Saturday, October 19, 2024
Homeຂ່າວໜ້າໜຶ່ງລັດຖະບານຈະສຸມໃສ່ພັດທະນາຂົງເຂດສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່

ລັດຖະບານຈະສຸມໃສ່ພັດທະນາຂົງເຂດສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່

ລັດຖະບານຈະສຸມໃສ່ພັດທະນາ ໃນຫລາຍຂົງເຂດບຸລິມະສິດ ເພື່ອສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່ ເປັນຕົ້ນ ຈະສຸມໃສ່ປັບປຸງ ແລະ ພັດທະນາຂົງເຂດການເງິນ-ເງິນຕາ ເພື່ອກ້າວໄປສູ່ການເພິ່ງຕົນເອງ, ກຸ້ມຕົນເອງ ທາງດ້ານປະລິມານ, ສຸມໃສ່ການຜະລິດກະສິກຳ ເພື່ອຄໍ້າປະກັນສະບຽງອາຫານ ແລະ ຜະລິດເປັນສິນຄ້າ, ສຸມໃສ່ພັດທະນາດ້ານພະລັງງານໄຟຟ້າ ໃຫ້ໄດ້ທັງປະລິມານ-ຄຸນນະພາບ ເພື່ອໃຫ້ສາມາດກຸ້ມຕົນເອງ ດ້ານພະລັງງານໄຟຟ້າ, ພ້ອມທັງສ້າງຄວາມເຂັ້ມແຂງ ແລະ ຄວາມໝັ້ນຄົງທາງດ້ານນໍ້າມັນເຊື້ອໄຟ.

