Thursday, September 19, 2024
Homeຂ່າວຕ່າງປະເທດຄຸນງານຄວາມດີທີ່ເປັນອຳມະຕະຂອງ ສະຫາຍກິມ ເຈິງ ອິນ ທີ່ໄດ້ສ້າງໃນການກໍ່ສ້າງພັກແຮງງານເກົາຫຼີ

ຄຸນງານຄວາມດີທີ່ເປັນອຳມະຕະຂອງ ສະຫາຍກິມ ເຈິງ ອິນ ທີ່ໄດ້ສ້າງໃນການກໍ່ສ້າງພັກແຮງງານເກົາຫຼີ

(ເນື່ອງໃນໂອກາດ ຄົບຮອບ 60ປີ ທີ່ສະຫາຍ ກິມເຈິງອິນຜູ້ນຳທີ່ຍິ່ງໃຫຍ່ ຂອງປະຊາຊົນເກົາຫຼີ ໄດ້ເລີ່ມຕົ້ນເຮັດວຽກຢູ່ ສູນກາງພັກແຮງງານເກົາຫຼີ 19 ມິຖຸນາ 1964 – 19 ມິຖຸນາ 2024)

ວັນທີ 19 ມິຖຸນາ, ປີ2024ແມ່ນ ວັນຄົບຮອບ 60ປີ ທີ່ສະຫາຍ ກິມເຈິງອິນ ຜູ້ນຳທີ່ຍິ່ງໃຫຍ່ຂອງປະຊາຊົນເກົາຫຼີ ໄດ້ເລີ່ມຕົ້ນເຮັດວຽກຢູ່ ສູນກາງພັກແຮງງານເກົາຫຼີ.

ໃນຕະຫຼອດໄລຍະແຫ່ງການນຳພາພັກແຮງງານເກົາຫຼີ, ສະຫາຍກິມເຈິງອິນໄດ້ຖືເອົາການເສີມສ້າງພັກຂອງສະຫາຍກິມອິນເຊິງລວມທັງຊື່ແລະຄວາມເປັນຈິງເປັນພາລະກິດຕົ້ນຕໍແລະດຳເນີນການຈັດຕັ້ງປະຕິບັດຢ່າງມີໝາກຜົນ. ສະຫາຍໄດ້ພັດທະນາແນວຄິດການປະຕິວັດ, ແນວຄິດຈຸດເຊທີ່ສະຫາຍກິມອິນເຊິງສ້າງຕັ້ງຂຶ້ນໃຫ້ເປັນຮູບປະທຳແລະເປັນແນວຄິດຊີ້ນຳພຽງໜຶ່ງດຽວຂອງພັກແຮງງານເກົາຫຼີ,ທັງໄດ້ຖືເອົາແນວຄິດດັ່ງກ່າວນີ້ເປັນຕົວແບບກໍຄືໂຄງການອັນສູງສຸດໃນທົ່ວສັງຄົມ ຍ້ອນການຊີ້ນຳໆພາຂອງສະຫາຍ, ພັກແຮງງານເກົາຫຼີໄດ້ຮັບການພັດທະນາໃຫ້ເປັນອົງການຈັດຕັ້ງທີ່ມີຄວາມປອດໃສ, ເຂັ້ມແຂງແລະເປັນເອກະພາບໃນການກະທຳຕົວຈິງ, ເປັນອົງການຈັດຕັ້ງທີ່ມີລະບົບແນວຄິດທີ່ເປັນໜຶ່ງດຽວແລະສ້າງຕັ້ງລະບົບການນຳພາທີ່ເປັນໜຶ່ງດຽວຂອງຜູ້ນຳຢ່າງເຄັ່ງຄັດ ພັກແຮງງານເກົາຫຼີ ໄດ້ໂຮມພະລັງມວນຊົນ ໃຫ້ແຂງແກ່ນຄືດັ່ງຫີນສີລາ, ມີການຈັດຕັ້ງ ແລະ ມີແນວຄິດ ທີ່ເປັນເອກະພາບ ຢຶດໝັ້ນຄຳສັ່ງສອນສະຫາຍກິມອິນເຊິງເປັນຫຼັກເພື່ອໝູນໃຊ້ເຂົ້າກັບສະພາບຄວາມເປັນຈິງໃນການກໍ່ສ້າງພັກ.

ນີ້ແມ່ນໝາກຜົນອັນລ້ຳຄ່າທີ່ມີລັກສະນະລະອຽດຕໍ່ຜູ້ນຳຂອງສະຫາຍກິມເຈິງອິນ, ທີ່ເຂົ້າໃຈບັນຫາເລິກເຊິ່ງຢ່າງຫາອັນປຽບບໍ່ໄດ້, ສະຫາຍໄດ້ນຳພາຢ່າງປີຊາສາມາດໃນການຕັດສິນໃຈວາງຫຼັກການແລະວາງມະຕິທາງດ້ານການເມືອງທີ່ສະຫຼາດສ່ອງໃສ ສະຫາຍກິມເຈິງອິນໄດ້ສ້າງພັກແຮງງານເກົາຫຼີໃຫ້ເປັນພັກທີ່ຮັບໃຊ້ມວນຊົນ, ມີຄວາມຮັບຜິດຊອບຢ່າງເຕັມສ່ວນຕໍ່ຈຸດໝາຍແລະອຸດົມການຂອງປະຊາຊົນທັງຮັບໃຊ້ປະຊາຊົນດ້ວຍຄວາມຊື່ສັດບໍລິສຸດຢ່າງແທ້ຈິງ ການເຊີດຊູເສີມຂະຫຍາຍສາຍກ່ຽວພັນແບບກາຍະອິນຊີລະຫວ່າງພັກແຮງງານເກົາຫຼີແລະປະຊາຊົນລວມທັງຄວາມເປັນປຶກແຜ່ນແໜ້ນໜາຂອງຮາກຖານມວນຊົນຂອງພັກເປັນຫຼັກການທີ່ສຳຄັນໃນການກໍ່ສ້າງພັກກໍຄືການຄົງຕົວແລະຂະຫຍາຍຕົວຂອງພັກ.

ສະຫາຍໄດ້ເຫັນແຈ້ງວ່າທຸກການຈັດຕັ້ງແລະພະນັກງານລ້ວນແຕ່ຕ້ອງດຳເນີນການຈັດຕັ້ງປະຕິບັດເພື່ອຜົນປະໂຫຍດຂອງມະຫາຊົນດຳລົງຊີວິດຕິດແທດກັບມະຫາຊົນແລະເປັນຜູ້ຮັບໃຊ້ມະຫາຊົນ ຍ້ອນມີແນວທາງການເມືອງທີ່ຮັບໃຊ້ສິດຜົນປະໂຫຍດຂອງທົ່ວປວງຊົນ, ພັກແຮງງານເກົາຫຼີຈຶ່ງໄດ້ບັນລຸຜົນສຳເລັດໃນການເຕົ້າໂຮມຄວາມເປັນເອກະພາບຈິດໜຶ່ງໃຈດຽວຂອງຜູ້ນຳກໍຄືຂອງພັກແລະຂອງມວນຊົນເປັນເທື່ອທຳອິດໃນປະຫວັດສາດທ່າມກາງຄວາມຜັນຜວນທາງການເມືອງຂອງໂລກ, ນຳພາສັງຄົມເກົາຫຼີໃຫ້ເປັນຄອບຄົວສັງຄົມນິຍົມທີ່ເປັນປຶກແຜ່ນແລະສະແດງໃຫ້ເຫັນຄວາມເກັ່ງກ້າສາມາດຂອງພັກທີ່ບໍ່ມີສັດຕູໂຕໃດຕີເອົາຊະນະໄດ້ຊຶ່ງໄດ້ນຳພາປວງຊົນທັງຊາດເດັດດ່ຽວຍາດເອົາໄຊຊະນະໃນການສ້າງສັງຄົມນິຍົມທີ່ໄດ້ຮັບການສະໜັບສະໜູນແລະເຊື່ອໝັ້ນຢ່າງເດັດຂາດຂອງປວງຊົນຕະຫຼອດມາ.

ສະຫາຍກິມເຈິງອິນໄດ້ພັດທະນາພັກແຮງງານເກົາຫຼີໃຫ້ເປັນກຳລັງການເມືອງທີ່ມີພະລັງເຂັ້ມແຂງໃນການນຳພາການປະຕິວັດຕາມນະໂຍບາຍເຊິນກຸນ ສະຫາຍໄດ້ນຳພາການປະຕິວັດໄປຕາມແນວທາງນະໂຍບາຍເຊິນກຸນພ້ອມກັບປະທານກິມອິນເຊິງແຕ່ຄາວຍັງເຍົາໄວແລະມີຄວາມສົນໃຈຢ່າງເລິກເຊິ່ງໃນການພັດທະນາກອງທັບປະຊາຊົນເກົາຫຼີ ສະຫາຍເຂົ້າໃຈວ່າພັກແຮງງານເກົາຫຼີເປັນຜູ້ນຳພາໂດຍກົງແລະເດັດຂາດຕໍ່ກອງທັບແລະນຳພາເປັນແບບຢ່າງໃນການເດີນຕາມແນວຄິດຈຸດເຊ.

ສິ່ງຢັ້ງຢືນທີ່ເຫັນໄດ້ຢ່າງເດັ່ນຊັດແມ່ນສະຫາຍໄດ້ສ້າງແນວທາງການເມືອງເຊິນກຸນເປັນຫຼັກຂອງແນວທາງການເມືອງສັງຄົມນິຍົມໃນຊຸມປີ 1990 ຕາມຄວາມຮຽກຮ້ອງຕ້ອງການຂອງສະພາວະແວດລ້ອມທີ່ມີການຫັນປ່ຽນແລະການຜັນແປຂອງສະພາບການແລະໄດ້ພັດທະນາພັກແຮງງານເກົາຫຼີໃຫ້ເປັນອົງການຈັດຕັ້ງທາງການເມືອງທີ່ນຳພາການປະຕິວັດຕາມນະໂຍບາຍເຊິນກຸນ.

ການຢຶດຖືເອົາແນວທາງເຊິນກຸນເປັນແນວທາງທີ່ມີຊີວິດຊີວາຂອງພັກແລະການປະຕິວັດແລະແກ້ໄຂທຸກບັນຫາບົນພື້ນຖານຫຼັກການທີ່ໃຫ້ບຸລິມະສິດແກ່ວຽກງານປ້ອງກັນຊາດ, ສະຫາຍໄດ້ຖືເອົາກອງທັບປະຊາຊົນເປັນຫຼັກແຫຼ່ງຂອງສັງຄົມນິຍົມແລະນຳພາຢ່າງເອົາຈິງເອົາຈັງໄປສູ່ການເຮັດສຳເລັດໜ້າທີ່ຕາມພາລະບົດບາດແລະມາດຕະຖານຂອງການປະຕິວັດເຊິນກຸນໄປຄຽງຄູ່ກັບການສືບຕໍ່ດຳເນີນແນວທາງເຊິນກຸນຢ່າງເດັດດ່ຽວໜຽວແໜ້ນ.

ສະຫາຍໄດ້ຮັບປະກັນວ່າສະມາຊິກພັກທັງໝົດໄດ້ຮຽນຮູ້ຈາກອຸດົມຄະຕິທາງການເມືອງກ່ຽວກັບນ້ຳໃຈເຮັດວຽກທີ່ເດັດດ່ຽວເຂັ້ມແຂງຂອງທະຫານ, ພະນັກງານແລະກຳລັງປະກອບອາວຸດຂອງປະຊາຊົນ, ແບບແຜນວິທີເຮັດວຽກຂອງພັກໃນການປ້ອງກັນຊາດ ແລະການເປັນແບບຢ່າງໃນການດຳລົງຊີວິດ,ການຮ່ວມມື ລະຫວ່າງກອງກຳລັງປ້ອງກັນຊາດແລະການເມືອງແມ່ນປະສານກົມກຽວກັນແໜ້ນໃນບັນດາອົງການຈັດຕັ້ງພັກແລະພະນັກງານ.

ດັ່ງນັ້ນ, ຈຶ່ງເຮັດໃຫ້ພັກແຮງງານເກົາຫຼີມີຄວາມເຂັ້ມແຂງທາງດ້ານແນວຄິດປະຕິວັດ, ການຈັດຕັ້ງ, ລະບຽບວິໄນແລະຄວາມເປັນເອກະພາບແລະເປັນກຳລັງຂັບເຄື່ອນທີ່ມີບົດບາດສຳຄັນໃນການປະຕິວັດແລະການສ້າງສາປະເທດຊາດ ສະຫາຍກິມເຈິງອິນໄດ້ນຳພາກອງທັບແລະປະຊາຊົນສປປເກົາຫຼີ ໄປສູ່ຄວາມມີນ້ຳໃຈເດັດດ່ຽວເຂັ້ມແຂງສາມາດຍາດເອົາຜົນສຳເລັດໃນການຈັດຕັ້ງປະຕິບັດແນວທາງຂອງພັກໃນການສູ້ຊົນກໍ່ສ້າງປະເທດສັງຄົມນິຍົມ.

ການຫັນເອົາພັກໄປເຮັດວຽກໂດຍກົງກັບປະຊາຊົນ, ເຮັດຕາມຄວາມຄິດແລະຄວາມຮູ້ສຶກຂອງປະຊາຊົນໃນຄາວທີ່ສະຫາຍຍັງເຍົາໄວນັ້ນ, ສະຫາຍໄດ້ນຳພາພັກແຮງງານເກົາຫຼີໃຫ້ຖືເອົາຄວາມຄິດຂອງປະຊາຊົນເປັນຂໍກະແຈໃນການດຳເນີນການປະຕິວັດແລະການກໍ່ສ້າງປະເທດຊາດ, ຖືເອົາວຽກງານການເມືອງແນວຄິດເປັນກົກໃນທຸກວຽກງານເພື່ອຊຸກຍູ້ທຸກວິທີທາງໃຫ້ເກີດຄວາມຫ້າວຫັນໃນການປະຕິວັດຢ່າງປະດິດສ້າງຂອງມວນຊົນແລະເຊື່ອໝັ້ນກຳລັງແຮງຂອງເຂົາເຈົ້າທີ່ຈະສ້າງປະຫວັດສາດອັນຍິ່ງໃຫຍ່ໃນການຫັນປ່ຽນທຳມະຊາດມາຮັບໃຊ້ສັງຄົມຕາມແນວຄິດຈຸດເຊວາງໄວ້.

ໃນກາງຊຸມປີ1990 ສະຫາຍກິມເຈິງອິນໄດ້ເຮັດບົດນິພົນກ່ຽວກັບ “ການໃຫ້ບຸລິມະສິດແກ່ວຽກງານແນວຄິດແມ່ນຄວາມຮຽກຮ້ອງຕ້ອງການທີ່ຈຳເປັນໃນການປະຕິບັດພາລະກິດສັງຄົມນິຍົມ”,“ລັດທິສັງຄົມນິຍົມແມ່ນວິທະຍາສາດ” ແລະນຳພາພະນັກງານ, ທະຫານແລະປະຊາຊົນໃຫ້ມີຄວາມເຊື່ອໝັ້ນຕໍ່ໄຊຊະນະຂອງລັດທິສັງຄົມນິຍົມ ແລະຮັບປະກັນຍາດເອົາໄຊຊະນະໃນການພິທັກປົກປ້ອງລັດທິສັງຄົມນິຍົມແລະສູ້ຊົນສ້າງປະເທດໃຫ້ຈະເລີນກ້າວໜ້າ.

ຍ້ອນການນຳພາທີ່ມີວິໄສທັດຍາວໄກຂອງສະຫາຍກິມເຈິງອິນທີ່ໄດ້ອຸທິດຄວາມມານະພະຍາຍາມແຕ່ຫົວທີໃນການເສີມຂະຫຍາຍການເມືອງແນວຄິດອັນໜັກແໜ້ນໃນຂະບວນການປະຕິວັດແລະກໍ່ສ້າງປະເທດຊາດ,ບັນດາພະນັກງານ, ທະຫານແລະປະຊາຊົນສປປເກົາຫຼີ ດ້ວຍຈິດໃຈອັນເຂັ້ມແຂງທີ່ບໍ່ມີຫຍັງເອົາຊະນະໄດ້ສາມາດຫັນປ່ຽນໂສມໜ້າຂອງປະເທດຊາດ, ພ້ອມກັນສຸມກຳລັງພັດທະນາເສດຖະກິດແຫ່ງຊາດກ້າວສູ່ທັນສະໄໝແລະຍູ້ແຮງການພັດທະນາວິທະຍາສາດເຕັກໂນໂລຊີ, ຍາດເອົາໄຊຊະນະໃນການສ້າງວັດທະນະທຳສັງຄົມນິຍົມພາຍໃຕ້ເງື່ອນໄຂທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກ.

ສະຫາຍ ກິມເຈິງອິນໄດ້ເສີມສ້າງພັກແຮງງານເກົາຫຼີໃຫ້ເປັນພັກທີ່ມີໄຊຊະນະແລະໄດ້ປະກອບສ່ວນອັນເປັນອຳມະຕະເຂົ້າໃນພາລະກິດສັງຄົມນິຍົມແລະພາລະກິດເພື່ອຄວາມເປັນເອກະລາດຂອງໂລກ ເມື່ອຫວນຄືນຄຸນງາມຄວາມດີອັນຍິ່ງໃຫຍ່ຊຶ່ງສະຫາຍໄດ້ສ້າງໃນການກໍ່ສ້າງພັກແຮງງານເກົາຫຼີ, ມວນມະນຸດກ້າວໜ້າຂອງໂລກເນັ້ນໜັກເປັນເອກະພາບວ່າສະຫາຍໄດ້ເສີມສ້າງພັກແຮງງານເກົາຫຼີທີ່ເປັນເສນາທິການໃຫຍ່ຂອງການປະຕິວັດເກົາຫຼີໃຫ້ເປັນພັກທີ່ຍິ່ງໃຫຍ່ ແລະກຽດສັກສີ ດ້ວຍການເຄື່ອນໄຫວຕົວຈິງແລະທິດສະດີແນວຄິດທີ່ມີເອກະລັກ,ເວົ້າສະເພາະ ໃນໄລຍະຕົ້ນ ປີ1990 ທີ່ບາງພັກກຳອຳນາດຂອງອະດີດ ສະຫະພາບໂຊວຽດແລະປະເທດເອີຣົບຕາເວັນອອກໄດ້ຖືກລົ້ມສະຫຼາຍແລະພາລະກິດສັງຄົມນິຍົມໄດ້ຖືກປະເຊີນກັບຄວາມວຸ້ນວາຍຂອງການພັງທະລາຍຊົ່ວຄາວ,ສະຫາຍໄດ້ໃຫ້ຄວາມກະຈ່າງແຈ້ງຕໍ່ບັນຫາສໍາຄັນແລະມີຫຼັກການໃນເຄື່ອນໄຫວຂອງພັກແລະກໍ່ສ້າງພັກປະຕິວັດຂອງຊົນຊັ້ນກຳມະກອນແລະວິທີເພື່ອປະຕິບັດນັ້ນຢູ່ໃນບັນດາບົດຄວາມກໍຄືບົດຄວາມ“ລັດທິສັງຄົມນິຍົມແມ່ນວິທະຍາສາດ” ແລະ ສະຫາຍໄດ້ທັບມ້າງກົນອຸບາຍແລະການກະທໍາທີ່ບໍ່ເຄີຍມີມາກ່ອນຂອງບັນດາອິດທິກຳລັງປໍລະປັກແລະກຳລັງຕໍ່ຕ້ານສັງຄົມນິຍົມໃຫ້ສາມາດປົກປັກຮັກສາ ສັງຄົມນິຍົມແບບ ສປປ ເກົາຫຼີແລະໄດ້ຊຸກຍູ້ຂະບວນການສັງຄົມນິຍົມຂອງໂລກ.

ສະຫາຍ ກິມເຈິງອິນແມ່ນຜູ້ຍິ່ງໃຫຍ່ທີ່ໄດ້ປະກອບສ່ວນອັນເປັນອຳມະຕະໃນພາລະກິດເພື່ອຄວາມເປັນເອກະລາດຂອງໂລກ ປະຫວັດສາດ ໄດ້ຈາລຶກບຸນຄຸນບັນດາຜູ້ອຸທິດຕົນຢ່າງບໍ່ທໍ້ຖອຍເພື່ອຮັບໃຊ້ໃຫ້ແກ່ການພັດທະນາ ກ້າວຂຶ້ນ ຂອງມະນຸດ. ແຕ່ວ່າ,ໃນນັ້ນບໍ່ມີໃຜທຽບໄດ້ກັບ ສະຫາຍກິມເຈິງອິນ ແຫ່ງ ສປປ ເກົາຫຼີ ຜູ້ທີ່ໄດ້ສະແດງໃຫ້ເຫັນວິລະກຳອັນເປັນອຳມະຕະ ໃນການວາງທິດສະດີຕໍ່ສູ້ເພື່ອຄວາມເປັນເອກະລາດຂອງຊາດ ໂດຍການສ້າງພະລັງທາງແນວຄິດທີ່ຍິ່ງໃຫຍ່ ແລະ ໂດດເດັ່ນ, ມີຄວາມປີຊາສາມາດໃນການນຳພາ. ສະຫາຍກິມເຈິງອິນໄດ້ອີງໃສ່ແນວຄິດອັນສະຫຼາດສ່ອງໃສນີ້ ເພື່ອປູທາງໄປສູ່ໄຊຊະນະໃນການຕໍ່ສູ້ ເພື່ອຄວາມເປັນເອກະລາດຂອງໂລກ.

ສະຫາຍໄດ້ນຳພາຈັດຕັ້ງປະຕິບັດແນວຄິດທິດສະດີທີ່ຖືກຕ້ອງແລະມີພະລັງ,ວາງຍຸດທະສາດ ແລະຍຸດທະວິທີ ເພື່ອບັນລຸຜົນສຳເລັດໃນການຕໍ່ສູ້ເພື່ອຄວາມເປັນເອກະລາດ. ໂດຍການຂຽນບົດວິທະຍາສາດຫຼາຍສະບັບ ລວມທັງ “ວ່າດ້ວຍແນວຄິດຈຸດເຊ”ສະຫາຍໄດ້ພັດທະນາແນວຄິດຈຸດເຊ ໃຫ້ເປັນລະບົບຄົບຊຸດ ແລະ ອຸດົມສົມບູນ ເປັນແນວຄິດທີ່ນຳພາໄປສູ່ຄວາມເປັນເອກະລາດ ອັນໄດ້ເຮັດໃຫ້ປະຊາຊົນຜູ້ກ້າວໜ້າຂອງໂລກໄດ້ຕິດອາວຸດທາງແນວຄິດທິດສະດີທີ່ມີພະລັງເຂົ້າໃນການຕໍ່ສູ້ຂອງຕົນເພື່ອສ້າງໂລກໃໝ່ທີ່ມີເອກະລາດ, ສັນຕິພາບໂດຍປາສະຈາກການຄອບຄອງ, ການປາບປາມ, ການຮຸກຮານ ແລະ ກໍ່ສົງຄາມ.

ສະຫາຍໄດ້ໃຫ້ຄຳຕອບທີ່ຈະແຈ້ງຕໍ່ບັນດາບັນຫາທີ່ເປັນຍຸດທະສາດ ແລະ ຍຸດໂທບາຍ ໃນການນຳພາ ໄປສູ່ຄວາມເປັນເອກະລາດ ບົນເສັ້ນທາງແຫ່ງໄຊຊະນະ.

ສະຫາຍໄດ້ສະເໜີແນວທາງການສົ່ງເສີມຄວາມເປັນເອກະລາດຂອງໂລກເປັນໜ້າທີ່ທີ່ສຳຄັນໃນພາລະກິດການປະຕິວັດຂອງຊົນຊັ້ນກຳມະກອນ. ສະຫາຍຍັງໄດ້ສ້າງຕັ້ງແນວຄິດວິທະຍາສາດທີ່ເປັນຮູບປະທໍາ, ມີຄຸນປະໂຫຍດ ແລະ ເພື່ອຈຸດປະສົງແຫ່ງຄວາມເປັນເອກະລາດຂອງໂລກຢ່າງແທ້ຈິງ.

ໃນໄລຍະທີ່ລັດທິສັງຄົມນິຍົມໄດ້ຖືກລົ້ມສະຫຼາຍຢູ່ໃນບາງປະເທດ, ສະຫາຍໄດ້ຂຽນປຶ້ມ“ບົດຮຽນປະຫວັດສາດໃນການສ້າງສັງຄົມນິຍົມ ແລະ ທິດທາງວຽກງານຂອງພັກເຮົາ”ຊຶ່ງສະຫາຍໄດ້ວິເຄາະຢ່າງເລິກແລບເຖິງສາເຫດຕົ້ນຕໍ ແລະ ບົດຮຽນທີ່ຖອດຖອນໄດ້ຈາກການລົ້ມສະຫຼາຍຂອງລັດທິສັງຄົມນິຍົມໃນປະເທດເຫຼົ່ານັ້ນ ແລະ ເປັນທວນໄຟເຍືອງທາງອັນຖືກຕ້ອງ ເພື່ອສ້າງກະແສຟອງໃໝ່ ທີ່ມີປະສິດທິຜົນໃນຂະບວນການສັງຄົມນິຍົມໂລກ.

ສະຫາຍກິມເຈິງອິນໄດ້ໃຫ້ຄວາມກະຈ່າງແຈ້ງໃນດ້ານຫຼັກການຕໍ່ທຸກພາລະໜ້າທີ່ ແລະ ຄວາມຮຽກຮ້ອງຕ້ອງການ, ຍຸດທະສາດ, ຍຸດໂທບາຍໃນການຈັດຕັ້ງປະຕິບັດເພື່ອຄວາມເປັນເອກະລາດຂອງໂລກ ລວມທັງກຳລັງຊ່ວຍໜູນ, ຜົນສຳເລັດການພັດທະນາທີ່ເປັນເອກະລາດ ໃນບັນດາປະເທດກຳລັງພັດທະນາ, ການສ້າງຄວາມສາມັກຄີເປັນເອກະພາບຂອງບັນດາກໍາລັງຕໍ່ຕ້ານຈັກກະພັດ, ການພັດທະນາ ຂະບວນການບໍ່ຮ່ວມກຸ່ມ, ການປ່ຽນແທນລະບຽບໂລກແບບເກົ່າ ດ້ວຍລະບຽບໃໝ່ທີ່ເປັນທຳ ແລະ ອື່ນໆ.

ສະຫາຍຍັງໄດ້ກະຕຸກຊຸກຍູ້ໃຫ້ແກ່ການປະຕິບັດຄຳຂວັນ“ປະຊາຊົນທົ່ວໂລກທີ່ປົກປ້ອງຄວາມເປັນເອກະລາດຈົ່ງສາມັກຄີກັນ!”. ທິດສະດີຂອງ ສະຫາຍກິມເຈິງອິນເປັນເຂັມທິດເຍືອງທາງໃຫ້ແກ່ຂະບວນການຕໍ່ສູ້ເພື່ອເອກະລາດ ນຳໄປໝູນໃຊ້ເຂົ້າໃນການນຳພາການຕໍ່ສູ້ໄດ້ຮັບໄຊຊະນະ.

ສິ່ງສຳຄັນທີ່ສຸດສະແດງໃຫ້ເຫັນເຖິງຄວາມປີຊາສາມາດຂອງສະຫາຍໃນການນຳພາການຕໍ່ສູ້ເພື່ອຄວາມເປັນເອກະລາດໄປສູ່ໄຊຊະນະ ແມ່ນສະຫາຍໄດ້ດຳເນີນນະໂຍບາຍການເມືອງເຊິນກຸນ ທີ່ເປັນເອກະລັກຂອງຕົນ ຊຶ່ງສາມາດທັບມ້າງກົນອຸບາຍຂອງພວກຈັກກະພັດທີ່ຫວັງມ້າງເພສປປເກົາຫຼີ, ປົກປ້ອງລັດທິສັງຄົມນິຍົມຕາມແບບຂອງ ສປປ ເກົາຫຼີ ໄວ້ໄດ້ຢ່າງໝັ້ນຄົງ ແລະ ປົກປັກຮັກສາໄດ້ ສັນຕິພາບ ແລະຄວາມໝັ້ນຄົງໃນຂົງເຂດ. ຍ້ອນນະໂຍບາຍການເມືອງເຊິນກຸນຂອງສະຫາຍກິມເຈິງອິນ, ຄວາມອາດສາມາດໃນການປ້ອງກັນຕົວຂອງສປປ ເກົາຫຼີມີຄວາມເຂັ້ມແຂງຢ່າງບໍ່ມີກຳລັງໃດມາທຽບໄດ້.

ສະຫາຍກິມເຈິງອິນໄດ້ທຸ່ມເທຄວາມພະຍາຍາມຂອງຕົນເພື່ອປັບປຸງສາຍພົວພັນກັບບັນດາປະເທດທີ່ຮັກຫອມຄວາມເປັນເອກະລາດ ແລະມີການເຄື່ອນໄຫວຢ່າງຫ້າວຫັນເຂົ້າໃນຂະບວນການສ້າງໂລກໃໝ່ທີ່ເປັນເອກະລາດ, ສັນຕິພາບ ແລະມິດຕະພາບຢ່າງແທ້ຈິງ. ການເຄື່ອນໄຫວຢ້ຽມຢາມ ປະເທດຈີນ ແລະ ຣັດເຊຍ ແມ່ນໄດ້ເພີ່ມທະວີການເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ລະຫວ່າງ ສປປ ເກົາຫຼີ- ສປ ຈີນ ແລະ ສປປ ເກົາຫຼີ-ຣັດເຊຍ, ເພື່ອເປັນກ້ອນກໍາລັງແຮງໃນການຕໍ່ສູ້ຮ່ວມກັນ ເພື່ອປົກປັກຮັກສາລັດທິສັງຄົມນິຍົມ ແລະ ສັນຕິພາບໂລກ, ທັງເປັນການໃຫ້ກຳລັງໃຈແກ່ຄວາມພະຍາຍາມຂອງສາກົນ ເພື່ອສ້າງໂລກໃໝ່ທີ່ດີງາມ.

ສະຫາຍກິມເຈິງອິນໄດ້ພົບປະບັນດາຜູ້ນໍາພັກ ແລະ ປະມຸກລັດ ຈາກ ສປປ ລາວ,ສສ ຫວຽດນາມ, ຣາຊະອານາຈັກ ກຳປູເຈຍ, ອິນໂດເນເຊຍ ແລະ ປະເທດອື່ນໆທີ່ມາຢ້ຽມຢາມ ສປປ ເກົາຫຼີ ແລະ ປະກອບສ່ວນຢ່າງແຂງແຮງເຂົ້າໃນການສົ່ງເສີມໄມຕີຈິດມິດຕະພາບ ແລະ ການພົວພັນຮ່ວມມືກັບ ບັນດາປະເທດກຳລັງພັດທະນາ ຕາມຄວາມຮຽກຮ້ອງຕ້ອງການໃນສະຕະວັດໃໝ່.

ການເຄື່ອນໄຫວດ້ານການຕ່າງປະເທດຂອງສະຫາຍໄດ້ກວມເອົາຫຼາຍຂົງເຂດຕັ້ງແຕ່ຂົງເຂດການເມືອງ, ຂ່າວສານ, ເສດຖະກິດ ຊຶ່ງມີຄຸນປະໂຫຍດອັນໃຫຍ່ຫຼວງຕໍ່ການແກ້ໄຂສະພາບການຢູ່ບັນດາປະເທດແລະໃນໂລກ, ໃຫ້ການຊຸກຍູ້ຢ່າງແຂງແຮງເພື່ອຄວາມກ້າວໜ້າຂອງຂະບວນການຕໍ່ສູ້ເພື່ອຄວາມເປັນເອກະລາດຂອງໂລກ.

ພັກແຮງງານເກົາຫຼີ ຊຶ່ງສະຫາຍກິມອິນເຊິງໄດ້ກໍ່ສ້າງແລະສະຫາຍກິມເຈິງອິນໄດ້ເພີ່ມພູນຄູນສ້າງໄດ້ຮັບການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງໃຫ້ເປັນກອງເສນາທິການຂອງການປະຕິວັດເກົາຫຼີ ໂດຍສະຫາຍກິມເຈິງອຸນເລຂາທິການໃຫຍ່ພັກແຮງງານເກົາຫຼີ.

ສະຫາຍໄດ້ ນຳເອົາແນວຄິດຊີ້ນຳຂອງພັກຂອງພວກເຮົາໃຫ້ກຳນົດເປັນລັດທິກິມ ອິນ ເຊິງ-ກິມ ເຈິງ ອິນ ໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການອັນໃໝ່ຂອງການພັດທະນາການປະຕິວັດ ແລະປະກາດຖືເອົາການຫັນເປັນລັດທິກິມ ອິນ ເຊິງ-ກິມ ເຈິງ ອິນ ໃນທົ່ວສັງຄົມເປັນໂຄງການອັນສູງສຸດຂອງພັກ.

ພາຍໃຕ້ການຊີ້ນຳ-ນຳພາອັນສະຫຼາດສ່ອງໃສຂອງສະຫາຍ ກິມ ເຈິງ ອຸນ, ຄວາມສາມາດການນໍາພາ ແລະ ຄວາມສາມາດການສູ້ຊົນຂອງພັກແຮງງານເກົາຫຼີ ໄດ້ຮັບການເພີ່ມທະວີຍິ່ງໆຂຶ້ນ ແລະ ເສັ້ນທາງອັນໃໝ່ແຫ່ງການກໍ່ສ້າງສັງຄົມນິຍົມໄດ້ເປີດກວ້າງ.

ໃນມື້ນີ້ ປະຊາຊົນ ສປປ ເກົາຫຼີ ກຳລັງສືບຕໍ່ສ້າງຂະບວນການ, ສ້າງຜົນງານອັນໃຫຍ່ຫຼວງໃນການຈັດຕັ້ງປະຕິບັດມະຕີກອງປະຊຸມໃຫຍ່ຄັ້ງທີ 8 ຂອງ ພັກ ແລະມະຕິຂອງບັນດາກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ໄລຍະ 5 ປີແຫ່ງຊາດ ໂດຍສະເພາະໃນການເພີ່ມທະວີກຳລັງປ້ອງກັນຊາດ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ.

ກຳລັງແຮງຂອງຊາດໄດ້ຮັບການເສີມຂະຫຍາຍຢ່າງສູງ ແລະ ສາທາລະນະລັດພວກເຮົາ ໄດ້ຢືນຢູ່ແຖວໜ້າຂອງປະເທດທີ່ມີຄວາມເຂັ້ມແຂງທາງດ້ານທະຫານ ແລະ ພາລະບົດບາດຂອງ ສປປເກົາຫຼີນັບມື້ນັບສູງເດັ່ນຂຶ້ນກວ່າເກົ່າໃນເວທີພາກພື້ນ ແລະສາກົນ,ໂດຍສະເພາະ ສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີ ລະຫວ່າງ ສປປ ເກົາຫຼີ ແລະ ບັນດາປະເທດສັງຄົມນິຍົມ ໄດ້ຮັບການເພີ່ມທະວີຍິ່ງໆຂຶ້ນກ່ວາເກົ່າ ແລະ ຮັບປະກັນການປົກປັກຮັກສາສະພາບແວດລ້ອມແຫ່ງສັນຕິພາບ ຢູ່ແຫຼມເກົາຫຼີ.

ຄຸນງານຄວາມດີຂອງສະຫາຍກິມເຈິງອິນໃນການກໍ່ສ້າງພັກແຮງງານເກົາຫຼີຈະເປັນທວນໄຟອັນສະຫວ່າງສະໄຫວຢູ່ຄູ່ກັບປະເທດສັງຄົມນິຍົມເກົາຫຼີທີ່ຍາດໄດ້ໄຊຊະນະຕະຫຼອດມາ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments