Friday, October 18, 2024
Homeຂ່າວຕ່າງປະເທດການສົນທະນາດ້ານເສດຖະກິດ ຫວຽດນາມ - ອາເມຣິກາ ຄັ້ງທີ 1

ການສົນທະນາດ້ານເສດຖະກິດ ຫວຽດນາມ – ອາເມຣິກາ ຄັ້ງທີ 1

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ກອງປະຊຸມສົນທະນາດ້ານເສດຖະກິດ ຫວຽດນາມ – ອາເມຣິກາ ຄັ້ງທີ 1 ໄດ້ຈັດຂຶ້ນໃນວັນທີ 25 ມິຖຸນາ ຜ່ານມາ ຢູ່ ນະຄອນຫຼວງ ວໍຊິງຕັນ ສະຫະລັດ ອາເມຣິກາ, ພາຍໃຕ້ການເປັນປະທານຂອງທ່ານ ຫງວຽນຈີຢຸງ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ ແລະ ທ່ານ ໂຈເຊ ເຟີນັນເດຊ ຮອງລັດຖະມົນຕີກະຊວງການຕ່າງປະເທດ ອາເມຣິກາ.

ຂ່າວລະບຸວ່າ: ນີ້ແມ່ນກອງປະຊຸມສົນທະນາດ້ານເສດຖະກິດຄັ້ງທຳອິດລະຫວ່າງ ຫວຽດນາມ ແລະ ອາເມຣິກາຊຶ່ງມີຄວາມໝາຍສຳຄັນຍິ່ງ ແນໃສ່ຊຸກຍູ້ການຮ່ວມມືລະຫວ່າງສອງປະເທດເວົ້າລວມ, ໃນນັ້ນ ມີການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ. ໃນການສົນທະນາ, ສອງຝ່າຍໄດ້ແລກປ່ຽນກັນຢ່າງກົງໄປກົງມາ ເພື່ອຍົກອອກບັນດາມາດຕະການລະອຽດໃນ 5 ຂົງເຂດ, ລວມມີ: ການສ້າງຕັ້ງການຮ່ວມມືໃນການສ້າງລະບົບນິເວດອຸດສາຫະກຳເຄິ່ງຊັກນຳໄຟຟ້າ; ພະລັງງານ ແລະ ແຮ່ທາດຫຼັກແຫຼ່ງ; ສະພາບແວດລ້ອມດຳເນີນທຸລະກິດ; ຊຸກຍູ້ການດຶງດູດ ແລະ ຮັກສາການລົງທຶນທີ່ມີຄຸນນະພາບສູງ, ຄວບຄຸມການສົ່ງອອກຢ່າງມີຍຸດທະສາດ ແລະ ຮ່ວມມືດ້ານພື້ນຖານໂຄງລ່າງເຕັກໂນໂລຊີຂໍ້ມູນຂ່າວສານຫຼັກແຫຼ່ງ ແລະ ຄວາມປອດໄພທາງເຄືອຂ່າຍອິນເຕີເນັດ.

ກອງປະຊຸມສົນທະນາດ້ານເສດຖະກິດລະຫວ່າງສອງປະເທດ ໄດ້ປະສົບຜົນສຳເລັດຢ່າງຈົບງາມ, ບັນລຸໄດ້ບັນດາໝາກຜົນລະອຽດ, ພິເສດແມ່ນໃນບັນດາເນື້ອໃນທີ່ກ່ຽວຂ້ອງເຖິງລະບົບນິເວດເຄິ່ງຊັກນຳໄຟຟ້າ. ສອງຝ່າຍກໍຕົກລົງເຫັນດີຕໍ່ບັນດາມາດຕະການລະອຽດ, ເປັນຫຼັກຖານເພື່ອຊຸກຍູ້ການຜັນຂະຫຍາຍ. ໝາກຜົນຂອງກອງປະຊຸມສົນທະນາຕອບສະໜອງໄດ້ເປົ້າໝາຍຊຸກຍູ້ການພັດທະນາການພົວພັນຮ່ວມມືຮອບດ້ານລະຫວ່າງສອງປະເທດ ພາຍຫຼັງທີ່ຍົກລະດັບການພົວພັນເປັນຄູ່ຮ່ວມມືຍຸດທະສາດ, ພິເສດໃນຂົງເຂດເສດຖະກິດ. ຍິ່ງໄປກວ່ານັ້ນ, ການສົນທະນາດັ່ງກ່າວ ໄດ້ສ້າງປະຖົມປັດໄຈເພື່ອເປີດກວ້າງການພົວພັນຮ່ວມມືລະຫວ່າງສອງປະເທດອອກສູ່ບັນດາຂົງເຂດອື່ນອີກດ້ວຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments