Sunday, September 8, 2024
Homeບຸນປະເພນີແກ່ນທ້າວ ຈັດບຸນປະເພນີບຸນເດືອນເຈັດ ຕິດພັນກັບການທ່ອງທ່ຽວຢ່າງຄຶກຄື້ນມ່ວນຊື່ນ

ແກ່ນທ້າວ ຈັດບຸນປະເພນີບຸນເດືອນເຈັດ ຕິດພັນກັບການທ່ອງທ່ຽວຢ່າງຄຶກຄື້ນມ່ວນຊື່ນ

ເມືອງແກ່ນທ້າວ ແຂວງໄຊຍະບູລີ ຈັດບຸນນະມັດສະການພະທາດທ້າວແກ່ນ-ພະທາດນາງແພງສີ ປະເພນີ ບຸນເດືອນເຈັດ (ບຸນພະເຫວດ) ປະຈໍາປີ 2024 ຕາມຮີດຄອງປະເພນີ ຕິດພັນກັບການສົ່ງເສີມການທ່ອງທ່ຽວ ໂດຍການເຂົ້າຮ່ວມຂອງທ່ານ ອໍາຄາ ລັດສະໝີ ເຈົ້າເມືອງແກ່ນທ້າວ, ບັນດາການນໍາເມືອງ, ອົງການປົກຄອງບ້ານເທສະບານ ແລະ ມວນຊົນຢູ່ພາຍໃນເມືອງ, ຕ່າງເມືອງ, ຕ່າງແຂວງ ແລະ ຕ່າງປະເທດເຂົ້າຮ່ວມຢ່າງຄຶກຄື້ນມ່ວນຊື່ນ.

ປະເພນີ ບຸນເດືອນເຈັດ ຈັດຂຶ້ນໃນລະຫວ່າງວັນທີ 20-21 ມິຖຸນາ 2024, ເຊິ່ງກົງກັບມື້ຂຶ້ນ 14-15 ຄໍ່າ ເດືອນ 7 ພສ 2567. ພາຍໃນງານມີຫລາຍກິດຈະກໍາ ເປັນຕົ້ນ ພິທີຕັກບາດຖວາຍສັງຄະທານແດ່ພະສົງ-ສາມະເນນ, ເຕົ້າໂຮມຊັ້ນຄົນຕ່າງໆ ທີ່ວັດສີພູມ ເພື່ອໄປເຊີນພະເຫວດ ແລະ ເຄື່ອນຍ້າຍຂະບວນໄປຫໍເຊີນພະເຫວດ. ຈາກນັ້ນ, ໄດ້ເຂົ້າສູ່ພິທີອັນເຊີນພະເຫວດ, ເຄື່ອນຍ້າຍຂະບວນພະເຫວດ ເຂົ້າເມືອງ ແລະ ກິດຈະກໍາອື່ນໆອີກ.

ທັ້ງນີ້, ເພື່ອເປັນການອະນຸລັກຮັກສາຮີດຄອງປະເພນີອັນດີງາມ ຂອງເມືອງທີ່ເຄີຍປະຕິບັດກັນມາແຕ່ດົນນານ ໃຫ້ຢູ່ຄູ່ກັບຊາວເມືອງແກ່ນທ້າວຕະຫລອດໄປ ແລະ ທັງເປັນການສົ່ງເສີມການທ່ອງທ່ຽວອີກດ້ວຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments