Home ຂ່າວໜ້າໜຶ່ງ ສະພາແຫ່ງຊາດ ຮັບຮອງເອົາກົດໝາຍສະບັບປັບປຸງ 2 ສະບັບ ຂອງລັດຖະບານ

ສະພາແຫ່ງຊາດ ຮັບຮອງເອົາກົດໝາຍສະບັບປັບປຸງ 2 ສະບັບ ຂອງລັດຖະບານ

0
62

ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 1 ກໍລະກົດ 2024 ໂດຍການເປັນ ປະທານຂອງ ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ, ທ່ານນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ລາຍງານຄືນ ການປັບປຸງກົດໝາຍວ່າດ້ວຍການທ່ອງທ່ຽວ ແລະ ທ່ານ ນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ໄດ້ລາຍງານຄືນການປັບປຸງກົດໝາຍວ່າດ້ວຍການຕ້ານການຟອກເງິນ ແລະ ການສະໜອງທຶນ ໃຫ້ແກ່ການກໍ່ການຮ້າຍ. ຈາກນັ້ນ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ສຸມໃສ່ປະກອບຄຳຄິດຄຳເຫັນ ຢ່າງກົງໄປກົງມາ ແລະ ພ້ອມກັນລົງຄະແນນສຽງ ຮັບຮອງເອົາກົດໝາຍສະບັບປັບປຸງ 2 ສະບັບ ດັ່ງກ່າວ, ດ້ວຍຄະແນນສຽງ ເຫັນດີເປັນສ່ວນຫລາຍ.

ສຳລັບ ກົດໝາຍວ່າດ້ວຍການທ່ອງທ່ຽວ ພາຍຫລັງ ຖືກຮັບຮອງ ແລະ ປະກາດໃຊ້ ຢ່າງເປັນທາງການ ຈະເປັນເຄື່ອງມື ແລະ ບ່ອນອີງ ໃຫ້ແກ່ການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານການທ່ອງ ທ່ຽວ ໃຫ້ມີຄວາມທັນສະໄໝ, ການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ມີຄວາມຄ່ອງຕົວ, ແທດເໝາະ ແລະ ສອດຄ່ອງກັບການຂະຫຍາຍຕົວຂອງເສດຖະກິດ; ອໍານວຍຄວາມສະດວກໃຫ້ແກ່ການລົງທຶນ, ການພັດທະນາ, ການຄຸ້ມຄອງ, ການຊຸກຍູ້ສົ່ງເສີມກິດຈະການການທ່ອງທ່ຽວ ລວມທັງການແກ້ໄຂບັນຫາຕ່າງໆ ໃຫ້ມີຄວາມສະດວກ ວ່ອງໄວ ແລະ ໂປ່ງໃສຍິ່ງຂຶ້ນ. ພ້ອມນີ້, ຍັງຈະເຮັດໃຫ້ພາກລັດ ແລະ ພາກທຸລະກິດ ມີໂອກາດໃນການເຂົ້າຮ່ວມແຂ່ງຂັນດ້ານການທ່ອງທ່ຽວ, ການຄ້າ, ການລົງທຶນ, ສ້າງຄວາມເຊື່ອໝັ້ນ, ດຶງດູດເອົານັກນັກລົງທຶນ ແລະ ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ຫລາຍຂຶ້ນ, ເຮັດໃຫ້ການເຄື່ອນໄຫວວຽກງານທ່ອງທ່ຽວ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ, ລະຫວ່າງພາກລັດ ແລະ ພາກທຸລະກິດ ມີຄວາມເປັນເອກະພາບໃນທາງປະຕິບັດ.

ສ່ວນກົດໝາຍວ່າດ້ວຍການຕ້ານສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ພາຍຫລັງ ຖືກຮັບຮອງ ແລະ ປະກາດໃຊ້ ຢ່າງເປັນທາາງການ ຈະເຮັດໃຫ້ລະດັບການປົກປ້ອງຫົວໜ່ວຍ ທີ່ມີໜ້າທີ່ລາຍງານ ຈາກອາຊະຍາກຳທາງດ້ານການເງິນສູງຂຶ້ນ, ຈະເພີ່ມຄວາມເຊື່ອໝັ້ນ ຕໍ່ລະບົບເສດຖະກິດ-ການເງິນ ຂອງນັກລົງທຶນ ແລະ ນໍາໄປສູ່ການເຕີບໂຕທີ່ດີຂຶ້ນ ຂອງພາກທຸລະກິດ. ນອກຈາກນີ້, ຈະເຮັດໃຫ້ມີບ່ອນອີງດ້ານນິຕິກຳໃນການຄຸ້ມຄອງ, ຕິດຕາມກວດກາ ການເຄື່ອນໄຫວວຽກງານການຕ້ານສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ມີຄວາມເຂັ້ມແຂງ ແລະ ມີປະສິດທິຜົນ ແລະ ຊ່ວຍເຮັດໃຫ້ລະບົບການເງິນ ຂອງ ສປປ ລາວ ມີຄວາມສົມດຸນຂຶ້ນກວ່າເກົ່າ ແລະ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ.

ຂ່າວ: ທະນູທອງ

ພາບ: ຂັນໄຊ

NO COMMENTS

LEAVE A REPLY

Please enter your comment!
Please enter your name here