Tuesday, September 17, 2024
Homeຂ່າວໜ້າໜຶ່ງກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ວ່າດ້ວຍອາຊະຍາກໍາຂ້າມຊາດ ຄັ້ງທີ 24

ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ວ່າດ້ວຍອາຊະຍາກໍາຂ້າມຊາດ ຄັ້ງທີ 24

ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ວ່າດ້ວຍອາຊະຍາກໍາຂ້າມຊາດ ຄັ້ງທີ 24 ໄດ້ເປີດຂື້ນໃນວັນທີ 26 ມິຖຸນາ 2024 ໂດຍການເຂົ້າຮ່ວມຂອງ ທ່ານ ພົທ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ, ມີບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ, ຫົວໜ້າຄະນະຜູ້ແທນຕີມໍແລັດສະເຕ, ຮອງເລຂາທິການໃຫຍ່ອາຊຽນ ດ້ານການເມືອງ-ຄວາມໝັ້ນຄົງ ພ້ອມດ້ວຍຄະນະຜູ້ແທນອາຊຽນ ເຂົ້າ ຮ່ວມ.

ໃນວາລະກອງປະຊຸມ ທ່ານ ພົຕ ສຸລິນະ ແກ້ວປະເສີດ ຫົວໜ້າຫ້ອງວ່າການ ກະຊວງປ້ອງກັນຄວາມສະຫງົບ, ຫົວໜ້າເຈົ້າໜ້າທີ່ອາວຸໂສ ສປປ ລາວ ຮັບຜິດຊອບວຽກງານຕ້ານອາຊະຍາກໍາຂ້າມຊາດ ໄດ້ກ່າວວ່າ: ກອງປະຊຸມເຈົ້າໜ້າທີ່ອາວຸໂສ ວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດ ເປັນກົນໄກໜຶ່ງທີ່ມີປະສິດທິພາບໃນການຮ່ວມມືສະກັດກັ້ນ ແລະ ຕ້ານອາຊະຍາກໍາຂ້າມຊາດໃນພາກພື້ນ ເຊີ່ງໃນແຕ່ລະປີບັນ ດາປະເທດສະມາຊິກອາຊຽນ ຈະໄດ້ຜັດປ່ຽນກັນຈັດກອງປະຊຸມປຶກສາຫາລືແລກປ່ຽນທັດສະນະ, ບົດຮຽນໃນການແກ້ໄຂບັນຫາດັ່ງກ່າວ.

ພ້ອມກັນນັ້ນ, ກໍ່ຈະໄດ້ສັງເກດຕີລາຄາຄືນການຈັດຕັ້ງປະຕິບັດແຜນວຽກ, ບັນດາໂຄງການຮ່ວມມື ທີ່ໄດ້ເປັນເອກະພາບກັນໃນປີຜ່ານມາ ແລະ ປຶກສາຫາລືການຮ່ວມມືໃນຕໍ່ໜ້າ. ໃນໄລຍະ 1 ປີຜ່ານມາສັງເກດເຫັນວ່າ ຫຼາຍກິດຈະກໍາໄດ້ຮັບການຈັດຕັ້ງປະຕິບັດສໍາເລັດຕາມລະດັບຄາດໝາຍ ເປັນຕົ້ນ ການຈັດກອງປະຊຸມສໍາມະນາຝຶກອົບຮົມຍົກລະດັບຄວາມຮູ້-ຄວາມສາມາດ ຂອງເຈົ້າໜ້າທີ່ປະຕິບັດກົດໝາຍ. ນອກນັ້ນ, ຕາງໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຮັບຜິດຊອບວຽກງານຕ້ານອາຊະຍາກໍາຂ້າມຊາດ ຍັງໄດ້ເຂົ້າຮ່ວມກອງປະຊຸມ ແລະກິດຈະກໍາທີ່ກ່ຽວຂ້ອງຂະແໜງ ການຕ່າງໆຈັດຂື້ນ ເຊີ່ງເປັນການຮັດແໜ້ນສາຍພົວພັນຮ່ວມມື ລະຫວ່າງຂະແໜງການກ່ຽວຂ້ອງຂອງອາຊຽນ ໃນການສະກັດກັ້ນ ແລະ ແກ້ໄຂບັນຫາອາຊະຍາກໍາຂ້າມຊາດ.

ໂອກາດດັ່ງກ່າວ ທ່ານ ພົທ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງປ້ອງ ກັນຄວາມສະຫງົບ ແຫ່ງ ສປປ ລາວ ໄດ້ຂື້ນກ່າວເປີດກອງປະຊຸມ ເຈົ້າໜ້າທີ່ອາວຸໂສອາຊຽນ ວ່າດ້ວຍການຕ້ານອາຊະຍາກາຂ້າມຊາດ ຄັ້ງທີ 24 ຢ່າງເປັນທາງການ ເຊີ່ງທ່ານໄດ້ກ່າວວ່າ: ໃນປີ 2024 ສປປ ລາວ ໄດ້ຮັບກຽດເປັນປະທານອາຊຽນ ພາຍໃຕ້ຄໍາຂັວນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ໂດຍອີງໃສ່ຄໍາຂັວນດັ່ງກ່າວ ສປປ ລາວ ໄດ້ກໍານົດ 9 ບູລິມະສິດ ໃນການເປັນປະທານອາຊຽນຂອງຕົນ ໃນນັ້ນ 4 ບູລິມະສິດ ຕິດພັນກັບການເຊື່ອມຈອດ ແລະ 5 ບູລິມະສິດ ຕິດພັນກັບຄວາມເຂັ້ມແຂງອາຊຽນ ແນໃສ່ຮັບປະກັນຄວາມພະຍາຍາມຮ່ວມກັນຂອງອາຊຽນ ໃນການສ້າງຄວາມເຂັ້ມແຂງປະຊາຄົມອາ ຊຽນ ເພື່ອນໍາໃຊ້ກາລະໂອກາດ ແລະ ແກ້ໄຂສິ່ງທ້າທາຍໃນປະຈຸບັນ ແລະ ຕໍ່ໜ້າຢ່າງມີປະສິດທິພາບ.

ສໍາລັບກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດ ເປັນກົນໄກໜຶ່ງທີ່ສໍາຄັນ, ມີພາລະບົດບາດຊ່ວຍກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດ, ຈັດຕັ້ງປະຕິບັດ, ຕິດຕາມ ແລະ ປະສານສົມທົບການຕົກລົງ ຈາກກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດ ແລະ ປະຕິບັດຕາມໜ້າທີ່ອື່ນໆ ຕາມການມອບໝາຍ. ພ້ອມນັ້ນ, ກໍ່ມີໜ້າທີ່ສ້າງນະໂຍບາຍ, ຍຸດທະສາດ ແລະ ແຜນການ, ແຜນງານ, ໂຄງການ ແລະ ປະສານງານສົມທົບຈັດຕັ້ງປະຕິບັດ ວຽກງານຕ້ານອາຊະຍາກາຂ້າມຊາດ ໃນພາກພື້ນອາຊຽນ.

ໃນປະຈຸບັນ ສະພາບການກໍ່ອາຊະຍາກໍາປະເພດຕ່າງໆ ເປັນຕົ້ນ ແມ່ນການກໍ່ການຮ້າຍ, ການຄ້າຢາເສບຕິດ, ການຄ້າມະນຸດ, ການຄ້າອາວຸດເສິກ, ອາຊະຍາກໍາທາງຄອມພິວເຕີ ແລະ ອື່ນໆ ໃນພາກພື້ນ ແລະ ໃນໂລກ ຍັງມີທ່າອ່ຽງເພີ່ມຂື້ນ, ມີຜົນກະທົບຢ່າງໃຫຍ່ຫຼວງຕໍ່ການດໍາລົງຊີວິດຂອງປະຊາຊົນ ກໍ່ຄື ການພັດທະນາເສດຖະກິດ-ສັງຄົມ ຂອງບັນດາປະເທດໃນໂລກ. ຕໍ່ກັບສະພາບການດັ່ງກ່າວ ມີຄວາມຈໍາເປັນທີ່ສຸດ ທີ່ກົນໄກກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດທີ່ຈະຕ້ອງໄດ້ມີການປະຊຸມປຶກສາຫາລືຊອກຫາວິທີປ້ອງກັນສະກັດກັ້ນອາຊະຍາກໍາຂ້າມຊາດ ຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ.

ສະນັ້ນ, ໃນກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ວ່າດ້ວຍອາຊະຍາກໍາຂ້າມຊາດ ຄັ້ງທີ 24 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ ເຊີ່ງຈະໄດ້ຈັດຂື້ນໃນລະຫວ່າງວັນທີ 26-28 ມິຖຸນາ 2024 ເຊີ່ງໃນກອງປະຊຸມສະເໜີໃຫ້ຄະນະຜູ້ແທນພິຈາລະນາບາງບັນຫາ ເປັນຕົ້ນແມ່ນ: ປຶກສາຫາລືແລກປ່ຽນທັດສະນະ ແລະ ປະເມີນສະພາບການ, ທ່າອ່ຽງຂອງບັນຫາອາຊະຍາກໍາຂ້າມຊາດໃນພາກພື້ນ ກໍ່ຄື ໃນໂລກຢ່າງກົງໄປ-ກົງມາ, ຖືກຕ້ອງຕາມຄວາມເປັນຈິງ ເພື່ອເປັນບ່ອນອີງໃຫ້ແກ່ການຄົ້ນຄວ້າກໍານົດມາດຕະການທີ່ເໝາະສົມ ເພື່ອແກ້ໄຂບັນຫາດັ່ງກ່າວ; ແລກປ່ຽນບົດຮຽນອັນດີເຊີ່ງກັນ ແລະ ກັນ ໃນການແກ້ໄຂບັນຫາອາຊະຍາກໍາຂ້າມຊາດ ຢູ່ໃນແຕ່ລະປະເທດສະມາຊິກອາຊຽນ ໃນໄລ ຍະຜ່ານມາ; ຄົ້ນຄວ້າປັບປຸງບັນດາກົນໄກ ແລະ ເຄື່ອງມືຕ່າງໆ ທີ່ຢູ່ໃນຄວາມຮັບຜິດຊອບຂອງກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ວ່າດ້ວຍອາຊະຍາກໍາຂ້າມຊາດ ໃຫ້ແທດເໝາະກັບສະພາບຕົວຈິງໃນປະຈຸບັນ; ຄົ້ນຄວ້າສ້າງຂໍ້ລິເລີ່ມໃໝ່ທີ່ຈໍາເປັນ ເພື່ອແກ້ໄຂບັນຫາອາຊະຍາກໍາຂ້າມຊາດທີ່ພົ້ນເດັ່ນໃນພາກພື້ນ ເປັນຕົ້ນ ບັນຫາຢາເສບຕິດ, ຄ້າມະນຸດ, ການກໍ່ການຮ້າຍ, ອາຊະຍາກໍາທາງຄອມພິວເຕີ, ການຄ້າອາວຸດ ແລະ ອື່ນໆ; ເພີ່ມທະວີການຮ່ວມມືແລກປ່ຽນຂໍ້ມູນຂ່າວສານ ທີ່ພົວພັນເຖິງອາຊະຍາກໍາຂ້າມຊາດ ລະຫວ່າງບັນດາປະເທດສະມາຊິກອາຊຽນ ໃຫ້ວ່ອງໄວທັນກັບສະພາບການ; ເພີ່ມທະວີພັດທະນາຂີດຄວາມສາມາດ ຂອງເຈົ້າໜ້າທີ່ປະຕິບັດກົດໝາຍທີ່ກ່ຽວຂ້ອງ ຂອງປະເທດສະມາຊິກອາ ຊຽນ ເພື່ອຕ້ານອາຊະຍາກໍາຂ້າມຊາດ; ຍົກລະດັບການພົວພັນຮ່ວມມື, ຍາດແຍ່ງການຊ່ວຍເຫຼືອທາງດ້ານເຕັກນິກວິຊາການ ແລະ ທຶນຮອນ ເພື່ອຍົກລະດັບຂີດຄວາມສາມາດຂອງອາຊຽນ ໃນການຕ້ານອາຊະຍາກໍາຂ້າມຊາດ ຈາກບັນດາປະເທດຄູ່ຮ່ວມເຈລະຈາ ແລະ ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments