Sunday, September 8, 2024
Homeສຶກສາແຈ້ງທຶນການສຶກສາ

ແຈ້ງທຶນການສຶກສາ

ຫ້ອງການກະຊວງສຶກສາທິການ ແລະ ກິລາ ຂໍຖືເປັນກຽດແຈ້ງມາຍັງນັກສຶກສາຊາບວ່າ: Guangxi Vocational & Technical College ສປ.ຈີນ, ແຈ້ງຮັບນັກສຶກສາທີ່ມີລະດັບພາສາຈີນ ລະດັບ 3 ຂຶ້ນໄປ ເຊິ່ງມີຄວາມສົນໃຈຢາກໄປສຶກສາຕໍ່ທີ່ວິທະຍາໄລດັ່ງກ່າວ ໃນ 20 ສາຂາວິຊາ (ມີລາຍລະອຽດຄັດຕິດ) ຈຳນວນ 20 ທຶນ ລະດັບຊັ້ນສູງ. ພາຍໃຕ້ທຶນ Guangxi Vocational & Technical College, ນັກສຶກສາທີ່ໄດ້ຮັບທຶນແມ່ນຈະໄດ້ປະເມີນຫຼັງຈາກຮຽນ ຈົບປີທີ1 ເພື່ອຈະສາມາດສືບຕໍ່ຮັບທຶນໃນປີທີ2.

1. ເງື່ອນໄຂຂອງຝ່າຍໃຫ້ທຶນຮັບຜິດຊອບມີ: ເບ້ຍລ້ຽງ, ຄ່າຮຽນ, ຄ່າຫໍພັກ ແລະ ປື້ມແບບຮຽນພື້ນຖານ, ນອກຈາກນີ້ແມ່ນນັກສຶກສາຮັບຜິດຊອບເອງ.

II. ວິທີສະໝັກ

ສໍາລັບໃບຄໍາຮ້ອງ, ຄໍາແນະນໍາ ແລະ ລາຍລະອຽດເພີ່ມເຕີມແມ່ນໃຫ້ຜູ້ສົນໃຈພົວພັນນໍາ ພະແນກຄຸ້ມຄອງທຶນການ ສຶກສາ ແລະ ນັກສຶກສາ ຫ້ອງ 108(ຊັ້ນ 01) ເບີໂທ 021 255033. ກົມກິດຈະການນັກສຶກສາ ກະຊວງສຶກສາທິການ ແລະ ກິລາ ອາຄານ 4 ຊັ້ນ ເຂດສະໜາມກິລາເຈົ້າອານຸວົງ, ປິດຮັບສະໝັກ ວັນທີ 01 ກໍລະກົດ 2024. ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ສະໝັກໃຫ້ທັນເວລາດ້ວຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments