Friday, September 20, 2024
Homeຂ່າວພາຍໃນທ່ານນາຍົກລັດຖະມົນຕີ ພົບປະໂອ້ລົມການນຳຫຼັກແຫຼ່ງແຂວງອັດຕະປື

ທ່ານນາຍົກລັດຖະມົນຕີ ພົບປະໂອ້ລົມການນຳຫຼັກແຫຼ່ງແຂວງອັດຕະປື

ໃນໄລຍະເຄື່ອນໄຫວເຮັດວຽກ ແລະ ຊີ້ນໍາວຽກງານຢູ່ແຂວງ ອັດຕະປື ທ່ານ ສອນໄຊ ສີພັນດອນ, ນາຍົກລັດ ຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມ ຕໍ່ການນຳຫຼັກແຫຼ່ງ ແຂວງອັດຕະປື ໂດຍມີທ່ານ ພົນໂທ ວັນທອງ ກອງມະນີ, ເຈົ້າແຂວງໆອັດຕະປື ນຳພາຄະນະ ໃຫ້ການຕ້ອນຮັບ ແລະ ເຂົ້າຮ່ວມຮັບຟັງການພົບປະໂອ້ລົມດັ່ງກ່າວ ໃນຕອນເຊົ້າວັນທີ 22 ມິຖຸນາ 2024 ທີ່ສະໂມສອນໃຫຍ່ແຂວງອັດຕະປື.

ໃນໂອກາດນີ້, ທ່ານ ເຈົ້າແຂວງໆອັດຕະປື ໄດ້ລາຍງານໃຫ້ຊາບ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມທີ່ພົ້ນເດັ່ນຂອງແຂວງ ໄລຍະ 6 ເດືອນຕົ້ນປີ 2024 ຕິດພັນກັບການຈັດຕັ້ງປະຕິບັດທິດຊີ້ນຳຂອງທ່ານ ນາຍົກລັດຖະມົນຕີ ໃນຕົ້ນເດືອນເມສາທີ່ຜ່ານມາ ເຫັນວ່າ: ທົ່ວແຂວງ ສືບຕໍ່ມີສະຖຽນ ລະພາບທາງດ້ານການ ເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ການເກັບລາຍຮັບເຂົ້າງົບປະ ມານໄດ້ 365 ຕື້ກີບ ເທົ່າກັບ 55.5% ຂອງແຜນການປີ; ໄດ້ລົບລ້າງໂຄງການລົງທຶນ 33 ໂຄງການ ທີ່ຖ່ວງດຶງ ແລະ ສ້າງຜົນກະທົບຕໍ່ການພັດທະນາແຂວງ ໂດຍຫັນມາຊຸກຍູ້ສົ່ງເສີມໃນກິດຈະການທີ່ຈະມີປະສິດທິຜົນ ແລະ ຍືນຍົງກວ່າ ຊຶ່ງໄດ້ສຶກສາຄວາມເປັນໄປໄດ້ ເພື່ອສ້າງກິດຈະການ: ສະຖານທີ່ທ່ອງທ່ຽວ ແລະ ກິລາ, ການປູກໝາກຈອງ, ໝາກຖົ່ວລຽນ, ໝາກໄມ້ໃຫ້ໝາກ, ໂຮງງານມັນຕົ້ນ ແລະ ອື່ນໆ; ການຜະລິດກະສິກໍາ: ສາມາດຜະລິດເຂົ້າໄດ້ 576 ເຮັກຕາ, ຜົນຜະລິດ 1,961 ໂຕນ ເທົ່າກັບ 45.4% ຂອງແຜນການ, ການຜະລິດພືດຜັກໄດ້ 313 ເຮັກຕາ, ຜົນຜະລິດ 4,643 ໂຕນ ເທົ່າກັບ 85% ຂອງແຜນການ, ການຜະລິດເປັນສິນຄ້າປະຕິບັດໄດ້ 29,292 ເຮັກຕາ, ຜົນຜະລິດ 723,295 ໂຕນ ເທົ່າກັບ 60% ຂອງແຜນການ; ໄດ້ສົ່ງແຮ່ທາດອອກ 793.274 ໂຕນ, ໃນນັ້ນ ແຮ່ເຫຼັກ 30.000 ໂຕນ, ແຮ່ບົກຊິດ 393.172 ໂຕນ, ແຮ່ຄຳ ແລະ ແຮ່ເງິນ ຈຳນວນໜຶ່ງ ລວມມູນຄ່າທັງໝົດ 38.8 ລ້ານໂດລາສະຫະລັດ; ຄົວເຮືອນໃນທົ່ວແຂວງມີໄຟຟ້າຊົມໃຊ້ກວມ 95%; ແຂວງໄດ້ອອກຄໍາສັ່ງຕ່າງໆ ເປັນຕົ້ນ ຄໍາສັ່ງວ່າດ້ວຍການຢຸດຕິການຂຸດຄົ້ນແຮ່ຄໍາຕົກຂ້ອນ; ຄໍາສັ່ງວ່າດ້ວຍການຢຸດຕິການສໍາຫຼວດ, ຂຸດຄົ້ນໄມ້ ແລະ ທ້ອນໂຮມໄມ້ ໃນທົ່ວແຂວງ; ຄໍາສັ່ງວ່າດ້ວຍການຄຸ້ມຄອງ ແລະ ເກັບກູ້ນຳໃຊ້ເຄື່ອງປ່າຂອງດົງ (ປະເພດ ໝາກຈອງ); ຄໍາສັ່ງວ່າດ້ວຍການຕິດຕາມ, ກວດກາ ແລະ ໃຊ້ມາດຕະການຕໍ່ຜູ້ລະເມີດການຈຳໜ່າຍ, ຊື້-ຂາຍ ສິນຄ້າເກືອດຫ້າມປະເພດຕ່າງໆ; ຄໍາສັ່ງວ່າດ້ວຍການຫ້າມຈັບຈ່ອງ ແລະ ບຸກລຸກທີ່ດິນໂດຍບໍ່ໄດ້ຮັບການອະນຸຍາດ; ແລະ ຄໍາສັ່ງວ່າດ້ວຍການເພີ່ມທະວີຄຸ້ມຄອງກິດຈະ ການແຮ່ທາດ.

ໃນໂອກາດດຽວກັນ, ທ່ານ ນາຍົກລັດຖະມົນຕີ ກໍ່ໄດ້ໃຫ້ກຽດໂອ້ລົມຕໍ່ຜູ້ເຂົ້າຮ່ວມ ໂດຍໄດ້ຍົກໃຫ້ເຫັນ ສະພາບການພົ້ນເດັ່ນ ໃນພາກພື້ນ, ສາກົນ ແລະ ພາຍໃນປະເທດ ໂດຍສະເພາະ ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ການຄຸ້ມຄອງລັດ-ຄຸ້ມ ຄອງສັງຄົມ, ການປັບປຸງຊັບຊ້ອນສະມາຊິກລັດຖະບານ, ແຜນວຽກຈຸດສຸມຂອງລັດຖະບານ ລວມທັງ ຂໍ້ຫຍຸ້ງ ຍາກ, ສິ່ງທ້າ ທາຍ ຈາກປັດໄຈພາຍໃນ ແລະ ພາຍນອກ ທີ່ມີຕໍ່ການປົກປັກ ຮັກສາ ແລະ ພັດທະນາປະເທດເຮົາ ຕະຫຼອດຮອດ ຄວາມພະ ຍາຍາມ ແລະ ເອົາໃຈໃສ່ ຂອງສູນກາງພັກ ແລະ ລັດຖະບານ ໃນການແກ້ໄຂບັນຫາເຄັ່ງຮ້ອນຕ່າງໆ. ອັນສຳຄັນ, ທ່ານ ນາຍົກລັດ ຖະມົນຕີ ໄດ້ຊີ້ນຳ ໃຫ້ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ສືບຕໍ່ຕິດຕາມ ແລະ ແກ້ໄຂບັນຫາຫຍໍ້ທໍ້ ໃນສື່ສັງຄົມອອນລາຍ ແລະ ບັນຫາຫຍໍ້ທໍ້ອື່ນໆໃນສັງຄົມ; ສືບຕໍ່ເພີ່ມທະວີການປັບປຸງກໍ່ສ້າງພັກ-ພະນັກງານ ຕາມທິດກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ທັງເດັດດ່ຽວແກ້ໄຂຈຸດອ່ອນ-ຄົງຄ້າງພາຍໃນພັກ ຢ່າງເຂັ້ມງວດເດັດຂາດ; ສືບຕໍ່ປັບປຸງລະ ບົບການຈັດຕັ້ງ, ກົງຈັກ ແລະ ກົນໄກເຄື່ອນໄຫວຂອງບັນດາອົງການອຳນາດລັດແຕ່ລະຂັ້ນ ໃຫ້ເຂັ້ມແຂງ ແລະ ມີປະສິດທິ ພາບ; ສືບຕໍ່ປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ພ້ອມທັງ ປັບປຸງ, ກໍ່ສ້າງກຳລັງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງບໍ່ຢຸດຢັ້ງ; ນຳໃຊ້ທ່າແຮງບົ່ມຊ້ອນຂອງທ້ອງຖິ່ນ ໃຫ້ເກີດປະໂຫຍດສູງສຸດ ໂດຍສະເພາະ ດ້ານການປູກ-ການລ້ຽງ; ຈັດຕັ້ງເຜີຍແຜ່ຊື່ມຊຶມ ແລະ ຈັດຕັ້ງຜັນຂະຫຍາຍມະຕິ 04/ກມສພ, ລົງວັນທີ 11 ເມສາ 2024 ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ “ສອຈ” ໃນໄລຍະໃໝ່ ໃຫ້ເປັນແຜນວຽກ ແລະ ມາດຕະການຕົວຈິງ; ສືບຕໍ່ປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ນະໂຍບາຍສິນເຊື່ອ ເພື່ອກະຕຸ້ນເສດຖະກິດ ໃຫ້ເກີດເປັນຮູບປະທຳຫຼາຍ ກວ່າເກົ່າ; ເອົາໃຈໃສ່ປັບປຸງແກ້ໄຂຂໍ້ຄົງຄ້າງການດໍາເນີນທຸລະກິດ ແລະ ການລົງທຶນ ໃຫ້ດີຂຶ້ນ, ເອົາໃຈໃສ່ຄຸ້ມຄອງບັນດາໂຄງການລົງທຶນ ໃຫ້ມີປະສິດທິຜົນ ແລະ ເຄື່ອນໄຫວຖືກຕ້ອງຕາມກົດ ໝາຍ; ເອົາໃຈໃສ່ສົ່ງເສີມການຜະລິດພາຍໃນ ເພື່ອທົດແທນການນໍາເຂົ້າ ຈາກຕ່າງປະເທດ; ເອົາໃຈໃສ່ແກ້ໄຂຄວາມທຸກຍາກ ຂອງປະຊາຊົນ,​ ບັນຫາຄູອາສາສະໝັກ, ການຂາດເຂີນຄູສອນ, ການຂາດຮຽນ ແລະ ປະລະການຮຽນຂອງນັກຮຽນ ຕາມນະໂຍບາຍ ກໍ່ຄືນິຕິກຳທີ່ໄດ້ກຳນົດໄວ້; ສືບຕໍ່ເຄື່ອນໄຫວວຽກງານຕ່າງປະເທດ ຢ່າງມີປະສິດທິຜົນ ເພື່ອຍາດແຍ່ງເອົາການຊ່ວຍ ເຫຼືອ ແລະ ແກ້ໄຂບັນຫາຄົງຄ້າງຕ່າງໆທີ່ຕິດພັນ; ໃຫ້ແຂວງສົມ ທົບກັບກະຊວງພະລັງງານ ແລະ ບໍ່ແຮ່, ກະຊວງແຜນການ ແລະ ການລົງທຶນ ກວດກາຄືນໂຄງການດ້ານພະລັງງານ ແລະ ບໍ່ແຮ່ ກ່ຽວກັບການຈັດຕັ້ງປະຕິບັດສັນຍາ ໃນໄລຍະຜ່ານມາ, ແລ້ວດຳເນີນການຕາມຂັ້ນຕອນກົດໝາຍ ແລະ ລະບຽບການ ຢ່າງເຂັ້ມງວດ. ສຳລັບການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ​ຂັ້ນຂອງພັກ ແມ່ນໃຫ້ປະຕິບັດຖືກຕ້ອງ ແລະ ສອດຄ່ອງກັບບັນດານິຕິກຳທີ່ກຳນົດໄວ້, ມີການມອບຄວາມຮັບຜິດຊອບໃຫ້ຈະ ແຈ້ງ, ກະກຽມເນື້ອໃນໃຫ້ຊັດເຈນ, ວາງວິໃສທັດ ໃຫ້ສອດຄ່ອງກັບທ່າແຮງ ແລະ ຈຸດພິເສດຂອງແຂວງ, ການຈັດວາງບຸກຄະລາກອນ ຕ້ອງໄປຕາມແຜນກຳນົດພະນັກງານນຳພາຄຸ້ມຄອງ ແນໃສ່ຄັດເລືອກໃຫ້ໄດ້ ຜູ້ມີຜົນງານດີເດັ່ນແທ້.

ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments