Saturday, October 19, 2024
Homeຂ່າວຕ່າງປະເທດຣັດເຊຍ-ສປປ ເກົາຫລີ ລົງນາມການຮ່ວມມື-ຄວາມເປັນຫຸ້ນສ່ວນ ຫລາຍສະບັບ

ຣັດເຊຍ-ສປປ ເກົາຫລີ ລົງນາມການຮ່ວມມື-ຄວາມເປັນຫຸ້ນສ່ວນ ຫລາຍສະບັບ

ຕາມຂ່າວຈາກ ສປປ ເກົາຫລີ, ວັນທີ19ມິຖຸນານີ້, ທ່ານ ມາລາດີເມຍ ປູຕິນ(Vladimir Putin), ປະທານາທິບໍດີ ຣັດເຊຍ ໄດ້ພົບປະກັບ ທ່ານ ກິມ ຈອງ ອຸ່ນ(Kim Jong-un), ຜູ້ນຳ ສປປ ເກົາຫລີ ຢູ່ນະຄອນຫລວງ ປຽນຢາງ ຂອງ ສປປ ເກົາຫລີ ຊຶ່ງເປັນການເດີນທາງ ຢຽມຢາມ ຄັ້ງທຳອິດ ໃນຮອບ 24ປີ ຢ່າງເປັນທາງການ ເຕັມໄປດ້ວຍ ບັນຍາກາດ ໄມຕີຈິດ ມິດຕະພາບ ແລະ ການຕ້ອນຮັບ ອັນອົບອຸ່ນ ຢ່າງສົມກຽດ ເພື່ອແນໃສ່ ຍົກລະດັບ ການພົວພັນ ການຮ່ວມມື ຢ່າງແໜ້ນແຟນ ຂອງສອງຝ່າຍ ໂດຍມີ ການລົງນາມ ໃນຂໍ້ຕົກລົງ ການຮ່ວມມື ແລະ ຄວາມເປັນ ຫຸ້ນສ່ວນກັນ ຫລາຍສະບັບ ລວມທັງ ການຍົກລະດັບ ທາງການຄ້າ ແລະ ຄວາມໝັ້ນຄົງ ຢ່າງເປັນລະບົບ ໃຫ້ເຂັ້ມແຂງ ຍິ່ງຂຶ້ນ. ນອກນີ້ ຜູ້ນຳ ທັງສອງປະເທດ ຍັງໄດ້ປຶກສາ ຫາລືກັນ ຫລາຍບັນຫາ ສຳຄັນ ທີ່ພົ້ນເດັ່ນ ລວມທັງ ສະພາບການຂອງໂລກ ທີ່ຍັງເຄັ່ງຮ້ອນ ໂດຍສະເພາະ ການປົກປ້ອງສິດ, ຜົນປະໂຫຍດ ເຊິ່ງກັນ ແລະ ກັນ ໃນເວທີສາກົນ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments