Sunday, September 8, 2024
Homeຂ່າວກິລາສະເໜີປັບປຸງຮ່າງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ

ສະເໜີປັບປຸງຮ່າງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ

ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ 9 ໃນຕອນເຊົ້າວັນທີ 26 ມິຖຸນານີ້, ທີ່ຫໍສະພາແຫ່ງຊາດ ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ

ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງແຜນການ ແລະການລົງທຶນ ໄດ້ຂຶ້ນສະເໜີຮ່າງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນສະບັບປັບປຸງ ເພື່ອໃຫ້ສະມາຊິກສະພາແຫ່ງຊາດ ຄົ້ນຄວ້າປະກອບຄໍາເຫັນ ໂດຍທ່ານໄດ້ຍົກໃຫ້ເຫັນສະພາບການນໍາໃຊ້ກົດໝາຍ ວ່າດ້ວຍການສົ່ງເສີມການລົງທຶນ ນັບແຕ່ປີ 2016 ເປັນຕົ້ນມາ ສາມາດດຶງດູດການລົງທຶນພາກເອກະຊົນທັງພາຍໃນ ແລະຕ່າງປະເທດໄດ້ຫລາຍກວ່າ 28 ຕື້ໂດລາສະຫະລັດ ຊຶ່ງປະກອບສ່ວນສໍາຄັນເຮັດໃຫ້ເສດຖະກິດຂອງລາວຂະຫຍາຍຕົວຢ່າງຕໍ່ເນື່ອງ.

ທ່ານຍົກໃຫ້ເຫັນຕື່ມວ່າ: ຄຽງຄູ່ກັບດ້ານດີ ຍັງເຫັນວ່າກົດໝາຍວ່າດ້ວຍການສົ່ງເສີມການລົງທຶນມີສິ່ງທ້າທາຍ ແລະຂໍ້ຫຍຸ້ງຍາກຫລາຍດ້ານ ເປັນຕົ້ນຂະແໜງການເສດຖະກິດມີການຂະຫຍາຍຕົວ ແລະປ່ຽນແປງ ເຮັດໃຫ້ບາງຂະແໜງການສົ່ງເສີມທີ່ໄດ້ກຳນົດໄວ້ບໍ່ສອດຄ່ອງກັບກົດໝາຍ, ໂຄງການລົງທຶນຈໍານວນໜຶ່ງຍັງບໍ່ເອົາໃຈໃສ່ປະຕິບັດຕາມພັນທະ ທີ່ກຳນົດໄວ້ໃນສັນຍາ ສົ່ງຜົນກະທົບຕໍ່ສັງຄົມ ແລະສິ່ງແວດລ້ອມ, ບາງໂຄງການມີລັກສະນະແກ່ຍາວ ແລະບັນຫາອື່ນໆ ສະນັ້ນຈິ່ງຄວນປັບປຸງກົດໝາຍວ່າດ້ວຍການລົງທຶນຄືນໃໝ່ ເພື່ອໃຫ້ສອດຄ່ອງກັບສະພາບການພັດທະນາປະເທດໃນໄລຍະໃໝ່ ແລະເປັນເຄື່ອງມືອຳນວຍຄວາມສະດວກໃຫ້ແກ່ການລົງທຶນ ພາກເອກະຊົນທັງພາຍໃນ ແລະຕ່າງປະເທດ.

ສໍາລັບຮ່າງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ສະບັບປັບປຸງ ປະກອບມີ 12 ພາກ, 16 ໜວດ 101 ມາດຕາ ໃນນີ້ປັບປຸງຄືນ 67 ມາດຕາ ເພີ່ມເຂົ້າໃໝ່ 5 ມາດຕາ ແລະຕັດອອກ 10 ມາດຕາ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments