Saturday, October 19, 2024
Homeຂ່າວຕ່າງປະເທດຫວຽດນາມ ແລະ ຈີນ ຜັນຂະຫຍາຍບັນດາກົນໄກຮ່ວມມືຢ່າງມີປະສິດທິຜົນ

ຫວຽດນາມ ແລະ ຈີນ ຜັນຂະຫຍາຍບັນດາກົນໄກຮ່ວມມືຢ່າງມີປະສິດທິຜົນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 17 ມິຖຸນາ ຜ່ານມາ ຢູ່ ຮ່າໂນ້ຍ, ທ່ານ ເຈິ່ນກວາງເຟືອງ ຮອງປະທານສະພາແຫ່ງຊາດ ຫວຽດນາມ ໄດ້ຕ້ອນຮັບທ່ານ ຟູຈືອີງ ຮອງຫົວໜ້າກຳມາທິການການຕ່າງປະເທດສະພາປະຊາຊົນແຫ່ງຊາດ ຈີນ ທີ່ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ທ່ານຮອງປະທານສະພາແຫ່ງຊາດຫວຽດນາມກ່າວຄຳເຫັນໃນການຕ້ອນຮັບວ່າ: ສະເໜີໃຫ້ສະພາແຫ່ງຊາດ ຫວຽດນາມ ແລະ ສະພາປະຊາຊົນແຫ່ງຊາດ ຈີນ ສືບຕໍ່ຮັກສາການພົບປະແລກປ່ຽນ, ການພົບປະຂັ້ນສູງ ແລະ ທຸກຂັ້ນ, ຜັນຂະຫຍາຍບັນດາກົນໄກຮ່ວມມືຢ່າງມີປະສິດທິຜົນ; ສືບຕໍ່ຊຸກຍູ້ ແລະ ຍົກສູງປະສິດທິຜົນການຮ່ວມມືຢ່າງແທດຈິງໃນທຸກຂົງເຂດ. ພ້ອມທັງ, ເພີ່ມທະວີການແລກປ່ຽນ, ແບ່ງປັນບົດຮຽນດ້ານວິຊາສະເພາະ, ບົດຮຽນກ່ຽວກັບການເຄື່ອນໄຫວຂອງສະພາແຫ່ງຊາດ ແລະ ບັນດາອົງການຂອງສະພາແຫ່ງຊາດ; ເພີ່ມທະວີການຕິດຕາມກວດກາສຳລັບການປະຕິບັດບັນດາຂໍ້ຕົກລົງຮ່ວມມືຊຶ່ງ 2 ຝ່າຍໄດ້ລົງນາມແລ້ວ.

ຂ່າວລະບຸວ່າ: ສ່ວນທ່ານ ຟູຈືອີງ ໄດ້ຊີ້ແຈ້ງວ່າ: ໃນອະນາຄົດບຸລິມະສິດສຳຄັນໃນການພັດທະນາການພົວພັນຂອງ 2 ປະເທດແມ່ນ ສືບທອດ ແລະ ເສີມຂະຫຍາຍມູນເຊື້ອມິດຕະພາບ; ຍົກລະດັບ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານ ຈີນ – ຫວຽດນາມ ເລິກເຊິ່ງຂຶ້ນຕື່ມ.

ໃນຕອນບ່າຍວັນດຽວກັນ, ທ່ານ ຟູຈືອີງ ໄດ້ກໍໄດ້ພົບປະກັບ ທ່ານ ຫງວຽນມິງຫວູ ຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ, ທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດຫວຽດນາມ ໄດ້ສະເໜີໃຫ້ ຈີນ ສືບຕໍ່ເປີດປະຕູຕະຫຼາດໃຫ້ແກ່ຜະລິດຕະພັນກະເສດ, ສິນໃນນ້ຳ, ໝາກໄມ້, ຊີ້ນສັດລ້ຽງຈາກ ຫວຽດນາມ; ຊຸກຍູ້ການຮ່ວມມືເຊື່ອມຕໍ່ຄົມມະນາຄົມ, ໂດຍສະເພາະແມ່ນທາງລົດໄຟ; ຊຸກຍູ້ການແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດໃນໂຄງການຮ່ວມມືດ້ານອຸດສາຫະກຳຈຳນວນໜຶ່ງ. ເຄົາລົບບັນດາສິດ ແລະ ຜົນປະໂຫຍດອັນຊອບທຳຂອງກັນ, ສອດຄ່ອງກັບກົດໝາຍສາກົນ, ຮັກສາສັນຕິພາບ, ສະຖຽນລະພາບ, ບໍ່ປະໃຫ້ເກີດຄວາມບໍ່ລົງລອຍກັນທີ່ສົ່ງຜົນສະທ້ອນເຖິງທ່ວງທ່າພັດທະນາໃນການພົວພັນລະຫວ່າງ 2 ປະເທດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments