Friday, October 18, 2024
Homeຂ່າວໜ້າໜຶ່ງສະພາແຫ່ງຊາດ ພິຈາລະນາ ຮ່າງກົດໝາຍຊັບພະຍາກອນ ທີ່ເປັນຢາ ສະບັບສ້າງໃໝ່

ສະພາແຫ່ງຊາດ ພິຈາລະນາ ຮ່າງກົດໝາຍຊັບພະຍາກອນ ທີ່ເປັນຢາ ສະບັບສ້າງໃໝ່

ໃນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX, ວັນທີ 20 ມິຖຸນາ 2024 ໂດຍການເປັນ ປະທານຂອງທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ, ທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍຊັບ ພະຍາກອນທີ່ເປັນຢາ ສະບັບສ້າງໃໝ່ ເພື່ອໃຫ້ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງຕ່າງໆ ປະກອບຄຳຄິດຄຳເຫັນ ໃສ່ຮ່າງກົດໝາຍດັ່ງກ່າວ, ຢ່າງກົງໄປກົງມາ ເຮັດໃຫ້ກົດໝາຍສະບັບນີ້ ມີເນື້ອໃນຄົບຖ້ວນ, ສົມບູນ, ຮັດກຸມ, ຈະແຈ້ງ ສາມາດນຳໄປຈັດຕັ້ງປະຕິບັດໄດ້ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ.

ທ່ານ ໄພວັນ ແກ້ວປະເສີດ ໄດ້ໃຫ້ຮູ້ວ່າ: ການສ້າງກົດໝາຍ ວ່າດ້ວຍຊັບພະຍາກອນທີ່ເປັນຢາ ຂຶ້ນມາ ເນື່ອງຈາກວ່າການປົກປັກຮັກສາຊັບພະຍາກອນທີ່ເປັນຢາ ຍັງບໍ່ທັນໄດ້ດີເທົ່າທີຄວນ ເນື່ອງຈາກປັດຈຸບັນ ມີການຂຸດຄົ້ນ, ເກັບກູ້ຊັບພະຍາກອນທີ່ເປັນຢາແບບຊະຊາຍ, ການຜະລິດປຸງແຕ່ງ ແລະ ການນຳເຂົ້າເຄມີເຂັ້ມຂຸ້ນ ເພື່ອໃຊ້ໃນການຖອນຮີດເອົາທາດຢາອອກຈາກພືດຕົ້ນໄມ້ເປັນຢາ ບໍ່ທັນໄດ້ຮັບອະນຸຍາດ ແລະ ບໍ່ຖືກຕ້ອງຕາມຫລັກວິຊາການ, ການຈຳໜ່າຍ ແລະ ສົ່ງອອກເປັນວັດຖຸດິບ ກໍບໍ່ມີການປູກທົດແທນ ເຮັດໃຫ້ມີການທຳລາຍຊັບພະຍາກອນທີ່ເປັນຢາ ເຊິ່ງເປັນສາເຫດເຮັດໃຫ້ພືດ ແລະ ຕົ້ນໄມ້ ທີ່ເປັນຢາບົກແຫ້ງ, ບາງສະນິດກໍມີການສູນພັນ ແລະ ກ້າວໄປສູ່ການສູນພັນໃນອະນາຄົດ. ດັ່ງ ນັ້ນ, ຈຶ່ງມີຄວາມຈຳເປັນ ໃນການສ້າງກົດໝາຍສະບັບນີ້ຂຶ້ນມາ ເພື່ອໃຫ້ວຽກງານຄຸ້ມຄອງຊັບພະຍາ ກອນທີ່ເປັນຢາ ມີປະສິດທິພາບ, ປະສິດທິຜົນ ແລະ ມີການອະນຸລັກ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ບໍ່ໃຫ້ບົກແຫ້ງ, ສູນພັນ, ໃຫ້ມີຄວາມອຸດົມສົມບູນຕາມທິດສີຂຽວ ແລະ ມີຄວາມຢືນຍົງ ປະ ກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ຮ່າງກົດໝາຍສະບັບນີ້, ປະກອບມີ 9 ພາກ, 6 ໝວດ 73 ມາດຕາ, ພາຍຫລັງໄດ້ຖືກຮັບຮອງ ແລະ ປະກາດໃຊ້ ຢ່າງເປັນທາງການ ຈະສາມາດຕິດຕາມຄຸ້ມຄອງ ແລະ ກວດກາວຽກງານຊັບພະ ຍາກອນທີ່ເປັນຢາ ໃຫ້ມີຄວາມຖືກຕ້ອງສອດຄ່ອງກັບແນວທາງນະໂຍບາຍ, ລັດຖະທຳມະນູນ, ກົດໝາຍ, ນິຕິກຳໃຕ້ກົດໝາຍ, ເຮັດໃຫ້ຂອດການປະສານງານ ລະຫວ່າງ ຂະແໜງການສາທາລະນະສຸກ ແລະ ຂະແໜງການອື່ນໆ ທີ່ກ່ຽວຂ້ອງມີຄວາມຊັດເຈນ ແລະ ຮັດກຸມຂຶ້ນກວ່າເກົ່າ, ເຮັດໃຫ້ຊັບພະຍາກອນທີ່ເປັນຢາ ໄດ້ຮັບການຄຸ້ມຄອງ ນຳໃຊ້ແບບຢືນຍົງ ແລະ ເປັນປະໂຫຍດໃນດ້ານການແພດ ດ້ວຍການນຳໃຊ້ຢາພື້ນເມືອງ ສົມທົບກັບຢາຫລວງ ເຂົ້າໃນຕາໜ່າງສາທາລະນະສຸກຢູ່ຂອບເຂດທົ່ວປະເທດ, ທັງເຮັດໃຫ້ປະຊາຊົນບັນດາເຜົ່າ ແລະ ສາກົນ ເຫັນໄດ້ນະໂຍບາຍຂອງພັກ, ລັດ ແລະ ການຄຸ້ມຄອງອະນຸ ລັກ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ຊັບພະຍາກອນທີ່ເປັນຢາ ຢ່າງກວ້າງຂວາງ ແລະ ສົມເຫດສົມຜົນ. ພ້ອມນີ້, ຍັງເຮັດໃຫ້ ທົ່ວສັງຄົມມີຄວາມຮັບຜິດຊອບຫລາຍຂຶ້ນ, ເປັນເຈົ້າການໃນການຮ່ວມມືຊ່ວຍອົງການຈັດຕັ້ງລັດ ໃນການປົກປັກຮັກສາ ແລະ ພັດທະນາຊັບພະຍາກອນທີ່ເປັນຢາ. ນອກນັ້ນ, ຍັງເປັນທ່າແຮງດ້ານເສດຖະກິດ ແລະ ວັດທະນະທຳ-ສັງຄົມ, ສາມາດສ້າງສິ່ງແວດລ້ອມທີ່ດີ ໃຫ້ມີຄວາມຍືນຍົງຄູ່ກັບຊາດລາວ, ກາຍເປັນມໍລະດົກຕົກທອດຮອດຮຸ່ນລູກຮຸ່ນຫລານ ຕະຫລອດໄປ ແລະ ກ້າວໄປສູ່ຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ດ້ວຍກົດໝາຍ.

ໃນໄລຍະຜ່ານມາ, ລັດຖະບານ ໄດ້ອອກດຳລັດ ວ່າດ້ວຍຊັບພະຍາກອນທຳມະຊາດທີ່ເປັນຢາ ໂດຍມອບໃຫ້ກະຊວງສາທາລະນະສຸກ ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນ ແຕ່ລະຂັ້ນ ເພື່ອຄຸ້ມຄອງ ຊັບພະຍາກອນທໍາມະຊາດທີ່ເປັນຢາ.

ຂ່າວ: ທະນູທອງ

ພາບ: ເກດສະໜາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments