Tuesday, September 17, 2024
Homeຂ່າວພາຍໃນຮອງເຈົ້າແຂວງສະຫວັັນນະເຂດ ລົງຕິດຕາມຊຸກຍູ້ການສອບເສັງຈົບຊັ້ນ ມ.7 ຢູ່ເມືອງໄຊພູທອງ

ຮອງເຈົ້າແຂວງສະຫວັັນນະເຂດ ລົງຕິດຕາມຊຸກຍູ້ການສອບເສັງຈົບຊັ້ນ ມ.7 ຢູ່ເມືອງໄຊພູທອງ

ໃນວັນທີ 19 ມິຖຸນານີ້ ທີ່ໂຮງຮຽນ ມ.ສ ພູມມະເຈດີ, ທ່ານນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງ ສະຫວັນນເຂດ ຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມແຂວງ ພ້ອມຄະນະໄດ້ເຄື່ອນໄຫວຕິດຕາມຊຸກຍູ້ການສອບເສັງຈົບຊັ້ນ ມ.7 ຢູ່ເມືອງໄຊພູທອງ ໃຫ້ກຽດຕ້ອນຮັບຂອງທ່ານ ພົມມາ ສົງວິໄລ ຮອງເຈົ້າເມືອງ ຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມ ພ້ອມຄະນະເຂົ້າຮ່ວມ.

ທົ່ວເມືອງໄຊພູທອງມີນັກສອບເສັງຈົບຊັ້ນ ມ.7 ທັງໝົດ 174 ຄົນ, ຍິງ 83 ຄົນ ແບ່ງອອກເປັນ 1 ສູນສອບເສັງຄື: ສູນສອບເສັງ ມ.ສ ພູມມະເຈດີມີ 6 ໂຮງຮຽນເຂົ້າຮ່ວມສອບເສັງຄື: ມ.ສ ໄຊພູທອງ, ມ.ສ ທ່າໂພ,ມ.ສ ເຮືອນຫີນ, ມ.ສ ພູມມະເຈດີ, ມ.ສ ນາຄໍາ ແລະ ມ.ສ ນາບໍ່, ມີຫ້ອງສອບເສັງ 8 ຫ້ອງ ສະເລ່ຍ 21 ຄົນຕໍ່ຫ້ອງ, ມີກຳມະການຍາມຫ້ອງສອບເສັງ 16 ຄົນ, ສອບເສັງໃນ 5 ວິຊາຄື: ພາສາລາວ-ວັນນະຄະດີ, ວິທະຍາ ສາດທຳມະຊາດ, ວິທະຍາສາດສັງ-ຄົມ ແລະ ຄະນິດສາດ, ການສອບເສັງດຳເນີນໄປເປັນເວລາ 3 ວັນ ນັບແຕ່ວັນທີ 19-21 ມິຖຸນານີ້ຈຶ່ງສຳເລັດ.

ໂອກາດນີ້, ທ່ານນາງ ຫຼິງທອງ ແສງຕາວັນ ໄດ້ໃຫ້ກຽດໂອ້ລົມຕໍ່ຄະນະນໍາເມືອງ, ຄະນະອໍານວຍການໂຮງຮຽນ ແລະ ຄະນະກໍາມະການວ່າ: ການພັດທະນາຊັບພະຍາກອນມະນຸດແມ່ນປັດໃຈສຳຄັນກ່ວາໝູ່ ເພື່ອສ້າງຄົນໃຫ້ມີຄວາມຮູ້, ຄວາມສາມາດມີຄຸນສົມບັດສິນທຳປະຕິວັດ ມີຫົວຄິດປະດິດສ້າງ ພ້ອມນີ້ການພັດທະນາແບບຍືນຍົງຕ້ອງພັດທະນາເສດຖະກິດສັງ-ຄົມ, ຄວາມໝັ້ນຄົງທາງດ້ານຄວາມສະຫງົບ ແລະ ສິ່ງແວດລ້ອມ, ພັກ-ລັດຍາມໃດກໍໄດ້ເອົາໃຈໃສ່ບັນຫາເຫຼົ່ານີ້ ຊຶ່ງແມ່ນໜ້າທີ່ປວງຊົນລາວທັງຊາດແນໃສ່ສືບຕໍ່ຮັກສາມູນເຊື້ອຄວາມສະຫງົບຄວາມໝັ້ນຄົງ, ເອົາໃຈໃສ່ວຽກງານການສຶກສາຮັບປະກັນໃຫ້ໄດ້ 100% ຊຸກຍູ້ບັນດານັກສຶກສາໃຫ້ມາສອບເສັງທັນເວລາ ຕິດຕາມກວດການັກສອບເສັງ ເພື່ອບໍ່ໃຫ້ເກີດປະກົດການຫຍໍ້ທໍ້ຢູ່ໃນຂົງເຂດດັ່ງກ່າວ.

ຂ່າວ: ສະຫວັນນະເຂດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments