Tuesday, September 17, 2024
Homeຂ່າວໜ້າໜຶ່ງຮອງປະທານປະເທດ ເນັ້ນໃຫ້ແຂວງໄຊຍະບູລີ ເອົາໃຈໃສ່ວຽກງານການເມືອງ-ແນວຄິດ ໃນທົ່ວລະບົບການເມືອງ ແລະ ທົ່ວສັງຄົມ ໃຫ້ເລິກເຊິ່ງ, ທົ່ວເຖິງ ແລະ ແທດກັບຕົວຈິງຕາມແຕ່ລະເປົ້າໝາຍ

ຮອງປະທານປະເທດ ເນັ້ນໃຫ້ແຂວງໄຊຍະບູລີ ເອົາໃຈໃສ່ວຽກງານການເມືອງ-ແນວຄິດ ໃນທົ່ວລະບົບການເມືອງ ແລະ ທົ່ວສັງຄົມ ໃຫ້ເລິກເຊິ່ງ, ທົ່ວເຖິງ ແລະ ແທດກັບຕົວຈິງຕາມແຕ່ລະເປົ້າໝາຍ

ວັນທີ 19-20 ມິຖຸນາ 2024, ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ ພ້ອມຄະນະໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງໄຊຍະບູລີ ເພື່ອຟັງການລາຍງານໂດຍສັງເຂບສະພາບການຈັດຕັ້ງປະຕິບັດວຽກງານພົ້ນເດັ່ນ 6 ເດືອນຜ່ານມາ ແລະ ແຜນວຽກຈຸດສຸມ 6 ເດືອນທ້າຍປີ 2024 ພ້ອມທັງໄດ້ພົບປະໂອ້ລົມການນໍາ, ພະນັກງານຫລັກແຫ່ລງຂອງແຂວງ-ເມືອງ ທີ່ຫ້ອງປະຊຸມຫ້ອງວ່າການແຂວງໄຊຍະບູລີ.

ໂອກາດນີ້ ທ່ານ ຮອງປະທານປະເທດ ໄດ້ເນັ້ນໃຫ້ການນໍາແຂວງ-ເມືອງ ສືບຕໍ່ເອົາໃຈໃສ່ນໍາພາເຮັດວຽກງານການເມືອງ-ແນວຄິດ ໃນທົ່ວລະບົບການເມືອງ ແລະ ທົ່ວສັງຄົມ ໃຫ້ເລິກເຊິ່ງ, ທົ່ວເຖິງ ແລະ ແທດກັບຕົວຈິງຕາມແຕ່ລະເປົ້າໝາຍ ໄປຄຽງຄູ່ກັບການປຸກລະດົມນໍ້າໃຈແຂ່ງຂັນຮັກຊາດ ແລະ ພັດທະນາ ໂດຍສະເພາະໃນສະພາບຫຍຸ້ງຍາກທາງດ້ານເສດຖະກິດ, ເຮັດໃຫ້ພະນັກງານ, ຄູອາຈານ, ແພດໝໍ, ທະຫານ, ຕໍາຫລວດ ກໍຄືປະຊາຊົນບັນດາເຜົ່າໃຫ້ຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ, ຍົກສູງສະຕິຄວາມເປັນເຈົ້າຂອງປະເທດຊາດ ກໍຄືນໍ້າໃຈບຸກບືນສູ້ຊົນຜ່ານຜ່າ,

ພ້ອມນີ້ ຕ້ອງສືບຕໍ່ຍູ້ແຮງການຈັດຕັ້ງປະຕິບັດບັນດາມາດຕະການ ແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ເອົາໃຈໃສ່ພັດທະນາຂົງເຂດວັດທະນະທໍາ-ສັງຄົມ ໃຫ້ສົມຄູ່ກັບການພັດທະນາດ້ານເສດຖະກິດ ໂດຍສະເພາະແມ່ນບັນຫາຄຸນນະພາບການສຶກສາສາມັນ ເຊິ່ງແຂວງ-ເມືອງ-ອໍານວຍການໂຮງຮຽນ ຕ້ອງຮ່ວມກັບການຈັດຕັ້ງບ້ານ ແລະ ຄອບຄົວ ພ້ອມກັນຄົ້ນຄວ້າປຶກສາຫາລືຊອກຫາວິທີການແກ້ໄຂບັນຫາຫຍໍ້ທໍ້ ທີ່ເກີດຂຶ້ນໃນຂະແໜງນີ້ ເຊັ່ນ: ບັນຫາຄູອາສາ, ການຂາດແຄນຄູສອນ, ຫ້ອງຮຽນຄັບແຄບບໍ່ໄດ້ມາດຕະຖານ, ອັດຕາການເຂົ້າຮຽນຕໍ່າ ແລະ ການປະລະການຮຽນຢູ່ແຕ່ລະຮາກຖານບ້ານ.

ຄຽງຄູ່ກັນນີ້ ຕ້ອງຖືນະໂຍບາຍເອົາການສຶກສາໄປກ່ອນກ້າວໜຶ່ງຢ່າງຕໍ່ເນື່ອງ ແລະ ເຮັດຢ່າງສຸດກົກສຸດປາຍແທ້ເພີ່ມທະວີຄວາມເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນາຊົນນະບົດຮອບດ້ານ ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ໃຫ້ເປັນຂະບວນຟົດຟື້ນຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ແຕ່ຮາກຖານ ຫລື ແຕ່ລະຄອບຄົວຂຶ້ນມາ; ສືບຕໍ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດກໍຄືບັນຫາຫຍໍ້ທໍ້ອື່ນໆ ຢ່າງຕັ້ງໜ້າໜັກແໜ້ນກວ່າເກົ່າ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments