Friday, September 20, 2024
Homeຂ່າວຕ່າງປະເທດຫວຽດນາມ ກຳນົດລະບົບຄຸນຄ່າຫຼັກແຫຼ່ງຂອງວັດທະນະທຳຊົນຊາດ

ຫວຽດນາມ ກຳນົດລະບົບຄຸນຄ່າຫຼັກແຫຼ່ງຂອງວັດທະນະທຳຊົນຊາດ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໂດຍສືບຕໍ່ລາຍການຂອງກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດຫວຽດນາມ ຊຸດທີ XV, ໃນວັນທີ 19 ມິຖຸນາ ຜ່ານມາຢູ່ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ປຶກສາຫາລືກ່ຽວກັບແຜນນະໂຍບາຍລົງທຶນໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການພັດທະນາວັດທະນະທຳໄລຍະ 2025 – 2035.

ຂ່າວລະບຸວ່າ: ມີຫຼາຍຄຳເຫັນຂອງສະມາຊິກສະພາແຫ່ງຊາດໄດ້ຢັ້ງຢືນວ່າ ນີ້ແມ່ນໂຄງການທີ່ມີລັກສະນະບຸກທະລຸ, ເພື່ອແນໃສ່ຫັນເປັນລະອຽດ ແລະ ຊຸກຍູ້ການປະຕິບັດບັນດາທັດສະນະແຜນນະໂຍບາຍໃນການຊີ້ນຳ, ນຳພາຂອງພັກກ່ຽວກັບການພັດທະນາວັດທະນະທຳໃຫ້ມີປະສິດທິຜົນ, ປະກອບສ່ວນສ້າງວັດທະນະທຳກາຍເປັນພື້ນຖານທາງດ້ານຈິດໃຈຢ່າງໝັ້ນແກ່ນຂອງສັງຄົມ, ແມ່ນກຳລັງແຮງທີ່ເກີດຈາກພາຍໃນ ແລະ ແມ່ນຈິດວິນຍານຂອງຊາດ. ມີສະມາຊິກສະພາແຫ່ງຊາດຫຼາຍທ່ານເນັ້ນໜັກວ່າ ບັນດາເປົ້າໝາຍ, ຄາດໝາຍ, ໜ້າທີ່ຂອງໂຄງການຕ້ອງໄດ້ສ້າງຂຶ້ນຢ່າງມີຈຸດສຸມ, ເຫັນແຈ້ງບັນດາເນື້ອໃນທີ່ຕ້ອງໃຫ້ບຸລິມະສິດປະຕິບັດກ່ອນ, ເພື່ອແນໃສ່ສ້າງບັນດາບາດກ້າວບຸກທະລຸໃນການພັດທະນາວັດທະນະທຳ, ໃນນັ້ນເອົາໃຈໃສ່ເຖິງ ບັນດາໜ້າທີ່ສຳຄັນ, ຮີບດ່ວນໃນການອະນຸລັກຮັກສາ, ພັດທະນາວັດທະນະທຳ, ພັດທະນາມະນຸດຢ່າງຮອບດ້ານ, ສ້າງພື້ນຖານວັດທະນະທຳ ຫວຽດນາມ ໃຫ້ກ້າວໜ້າ, ເຂັ້ມຂຸ້ນໄປດ້ວຍສີສັນຊາດ.

ທ່ານ ຫງວຽນກວາງຮວນ ສະມາຊິກສະພາແຫ່ງຊາດແຂວງບິ່ງເຢືອງ ຖືວ່າ: ເພື່ອເພີ່ມທະວີລັກສະນະເປັນໄປໄດ້ ແລະ ມີປະສິດທິຜົນຂອງໂຄງການ, ຕ້ອງກຳນົດຄຸນຄ່າຫຼັກແຫຼ່ງຂອງວັດທະນະທຳຊົນຊາດ. ໃນບົດກ່າວຄຳປາໄສຂອງທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ຢູ່ກອງປະຊຸມວັດທະນະທຳທົ່ວປະເທດປີ 2021, ທ່ານເລຂາທິການໃຫຍ່ ຢັ້ງຢືນວ່າ ພື້ນຖານວັດທະນະທຳ ຊຶ່ງ ຫວຽດນາມ ກໍ່ສ້າງ ແມ່ນພື້ນຖານວັດທະນະທຳ ທີ່ກ້າວໜ້າ, ເຂັ້ມຂຸ້ນໄປດ້ວຍສີສັນຊາດ, ມີເນື້ອໃນຫຼັກແຫຼ່ງແມ່ນເອກະລາດຊົນຊາດ ແລະ ສັງຄົມນິຍົມ, ລັດທິມາກ – ເລນິນ ແລະ ແນວຄິດໂຮ່ຈິມິນ ມີບົດບາດຫຼັກໃນຊີວິດສັງຄົມ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments