂວາງ ອັນໄດ້ສ້າງຄວາມສະດວກໃຫ້ກຸ່ມຄົນບໍ່ດີໂຄສະນາເຜີຍແຜ່, ຕົວະຍົວະໃຫ້ຊາວໜຸ່ມ-ເຍົາວະຊົນຫລົງເຊື່ອໃນກົນອຸບາຍຕ່າງໆຂອງພວກເຂົາ, ທັງຍັງສ້າງແຮງຈູງໃຈໃໝ່ຂຶ້ນມາເລື້ອຍໆ ເຮັດໃຫ້ຊາວໜຸ່ມ-ເຍົາວະຊົນຫລົງເຂົ້າໄປໃນວົງຈອນຂອງຢາເສບຕິດແບບບໍ່ຮູ້ໂຕ ຊ່ຶງຢາເສບຕິດທີ່ພວມລະບາດຢ່າງຮຸນແຮງໃນກຸ່ມໄວໜຸ່ມປັດຈຸບັນແມ່ນ: ຢາສູບໄຟຟ້າ, ການສູບປຸມເປົ້າ, ນໍ້າກະທ້ອມ ແລະ ອື່ນໆ ໂດຍມີການໂຄສະນາດ້ວຍສີສັນ, ຮູບຊົງສີສວຍງາມ, ທັນສະໄໝ ເພື່ອລໍ້ຕາລໍ້ໃຈໃຫ້ກຸ່ມເປົ້າໝາຍຫລົງເຊື່ອ.
ໃນໄລຍະຜ່ານມາ, ຊາວໜຸ່ມ, ເຍົາວະຊົນຈຳນວນບໍ່ໜ້ອຍ ໄດ້ຕົກເປັນທາດຂອງຢາເສບຕິດ ຕ້ອງໄດ້ ເອົາເຂົ້າຢູ່ບັນດາສູນບຳບັດໃນທົ່ວປະເທດ, ຈຳນວນໜຶ່ງກໍຖືກຕັດອິດສະລະພາບຍ້ອນໄດ້ກະທຳຜິດ, ຈຳນວນໜຶ່ງເປັນບ້າເສຍຈິດເປັນພາລະຂອງຄອບຄົວ ແລະ ສັງຄົມ, ຈຳນວນໜຶ່ງພວມເສບ, ຈຳນວນໜຶ່ງພວມມີຄວາມສ່ຽງຕໍ່ການເສບຢາເສບຕິດ. ຕໍ່ກັບບັນຫາດັ່ງກ່າວ, ໃນໄລຍະຜ່ານມາພັກ ແລະ ລັດຖະບານຈຶ່ງໄດ້ແກ້ໄຂດ້ວຍຫລາຍຮູບການ, ຫລາຍວິທີ ແລະ ຫລາຍມາດຕະການ. ແຕ່ເຖິງປານນັ້ນກໍຕາມບັນຫາຢາເສບຕິດຍັງນັບມື້ເພີ່ມຂຶ້ນໃນຫລາຍເຂດແຂວງ ແລະ ທ້ອງຖິ່ນ. ດ້ວຍເຫດນີ້, ລັດຖະບານຈຶ່ງມີວາລະແຫ່ງຊາດ ເພື່ອແກ້ໄຂບັນຫາຢາເສບຕິດ ໃຫ້ຄ່ອຍໆໝົດໄປໃນສັງຄົມລາວ ຊຶ່ງພາຍຫລັງທີ່ລັດຖະບານໄດ້ກໍານົດວາລະແຫ່ງຊາດວ່າ ດ້ວຍການແກ້ໄຂບັນຫາຢາເສບຕິດແລ້ວ. ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ທີ່ມີຄວາມຮັບຜິດ ຊອບ ໂດຍກົງຕໍ່ການພັດທະນາຊາວໜຸ່ມ-ເຍົາວະຊົນ ກໍໄດ້ຄົ້ນຄວ້າຫາວິທີແກ້ໄຂ ໂດຍກໍານົດເປັນໂຄງການຈຸດສຸມ ເລັ່ງໃສ່ໂຄງການສຶກສາອົບຮົມ, ປູກຈິດສຳນຶກ ແລະ ເຜີຍແຜ່ກົດໝາຍໃຫ້ກັບຊາວໜຸ່ມ, ໂຄງການຄືນຄົນດີສູ່ສັງຄົມ, ໂຄງການໃຫ້ຄຳປຶກສາທາງດ້ານຈິດໃຈຂັ້ນພື້ນຖານແກ່ຜູ້ຕິດຢາເສບຕິດ ແລະ ໂຄງການສົ່ງເສີມພອນສະຫວັນ ໂດຍແນໃສ່ກຸ່ມເປົ້າໜາຍນັກຮຽນ, ນັກສຶກສາ, ລັດຖະກອນ, ພະນັກງານກຳລັງປະກອບອາວຸດ, ພະນັກງານລັດວິສາຫະກິດ, ກະສິກອນ, ພະນັກງານຫົວໜ່ວຍທຸລະກິດ, ກຳມະກອນຢູ່ໂຮງຈັກໂຮງງານ ແລະ ອື່ນໆ.
ໄປພ້ອມກັບການຈັດຕັ້ງຊາວໜຸ່ມໄປທັດສະນະສຶກສາສະຖານທີ່ບຳບັດ, ກັກຂັງຜູ້ຕິດຢາເສບຕິດ ແລະ ຕົວແບບການສ້າງເສດຖະກິດຄອບຄົວຂອງຜູ້ທີ່ຫາຍຈາກການຕິດສິ່ງເສບຕິດ, ຈັດເວທີສົນທະນາລະຫວ່າງຊາວໜຸ່ມ ແລະ ຜູ້ເຄີຍຕົກເປັນເຫຍື່ອຈາກການຕິດຢາເສບຕິດ ແລະ ຄອບຄົວທີ່ປອດສິ່ງເສບຕິດ, ສ້າງ ແລະ ສະແດງລະຄອນ, ສ້າງສາລະຄະດີກ່ຽວກັບຜົນຮ້າຍຂອງຢາເສບຕິດ ເພື່ອເຜີຍແຜ່ໃນທົ່ວສັງຄົມ. ຈັດກິດຈະກຳຖາມ-ຕອບກ່ຽວກັບຢາເສບຕິດ, ຂະບວນແຂ່ງຂັນສ້າງສະຕິເຄົາລົບ ແລະ ປະຕິບັດກົດໝາຍໃນຄອບຄົວ, ຝຶກວິຊາຊີບທີ່ເໝາະສົມໃຫ້ຊາວໜຸ່ມທີ່ຕິດຢາເສບຕິດຢູ່ສູນບຳບັດ ແລະ ຄ້າຍດັດສ້າງ ໄປຄ່ຽງຄູ່ກັບຝຶກວິຊາຊີບດ້ານຕ່າງໆໃຫ້ຊາວໜຸ່ມທີ່ຫາຍດີຈາກການບຳບັດຕັ້ງສູນສ້າງວຽກເຮັດງານທຳ, ສູນວາງສະແດງສິນຄ້າ ແລະ ຂາຍສິນຄ້າຜະລິດຈາກຜູ້ທີ່ຫາຍດີຈາກການບຳບັດ. ສ້າງໜ່ວຍງານໃຫ້ຄຳປຶກສາຢູ່ ຄຊປປລ ແຕ່ລະຂັ້ນ, ໂຄສະນາຄວາມສຳຄັນໃນການນຳໃຊ້ເຄືອຄ່າຍສາຍດ່ວນ ໃຫ້ການຊ່ວຍເຫລືອຜູ້ມີບັນຫາທັນເວລາດ້ວຍຮູບການຕ່າງໆ, ຈັດຝຶກອົບຮົມສ້າງອາສາສະໝັກເພື່ອນຊ່ວຍເພື່ອນຈັດການແຂ່ງຂັນກິລາພື້ນເມືອງ, ສາກົນປະເພດຕ່າງໆໃຫ້ຕໍ່ເນື່ອງຕາມຄວາມເໝາະສົມແຕ່ລະໄລຍະ ແລະ ແຕ່ລະລະດັບຈັດຂະບວນການແຂ່ງຂັນແຕ່ງເພັງ, ຮ້ອງເພງ, ກອນລຳ, ກາບກອນ ແລະ ອື່ນໆ.
ດັ່ງທີ່ຮູ້ນໍາກັນແລ້ວວ່າ ຢາເສບຕິດແມ່ນບັນຫາໃຫຍ່ ແລະ ໄດ້ແພ່ລາມໄປທົ່ວໂລກ ທັງມີການຄິດຄົ້ນວິວັດທະນາການຈາກຢາເສບຕິດປະເພດເກົ່າໄປສູ່ປະເພດໃໝ່ ທີ່ມີຄວາມທັນສະໄໝ ທັງອັນຕະລາຍຮ້າຍແຮງຂຶ້ນເລື້ອຍໆ. ດັ່ງນັ້ນ, ເພື່ອກຳຈັດບັນຫາດັ່ງກ່າວໃຫ້ຄອຍໝົດໄປຈາກສັງຄົມ ແລະ ກຸ່ມໄວໝຸ່ມ- ເຍົາວະຊົນນັ້ນ ທຸກພາກສ່ວນໃນສັງຄົມຕ້ອງຮ່ວມແຮງ, ຮ່ວມໃຈ ແລະ ພ້ອມກັນປະຕິບັດມາດຕະການດັ່ງກ່າວຢ່າງເຂັ້ມງວດ. ສຳຄັນແມ່ນສະຖາບັນຄອບຄອບ, ຊຸມຊົນ, ໂຮງ ຮຽນ, ສະຖາບັນການສຶກສາຕ້ອງປູກຈິດສຳນຶກໃຫ້ຊາວໜຸ່ມ-ເຍົາວະຊົນ ແລະ ຊ່ວຍເປັນຫູເປັນຕາໃຫ້ເຈົ້າໜ້າທີ່ ແລະ ຊ່ວຍກັນໂຄສະນາເຜີຍແຜ່ຜົນຮ້າຍຂອງຢາເສບຕິດໃຫ້ທ່ົວສັງຄົມໄດ້ຮັບຮູ້ຢ່າງທົ່ວເຖິງ.
ໂດຍ: ສຸວັນນະ