ໂອກາດຊີ້ແຈງ ຕໍ່ຄໍາຊັກຖາມຂອງຄະນະປະຈໍາສະພາແຫ່ງຊາດ ກໍຄື ສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 14 ມິຖຸນາ 2024 ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ຊີ້ແຈງຫລາຍບັນຫາສຳຄັນ ເປັນຕົ້ນ ລັດຖະບານມີແຜນການຈັດຕັ້ງຜັນຂະຫຍາຍມະຕິ ຂອງກົມການເມືອງສູນກາງພັກ ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ເຂົ້າໃນການເຄື່ອນໄຫວວຽກງານ ບໍລິຫານຂອງລັດຖະບານ ຄືແນວໃດ ແລະ ຈະສຸມໃສ່ຈັກຂົງເຂດຕົ້ນຕໍ ຕໍ່ກັບບັນຫາດັ່ງກ່າວ, ທ່ານນາຍົກລັດຖະມົນຕີໄດ້ຊີ້ແຈງວ່າ: ລັດຖະບານ ຈະສຸມໃສ່ພັດທະນາຫລາຍຂົງເຂດສຳຄັນ ເປັນຕົ້ນ ຈະສຸມໃສ່ປັບປຸງ ແລະ ພັດທະນາຂົງເຂດການເງິນ-ເງິນຕາ ເພື່ອກ້າວໄປສູ່ການເພິ່ງຕົນເອງ ກຸ້ມຕົນເອງທາງດ້ານງົບປະມານ ໂດຍຈະສູ້ຊົນຈັດເກັບລາຍຮັບໃຫ້ໄດ້ເພີ່ມຂຶ້ນ ຕາມຄຳຂັວນ “ລາຍຮັບພາຍໃນກຸ້ມລາຍຈ່າຍພາຍໃນ ມີສ່ວນສະສົມ ເພື່ອຊຳລະໜີ້ສິນ ແລະ ບຸກທະລຸການຄຸ້ມຄອງລາຍຮັບໄປສູ່ທັນສະໄໝ” ແນໃສ່ຫລຸດຜ່ອນການເພິ່ງພາການກູ້ຢືມ ຈາກຕ່າງປະເທດ ໂດຍຫັນມານຳໃຊ້ແຫລ່ງທຶນຈາກພາຍໃນເປັນຕົ້ນຕໍ ເຊິ່ງໄລຍະ 3 ປີຜ່ານມາ ເຫັນໄດ້ວ່າ ການເກັບລາຍຮັບມີການເພີ່ມຂຶ້ນ ແລະ ເກີນແຜນຢ່າງຕໍ່ເນື່ອງ ແລະ ຄາດວ່າປີ 2024 ຈະເກີນແຜນເປັນປີ ທີ 4 ຕິດຕໍ່ກັນ, ແຕ່ເຖິງຢ່າງໃດກໍຕາມ ໃນສະເພາະໜ້ານີ້, ລັດຖະບານ ກໍຈະໄດ້ສືບຕໍ່ສຸມໃສ່ປະຕິບັດບັນດາມາດຕະການດ້ານງົບປະມານ, ທິດທາງ, ແຜນການ ແລະ ວິທີການຕ່າງໆ ເພື່ອສູ້ຊົນຂະຫຍາຍລາຍຮັບງົບປະມານໃນປີຕໍ່ໜ້າຕື່ມອີກ. ພ້ອມນີ້, ລັດຖະບານ ຍັງຈະສຸມໃສ່ການຜະລິດກະສິກຳ ເພື່ອຄໍ້າປະກັນສະບຽງອາຫານ ແລະ ຜະລິດເປັນສິນຄ້າ ເພື່ອໃຫ້ສາມາດກຸ້ມຕົນເອງທາງດ້ານສະບຽງອາຫານ ໂດຍສະເພາະຜະລິດເຂົ້າກິນ, ຜະລິດພືດສະບຽງອາຫານ ແລະ ຊີ້ນ, ປາ, ໄຂ່ ໃຫ້ກຸ້ມການບໍລິໂພກ ຢູ່ພາຍໃນ ເພື່ອຫລຸດຜ່ອນການນໍາເຂົ້າ ຫລື ເອີ້ນວ່າດຸ່ນດ່ຽງ ການນຳເຂົ້າ-ສົ່ງອອກ. ໃນຕໍ່ໜ້າ, ລັດຖະບານ ຈະໄດ້ສືບຕໍ່ສຸມໃສ່ ກຳນົດພື້ນທີ່ຈຸດສຸມການປູກ, ການລ້ຽງ ແລະ ຊຸກຍູ້ຂະບວນການປຸງແຕ່ງພາຍໃນ ໃຫ້ເຂັ້ມແຂງຂຶ້ນ ໂດຍສະເພາະການຜະລິດເຂົ້າ ແມ່ນຈະໄດ້ສະຫງວນຮັກສາ ພື້ນທີ່ຜະລິດນາເຂົ້າ ບ່ອນທີ່ມີລະບົບຊົນລະປະທານ ແລ້ວນັ້ນ ເພື່ອຈຳກັດການຫັນປ່ຽນເປົ້າໝາຍນໍາໃຊ້ທີ່ດິນກະສິກຳ; ຈະສູ້ຊົນໃຫ້ກຸ້ມຕົນເອງທາງດ້ານປັດໃຈການຜະລິດກະສິກໍາ ໂດຍສະເພາະ ແມ່ນແນວພັນສັດ ແລະ ອາຫານສັດ, ແນວພັນພືດ, ຝຸ່ນ, ປຸ໋ຍ ແລະ ອື່ນໆ.

ພ້ອມກັນນັ້ນ, ລັດຖະບານ ຍັງຈະໄດ້ສືບຕໍ່ສຸມໃສ່ພັດທະນາດ້ານພະລັງງານໄຟຟ້າ ໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ ເພື່ອໃຫ້ສາມາດກຸ້ມຕົນເອງດ້ານພະລັງງານໄຟຟ້າ ເຊິ່ງໄລຍະຜ່ານມາ, ເຖິງວ່າປະເທດເຮົາ ສາມາດຜະລິດໄຟຟ້າໄດ້ຫລາຍ ແລະ ສົ່ງອອກຂາຍໃຫ້ຕ່າງປະເທດ, ແຕ່ກໍຍັງມີການນຳເຂົ້າໄຟຟ້າ ເພື່ອສະໜອງພາຍໃນ ເນື່ອງຈາກລະບົບສາຍສົ່ງ ເພື່ອລຳລຽງກະແສໄຟຢູ່ພາຍໃນປະເທດ ຍັງບໍ່ທັນເຊື່ອມຈອດກັນ. ສະນັ້ນ, ລັດຖະບານ ຈະສືບຕໍ່ປະຕິບັດມາດຕະການແກ້ໄຂເລັ່ງດ່ວນ ແລະ ມາດຕະການແກ້ໄຂໃນໄລຍະກາງ ໂດຍສະເພາະແມ່ນຈະເລັ່ງຊຸກຍູ້ໂຄງການຜະລິດໄຟຟ້າພະລັງງານລົມ, ພະລັງງານແສງຕາເວັນ ຕາມທ່າແຮງທີ່ເຮົາມີ. ນອກນີ້, ຈະສືບຕໍ່ກວດກາຄືນບັນດາໂຄງການທີ່ໄດ້ອະນຸມັດໄປແລ້ວ ຖ້າບໍ່ມີຄວາມຄືບໜ້າ ຫລື ບໍ່ມີປະສິດທິຜົນ ກໍຈະມີການຖອນໂຄງການຄືນ ເພື່ອມອບໃຫ້ຜູ້ລົງທຶນອື່ນ ທີ່ມີຄວາມຕັ້ງໃຈ ແລະ ມີຄວາມສາມາດ ໄດ້ສືບຕໍ່ຈັດຕັ້ງປະຕິບັດ; ຈະສືບຕໍ່ສຸມໃສ່ຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດຕົວຈິງ ຢ່າງເຂັ້ມງວດ ເພື່ອຮັບປະກັນການສະໜອງໄຟຟ້າ ໃຫ້ພຽງພໍກັບຄວາມຕ້ອງການຊົມໃຊ້ພາຍໃນ ແລະ ສົ່ງອອກຂາຍ ໃຫ້ໄດ້ຕາມສັນຍາທີ່ກໍານົດໄວ້; ຈະສ້າງຄວາມເຂັ້ມແຂງ ແລະ ຄວາມໝັ້ນຄົງທາງດ້ານນໍ້າມັນເຊື້ອໄຟ, ເນື່ອງຈາກວ່າປະເທດເຮົາຍັງບໍ່ມີແຫລ່ງນໍ້າມັນດິບ ແລະ ໂຮງກັ່ນນໍ້າມັນເທື່ອ, ຈຶ່ງຕ້ອງອາໄສການນຳເຂົ້າມາຈາກຕ່າງປະເທດ 100%. ສະນັ້ນ, ເພື່ອສ້າງຄວາມໝັ້ນຄົງທາງດ້ານນໍ້າມັນເຊື້ອໄຟ ລັດຖະບານ ຈະສຸມໃສ່ສ້າງຄັງແຮສໍາຮອງນໍ້າມັນ ດ້ວຍການສຸມໃສ່ສ້າງສາງເກັບນ້ຳມັນ ແລະ ປັດຈຸບັນ ກຳລັງຄົ້ນຄວ້າຍຸດທະສາດທາງດ້ານນໍ້າມັນເຊື້ອໄຟຄືນໃໝ່ ໂດຍສະເພາະການສ້າງທໍ່ສົ່ງນໍ້າມັນ, ການສ້າງໂຮງກັ່ນນໍ້າມັນ ແລະ ອື່ນໆ.

ນອກນີ້, ລັດຖະບານ ຈະສຸມໃສ່ສ້າງຄວາມເຂັ້ມແຂງໃຫ້ຜູ້ປະກອບການພາຍໃນ ເພື່ອເປັນຕ່ອງໂສ້ສະໜອງວັດຖຸດິບ ໃຫ້ແກ່ໂຮງງານອຸດສາຫະກຳ ເນື່ອງຈາກວ່າ ປັດຈຸບັນ ບັນດາໂຮງງານອຸດສະຫະກຳ ສ່ວນຫລາຍແມ່ນນຳເຂົ້າວັດຖຸດິບ ຈາກຕ່າງປະເທດ ນັບທັງໂຮງງານຕັດຫຍິບ ກໍນຳເຂົ້າແຜ່ນແພ, ເສັ້ນດ້າຍ, ໂຮງງານຊັນເປເປີ ກໍຍັງນຳເຂົ້າໄມ້ວິກຈາກຕ່າງປະເທດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments