Saturday, October 19, 2024
Homeຂ່າວພາຍໃນນະຄອນຫຼວງວຽງຈັນ ເປີດຂະບວນການສາທິດປູກເຂົ້າຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະໄໝ

ນະຄອນຫຼວງວຽງຈັນ ເປີດຂະບວນການສາທິດປູກເຂົ້າຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະໄໝ

ຂະແໜງປູກຝັງພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ຫ້ອງການກະສິ ກຳ ແລະ ປ່າໄມ້ເມືອງ ຮ່ວມກັບ ບໍລິສັດ ອິນຊີທອງມໍເຕີຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ແລະ ບໍລິສັດ ໄກອາວີຕາ ຈຳກັດ ໄດ້ເປີດຂະບວນການສາທິດປູກເຂົ້າຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະໄໝ ເພື່ອຫຼຸດຜ່ອນແຮງງານຊາວນາຢູ່ເມືອງຫາດ ຊາຍຟອງ ນາຊາຍທອງ ໄຊທານີ ແລະ ເມືອງປາກງື່ມ.

ນະຄອນຫຼວງວຽງຈັນ (ນວ) ວັນທີ 19 ມິຖຸນາຫາ 19 ກໍລະກົດ 2024 ຂັດຂຶ້ນວັນທີ 19 ມິຖຸນາ 2024 ທີ່ບ້ານທ່າເດື່ອສິງຫອມ ເມືອງປາກງື່ມ ເປັນປະທານຂອງທ່ານ ແສງອາລຸນ ສຸລິຍະວົງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ນວ ທ່ານ ທົດສະກັນ ໄກສອນເພັດ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງປາກງື່ມ ທ່ານຫົວໜ້າກຸ່ມດົງກະລືມ ຫົວໜ້າຜະລິດແນວພັນເຂົ້າລຸ້ນສາມບ້ານທ່າເດືອ່ສິງຫາ ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ແສງອາລຸນ ສຸລິຍະວົງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ນວ ກ່າວວ່າ: ດັ່ງທີ່ພວກເຮົາຮູ້ແລ້ວວ່າ ນວ ເປັນສູນກາງທາງດ້ານການເມືອງ ເສດຖະກິດ-ສັງຄົມ ເປັນສູນກາງການແລກປ່ຽນຊື້-ຂາຍສິນຄ້າກະສິກໍາ ນວ ແມ່ນມີທ່າແຮງບົ່ມຊ້ອນຫຼາຍ ມີຄວາມອຸດົມສົມບູນທາງດ້ານສະພາບແວດລ້ອມ ແລະ ດິນຟ້າອາກາດ ເອື້ອອໍານວຍຕໍ່ການຜະລິດກະສິກໍາ ປະຊາຊົນມີຄວາມຊຳນານໃນການປູກພືດ ຍ້ອນແນວນັ້ນຈຶ່ງເຮັດໃຫ້ມີນັກທຸລະກິດທັງພາຍໃນ ແລະ ຕ່າງປະເທດ ໄດ້ມາລົງທຶນດໍາເນີນກິດຈະກໍາທາງດ້ານກະສິກໍາເພື່ອຜະລິດເປັນສິນຄ້າປ້ອນຕະຫລາດ ທັງພາຍໃນ ແລະ ຕ່າງປະເທດ ໂດຍພາຍໃຕ້ກົນໄກເສດຖະກິດຕະຫລາດເວົ້າ ລວມເວົ້າສະເພາະກໍຄືການສົ່ງເສີມໃຫ້ຊາວກະສິກອນເຮັດການຜະລິດໃຫ້ມີຄຸນນະພາບເພີ່ມ ລາຍຮັບໃຫ້ສູງຂື້ນເປັນຕົ້ນກໍ່ຄື 5 ເມືອງນອກ ຄື: ເມືອງຫາດຊາຍຟອງ ເໄຊທານີ ນາຊາຍທອງ ປາກງື່ມ ແລະ ເມືອງ ສັງທອງ ປີ 2024 ພະແນກກະສິກໍາ ແລະ ປ່າໄມ້ ນວ ໄດ້ກໍານົດແຜນຕົວເລກຄາດໝາຍຕົ້ນຕໍ ໃນນັ້ນຜະລິດເຂົ້າ ໃຫ້ໄດ້ 284.240 ໂຕນ ເຊີ່ງນາປີ 230.773 ໂຕນ ນາແຊງ ໃຫ້ໄດ້ 53.467 ໂຕນ.

ເພື່ອຮັບປະກັນການພັດທະນາເສດຖະກິດ-ສັງຄົມຂອງ ນວ ໃຫ້ມີຄວາມໝັ້ນທ່ຽງ ເພື່ອຕອບສະໜອງຕໍ່ນະໂຍບາຍຂອງພັກ ແລະ ລັດຖະບານ ໂດຍສະເພາະເປັນການສ້າງເງື່ອນໄຂ ໃນການສົ່ງອອກເຂົ້າ ຂອງພາກສ່ວນທຸລະກິດລາວໄປຕ່າງປະເທດໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ ຕາມເງື່ອນໄຂຂອງຕະຫຼາດ ໃຫ້ຫຼາຍຂຶ້ນ ໄດ້ຕາມມາດຕະການກະສິກໍາທີ່ດີ (GAP) ເຊັ່ນ: ການຈັດຕັ້ງກຸ່ມຜະລິດ ການຝຶກອົບຮົມເຕັກນິກ ການກວດກາຄຸນນະພາບ ການຂຶ້ນທະບຽນຟາມ ແລະ ການສະເໜີຂໍການຢັ້ງຢືນ ໃນທົ່ວ ນວ ສະນັ້ນ ການນໍາຂອງ ນວ ຈຶ່ງເຫັນໄດ້ຄວາມສໍາຄັນຂອງວຽກງານການຫັ້ນເປັນອຸດສາຫະກໍາ ແລະ ທັນສະໄໝ ເພື່ອຫຼຸດຜ່ອນແຮງງານຊາວນາ ຢູ່ ນ ວ ຈາກການດໍານາ ແລະ ກ່ຽວເຂົ້າດ້ວຍມືບໍ່ໃຫ້ຫຼຸດ 10 ຫາ 15% ຕໍ່ປີ ເຊີ່ງໄດ້ກວມເອົາ 30% (ຄິດໄລ່ໃສ່ເນື້ອທີ່ແຜນການຜະລິດເຂົ້າທັງໝົດ 62.953 ເຮັກຕາ)ໃນປີ 2023 ແຜນການຫຼຸດຜ່ອນແຮງງານ 10.438 ຄົນ ປະຕິບັດໄດ້ 20.480 ຄົນ ເຫັນວ່າລື່ນແຜນການ 11% ນອກນັ້ນກໍຍັງມີອົງການຈັດຕັ້ງສາກົນ ໂຄງການຮ່ວມມື ແລະ ຜູ້ປະກອບການສົ່ງເສີມ ເປັນຕົ້ນ ໂຄງການຜະລິດກະສິກໍາເປັນສິນຄ້າ (World Bank) ສະໜັບສະໜູນລົດໄຖ 27 ຄັນ ລົດກ່ຽວເຂົ້າ 3 ຄັນ ອຸປະກອນວິໄຈແນວພັນເຂົ້າລຸ້ນ3 ມູນຄ່າ 490.000 ໂດລາສະຫະລັດ ໂຄງການເຊມາອູນຂອງ ສ ເກົາຫຼີ ໄດ້ຊ່ວຍ ເຫຼືອ ລົດໄຖນາ 2 ຄັນ ລົດດໍານາ 2 ຄັນ ລົດກ່ຽວເຂົ້າ 2 ຄັນ ເຄື່ອງຈັກຕົກກ້າ 1 ເຄື່ອງ ໂຮງອົບເຂົ້າ ແລະ ໂຮງສີເຂົ້າ ລວມມູນຄ່າທັງໝົດ 500.000 ໂດລາສະຫະລັດ.

ເພື່ອໃຫ້ບັນລຸຜົນສໍາເລັດ ແລະ ສຶບຕໍ່ແຕ່ລະເມືອງເປົ້າໝາຍຈະໄດ້ສ້າງເປັນຈຸດສຸມຕົວແບບຂອງເມືອງໃນການຊຸກຍູ້ປູກເຂົ້າເປັນສິນຄ້າ ແລະ ບໍລິການກົນຈັກ ໂດຍການມີສ່ວນຮ່ວມຂອງພາກສ່ວນທຸລະກິດ ອົງການປົກຄອງເມືອງ ແລະ ບ້ານປຸກລະດົມຊາວກະສິກອນເຂົ້າຮ່ວມໂຄງການ, ພະແນກກະສິກໍາ ແລະ ປ່າໄມ້ ເປັນຜູ້ໃຫ້ຄວາມຮູ້ທາງດ້ານວິຊາການຕາມມາດຕະຖານກະສິກໍາທີ່ດີ (GAP) ແລະ ຊາວກະສິ ກອນເປັນຜູ້ຈັດຕັ້ງປະຕິບັດ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຕາມເປົ້າໝາຍທີ່ວາງໄວ້ນັ້ນ, ພະແນກກະສິກໍາ ແລະ ປ່າໄມ້ ຈຶ່ງໄດ້ມີແຜນການເພື່ອສ້າງຂະບວນສາທິດດໍານາດ້ວຍກົນຈັກ ເພື່ອດຶງດູດໃຫ້ຊາວກະສິກອນ ຫັນມາສົນໃຈ ແລະ ນໍາເອົາວຽກງານກົນຈັກ ເຂົ້າໃນກິດຈະກໍາການປູກເຂົ້າຂອງຕົນເອງໃຫ້ຫລາຍຂຶ້ນແນ່ໃສ່ການຕອບສະໜອງຕໍ່ທິດທາງແຜນການຂອງພັກ-ລັດຖະບານ ເວົ້າລວມ ເວົ້າສະ ເພາະກໍ່ຄື ພະແນກກະສິກໍາ ແລະ ປ່າໄມ້.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments