Sunday, September 8, 2024
Homeທຸລະກິດປູກຢາງພາລາຂາຍສ້າງລາຍຮັບ 200 ລ້ານກວ່າກີບຕໍ່ປີ

ປູກຢາງພາລາຂາຍສ້າງລາຍຮັບ 200 ລ້ານກວ່າກີບຕໍ່ປີ

ຢາງພາລາແມ່ນສິນຄ້າໜຶ່ງທີສາມາດສ້າງລາຍຮັບເຂົ້າຄອບຄົວ ປະຊາຊົນໃນແຕ່ລະທິດ ຫລື ເດືອນຢ່າງໝັ້ນຄົງ ທັງສາມາດແກ້ໄຂຄວາມທຸກຍາກໃຫ້ນັບມື້ໜ້ອຍລົງ ເນື່ອງຈາກວ່າຢາງພາລາ ແມ່ນສິນຄ້າທີ່ຕະຫລາດຕ້ອງການຫລາຍ ເພື່ອນໍາໄປແປຮູບເປັນວັດຖຸຕ່າງໆ, ສະນັ້ນ, ຈຶ່ງເຮັດຜູ້ທີ່ປະກອບອາຊີບນີ້ສາມາດສ້າງລາຍຮັບເຂົ້າຄອບຄົວ ໄດ້ຫລາຍລ້ານກີບຕໍ່ເດືອນ ເໝືອກັບທ່ານ ສົມພັນ ອິນທະວົງ ຄອບຄົວຕົວແບບບ້ານຫ້ວຍດອກໄມ້, ເມືອງ ຫີນເຫີບ ແຂວງວຽງຈັນ ທີ່ປະສົບຜົນສໍາເລັດຈາກການປູກຢາງພາລາ ສາມາດສ້າງລາຍຮັບໄດ້ 200 ລ້ານກ່ວາກີບຕໍ່ປີ. ທ່ານ ສົມພັນ ອິນທະວົງ ເວົ້າໃຫ້ຟັງວ່າ: ຕົນເອງພ້ອມດ້ວຍຄອບຄົວໄດ້ເລີ່ມປູກຢາງພາລາແຕ່ປີ 2008 ເປັນຕົ້ນມາ ໃນເບື້ອງຕົ້ນໄດ້ປູກຈໍານວນ 2.000 ຕົ້ນໃນເນື້ອທີ່ 4 ເຮັກຕາ ໃສ່ດິນທີ່ພໍ່, ແມ່ແບ່ງໃຫ້ໄລຍະຕໍ່ມາຈຶ່ງໄດ້ປູກຕື່ມອີກ 1.000 ຕົ້ນ ໃນເນື້ອທີ່ດິນ 2 ເຮັກຕາ, ລວມທັງໝົດ ປັດຈຸບັນມີຢາງພາລາ 3.000 ຕົ້ນ, ໃນເນື້ອທີ່ 6 ເຮັກນາ, ຢູ່ໃນຂົງເຂດ ບ້ານຫ້ວຍດອກໄມ້, ເມືອງຫີນເຫີບ, ແຂວງວຽງຈັນ ໂດຍວິທີການປູກຢາງພາລາແມ່ນຫລັງຈາກຖາງປ່າ, ຈູດ, ອານາໄມແລ້ວຂຸດຂຸມ (3×7ແມັດ) ເພື່ອປູກຢາງພາລາສາຍພັນຈີນຕາຂຽວ ພາຍຫລັັງປູກແລ້ວຕ້ອງໄດ້ບົວລະບັດຮັກສາຕັດຫຍ້າ 1 ປີ 2 ຄັ້ງ ຢ່າງສະໝ່ຳສະເໜີ ຫລັງຈາກປູກມາໄດ້ 7 ປີ ຈຶ່ງສາມາກີດຢາງໄດ້, ການຂາຍຢາງພາລາແມ່ນຂາຍໃຫ້ນັກລົງທຶນຕ່າງປະເທດ ຄື: ຫວຽດນາມ ແລະ ຈີນ ມາຮັບຊື້ຢູ່ກັບສວນເລີຍ.

ສ່ວນລາຄາຢາງພາລາ ມີ 2 ໄລຍະທີ່ແຕກຕ່າງກັນ. ໄລຍະປີ 2014-2019 ລາຄາ ຢາງ 3.000-5.000 ກີບຕໍ່ກິໂລ, ມາຮອດປີ 2020 ເປັນຕົ້ນມາລາຄາຢາງເພີ່ມຂຶ້ນ 8.000-15.000 ກີບຕໍ່ກິໂລ ໂດຍການຂາຍແມ່ນຂົນຢາງໄປຂາຍຢູ່ບ້ານຫີນຕິດ ເຫັນວ່າມີຄວາມຫຍຸ້ງຍາກຫລາຍໃນປີ 2021 ຈຶ່ງໄດ້ມີແນວຄິດສ້າງລານຢາງ ເພື່ອຂາຍຢາງຢູ່ກັບສວນເລີຍ ແລ້ວລະດົມນັກລົງທຶນມາຊື້ ໂດຍປັດຈຸບັນມີລາຍຮັບຈາກການກີດຢາງ 85 ລ້ານກ່ວາກີບຕໍ່ປີ, ນອກຈາກກີດຢາງຂາຍແລ້ວຍັງໄດ້ກ້າເບ້ຍຢາງຂາຍ, ປູກມັນຕົ້ນ, ເກັບຄ່າລານຢາງຈາກການຊື້-ຂາຍ 15 ມື້/ ຄັ້ງລວມລາຍຮັບ 115 ລ້ານກວ່າກີບຕໍ່ປີ. ສະເລ່ຍແລ້ວນອກຈາກເງິນເດືອນພະນັກງານ-ລັດຖະກອນ, ຍັງໄດ້ປະກອບອາຊີບເສີມດ້ວຍການປູກຢາງພາລາ, ກ້າເບ້ຍຢາງຂາຍເປັນສີນຄ້າ ສ້າງລາຍຮັບໄດ້ 200 ລ້ານກ່ວາກີບຕໍ່ປີ.

ສໍາລັບຂໍ້ສະດວກ ໃນການປູກຢາງພາລາເບື້ອງຕົ້ນ ແມ່ນບໍ່ໄດ້ຊື້ແນວພັນເນື່ອງຈາກວ່າ ເພາະມີຄົນເຊົ່າດິນກ້າເບ້ຍຢາງ ຜູ້ກ່ຽວຈຶ່ງໄດ້ເອົາເບ້ຍຢາງໃຫ້ປູກເພື່ອທົດແທນຄ່າເຊົ່າດິນ, ຂໍ້ຫຍຸ້ງຍາກແມ່ນມີແຮງງານໜ້ອຍຕ້ອງໄດ້ຈ້າງແຮງງານມາກີດຢາງພາລາ ແລ້ວປັນຜົນປະໂຫຍດ 50 ເປີເຊັນ. ຜ່ານມາເຫັນວ່າພັກ-ລັດ ຂັ້ນເທິງຍາມໃດກໍ່ໄດ້ເປັນຫ່ວງເປັນໃຍ ໃນການກະເສດປູກຝັງ, ລ້ຽງສັດ ສະແດງອອກໃນການລົງຊຸກຍູ້, ໃຫ້ຄວາມຮູ້ທາງດ້ານວິຊາການຕໍ່ວຽກງານດັ່ງກ່າວ ຂອງພະນັກງານຫ້ອງການກະສິກໍາ-ປ່າໄມ້ ເມືອງຫີນເຫີບ ຢ່າງເປັນປົກກະຕິ, ແຜນການຕໍ່ໜ້າຈະຂະຫຍາຍຢາງພາລາໃຫ້ໄດ້ 10 ເຮັກຕາ ເທົ່າກັບ 5.000 ຕົ້ນ ແລະ ປູກຕົ້ນໄມ້ໃຫ້ໝາກປະເພດໝາກເງາະ, ໝາກກ້ວຍໃຫ້ໄດ້ 1 ເຮັກຕາ. ສຸດທ້າຍຂໍ້ສະເໜີ; ໃຫ້ພາກລັດເອົາໃຈໃສ່ລົງຊຸກຍູ້ທາງດ້ານວິຊາການເປັນປົກກະຕິ, ຕິດຕາມ, ຊອກ ຕະຫລາດທີ່ໄດ້ລາຄາດີ, ຍືນຍົງ ແລະ ໝັ້ນຄົງ, ຈັດສັນເຂດຊື້- ຂາຍ (ລານຢາງ) ເປັນຈຸດສຸມບໍ່ໃຫ້ຂາຍຊະຊາຍ, ຫ່າງກັນປະມານ 5 ກິໂລແມັດ ມີ 1 ຈຸດ ເພື່ອສະດວກໃນການ ຊື້-ຂາຍ. ຖ້າຫາກວ່າທ່ານໃດສົນໃຈ ຢາກແລກປ່ຽນບົດຮຽນວິທີປູກ, ບໍາລຸງຕົ້ນຢາງ, ວິທີກ້າ, ການເລືອກແນວພັນໃຫ້ເໝາະກັບດິນທ່ານ ຫລື ຕ້ອງການຊື້ແນວພັນ (ເບ້ຍຢາງ) ເຊັ່ນ: ພັນຈີນ, ມາເລເຊຍ, ຫວຽດນາມ, ໄທ ຕາຂຽວ, ເບົ້າ ແລະ ບັນດິງ ສາມາດຕິດຕໍ່ຫາທ່ານໄດ້ທີ່ເບີ: 020 5636 1537.

ໂດຍ: ມາລິດາ ຂໍ້ມູນຈາກ: ແຂວງວຽງຈັນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments