Sunday, September 8, 2024
Homeທຸລະກິດເປີດຖ້ຽວບິນກົງ ນະຄອນຢາງກຸ້ງ ຫາ ນະຄອນຫຼວງວຽງຈັນ

ເປີດຖ້ຽວບິນກົງ ນະຄອນຢາງກຸ້ງ ຫາ ນະຄອນຫຼວງວຽງຈັນ

ເມື່ອບໍ່ດົນມານີ້ ທີ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ໄດ້ເປີດເສັ້ນທາງບິນໃໝ່ເຊື່ອມຕໍ່ລະຫວ່າງ ນະຄອນຢາງກຸ້ງ ຫານະຄອນຫຼວງວຽງຈັນ ແລະ ນະຄອນຫຼວງວຽງຈັນ ຫານະຄອນຫຼວງຢາງກຸ້ງ ປະເທດມຽນມາ; ເປັນກຽດເຂົ້າຮ່ວມຂອງ ທ່ານ ອອງໂກ (Aung Ko) ເອກອັກຄະລັດຖະທູດມຽນມາ ປະຈໍາລາວ, ມີການນໍາຈາກກົມການບິນພົນລະເຮືອນ ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນັກງານວິຊາການ, ຕົວແທນຈໍາໜ່າຍຂອງສາຍການບິນມຽນ ແອລາຍ ອິນເຕີເນເຊີນນໍ ແລະ ແຂກຖືກເຊີນເຂົ້າຮ່ວມ.

ເສັ້ນທາງບິນເຊື່ອມໂດຍກົງລະຫວ່າງສອງເມືອງໃຫຍ່ຂອງ ລາວ ແລະ ມຽນມາ ຈະໃຫ້ບໍລິການ ສອງຖ້ຽວ/ອາທິດ ຄື: ວັນອັງຄານ ແລະ ວັນພະຫັດ ດ້ວຍເຮືອບິນຂະໜາດໃຫຍ່ ແອບັສ A319, 320 ແລະ ເຮືອບິນ ເອັມເບຣເອີ້ E190 ທີ່ສາມາດຮອງຮັບຜູ້ໂດຍສານໄດ້ຫຼາຍກວ່າຮ້ອຍຄົນ, ນີ້ຖືເປັນຖ້ຽວບິນທຳອິດທີ່ເຊື່ອມຕໍ່ລະຫວ່າງສອງປະເທດລາວ ແລະ ມຽນມາ, ເປັນຂີດໝາຍສຳຄັນໃຫ້ແກ່ສາຍພົວພັນອັນດີ ລະຫວ່າງສອງປະເທດທີ່ມີມາແຕ່ຍາວນານ. ທ່ານທູດມຽນມາ ປະຈໍາ ລາວ ເຊື່ອໝັ້ນວ່າ: ເສັ້ນທາງບິນດັ່ງກ່າວຈະເປັນຂົວຕໍ່ໃນການຊຸກຍູ້ສາຍພົວພັນການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ການພົວພັນລະຫວ່າງປະຊາຊົນສອງປະເທດ.

ການເປີດຖ້ຽວບິນກົງລະຫວ່າງ ນະຄອນຢາງກຸ້ງ ຫານະຄອນຫຼວງວຽງຈັນ ແລະ ນະຄອນຫຼວງວຽງຈັນ ຫາ ນະຄອນຢາງກຸ້ງ ຄັ້ງນີ້ເປັນໂອກາດດີເພື່ອໃຫ້ບັນດາວິສາຫະກິດພາຍໃນທ້ອງຖິ່ນ ແລະ ນັກທ່ອງທ່ຽວໄດ້ໄປມາຫາສູ່ກັນ, ທັງເປັນການຂະຫຍາຍ ແລະ ພັດທະນາການທ່ອງທ່ຽວວັດທະນະທຳ, ປະເພນີ ແລະ ວິຖີຊີວິດຂອງປະຊາຊົນສອງຊາດທີ່ເປັນທ່າແຮງອັນບົ່ມຊ້ອນ ໃນການພັດທະນາເສດຖະກິດ-ສັງຄົມ, ເປັນປະຕູເຊື່ອມຈອດພາຍໃນອາຊຽນ ແລະ ພາກພື້ນສາກົນ.

ຂ່າວ: ພອນໄຊ ມັງໜໍ່ເມກ, ພາບ: ຕຸ້ຍ ຈັນສະຫວັນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments