Sunday, September 8, 2024
Homeຂ່າວດ່ວນຄະນະຮັບຜິດຊອບປ້ອງກັນ ຕັ້ງໜ້າປະຕິບັດໜ້າທີ່ໃຫ້ແກ່ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດຄັ້ງທີ 24

ຄະນະຮັບຜິດຊອບປ້ອງກັນ ຕັ້ງໜ້າປະຕິບັດໜ້າທີ່ໃຫ້ແກ່ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດຄັ້ງທີ 24

ເພື່ອຮັບປະກັນໃຫ້ການດໍາເນີນກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນວ່າດ້ວຍອາຊະຍາກໍາຂ້າມຊາດຄັ້ງທີ 24 ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ທີ່ໄດ້ຈັດຂຶ້ນໃນລະຫວ່າງວັນທີ 26-28 ມິຖຸນາ 2024 ໃຫ້ມີຄວາມສະຫງົບ ແລະ ປອດໄພ ເຈົ້າໜ້າທີ່ຮັບຜິດຊອບວຽກງານປ້ອງກັນຄວາມສະຫງົບ ໄດ້ສຸມໃສ່ປະຕິບັດໜ້າທີ່ຢ່າງເຂັ້ມງວດ ແລະ ດ້ວຍຄວາມຮັບຜິດຊອບສູງ.

ທ່ານ ພັທ ທອງຄໍາ ດວງຈໍາປາ ຮອງຫົວໜ້າ ປກສ ກຸ່ມທາດຂາວ ເມືອງ ສີສັດຕະນາກ ນະຄອນ ຫຼວງວຽງຈັນ ທັງເປັນຄະນະຮັບຜິດຊອບຈຸດປ້ອງກັນໂຮງແຮມແລນມາກລີເວີຊາຍ ຊຶ່ງໃຊ້ເປັນສະຖານທີ່ຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດ ຄັ້ງທີ 24 ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ປກສ ໃນວັນທີ 27 ມິຖຸນາ ຜ່ານມານີ້ວ່າ: ພາຍຫຼັງຄະນະຮັບຜິດຊອບໄດ້ຮັບຄໍາສັ່ງ ແລະ ແຜນການປ້ອງກັນກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດຄັ້ງທີ 24 ຈາກຂັ້ນເທິງ, ຄະນະຮັບຜິດຊອບຊີ້ນໍາວຽກງານປ້ອງກັນໄດ້ຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍຄໍາສັ່ງແຜນການດັ່ງກ່າວເປັນອັນລະອຽດ, ໂດຍໄດ້ບັນຈຸກໍາລັງທີ່ມາຈາກພາກສ່ວນຕ່າງໆ ລົງປະຈໍາການປ້ອງກັນຕາມຈຸດພື້ນທີ່ສໍາຄັນ ນັບແຕ່ວັນທີ 24 ມິຖຸນາ 2024, ກໍາລັງປ້ອງກັນຄວາມສະຫງົບທຸກພາກສ່ວນແມ່ນໄດ້ສຸມໃສ່ປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນຢ່າງຕັ້ງໜ້າ ສະແດງອອກ ໄດ້ສຸມໃສ່ປ້ອງກັນເຂດອ້ອມຮອບນອກໂຮງແຮມ, ໂດຍຈັດຕັ້ງກັນປະຈໍາການຕະຫຼອດ 24 ຊົວໂມງ, ກຳລັງຈຳນວນໜຶ່ງແມ່ນໄດ້ອອກກວດກາສາລະເວ ເພື່ອຕິດຕາມສະພາບການ, ພ້ອມນີ້ກຳລັງ ປກສ ກຸ່ມທາດຂາວ ໄດ້ມີການຊຸກຍູ້ປຸກລະດົມ ປກສ ບ້ານ ແລະ ອຳນາດການປົກຄອງບ້ານ ຈັດຕັ້ງປ້ອງກັນເວນຍາມຕາມຂອບເຂດຄວາມຮັບຜິດຊອບຂອງຕົນດ້ວຍຄວາມຮັບຜິດຊອບສູງ, ຜ່ານການຈັດຕັ້ງປະຕິບັດໜ້າທີ່ປ້ອງກັນ ເຫັນວ່າສະພາບການແມ່ນຮັບປະກັນໄດ້ຄວາມສະຫງົບ-ປອດໄພ.

ຂ່າວ-ພາບ: ທອງລາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments