Friday, October 18, 2024
Homeຂ່າວພາຍໃນໂຮງໝໍມິດຕະພາບຫວນຄືນມູນເຊື້ອວັນແພດລາວ ຄົບຮອບ 59 ປີ

ໂຮງໝໍມິດຕະພາບຫວນຄືນມູນເຊື້ອວັນແພດລາວ ຄົບຮອບ 59 ປີ

ໂຮງໝໍມິດຕະພາບໄດ້ ຈັດພິທີປາຖະກະຖາຫວນຄືນມູນເຊື້ອວັນແພດລາວ ຄົບຮອບ 59 ປີ(18 ມິຖຸນາ 1965-18ມິຖຸນາ 2024) ຂຶ້ນໃນວັນທີ 18 ມິຖຸນານີ້ ທີ່ໂຮງໝໍດັ່ງກ່າວ ໃຫ້ກຽດເປັນປະທານຂອງທ່ານ ສອນໄຊ ລາດຊະວົງ ຜູ້ ອໍານວຍການໂຮງໝໍມິດ ຕະພາບ, ມີບັນດາຄະ ນະອໍານວຍການໂຮງໝໍ, ຄະນະພະແນກ, ທ່ານໝໍ, ພະຍາບານເຂົ້າຮ່ວມ

ການປາຖະກະຖາຄັ້ງນີ້ ເພື່ອລະນຶກເຖິງການກໍາເນີດ, ການເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງຂອງວຽກງານຮັກສາສຸຂະພາບ ແລະ ການພັດທະນາບຸກຄະລາກອນສາທາລະນະສຸກ ໂດຍສະເພາະເພື່ອຈາ ລຶກ ແລະ ລະນຶກເຖິງບຸນຄຸນ ຄຸນງານຄວາມດີຕໍ່ແພດໝໍ ແລະ ພະນັກ ງານສາທາລະນະສຸກທຸກທົ່ວໜ້າທີ່ໄດ້ປະ ກອບສ່ວນເສຍສະຫຼະອຸທິດສະຕິປັນຍາ ແລະ ເຫື່ອແຮງເປັນເຈົ້າການໃນການປະຕິບັດໜ້າທີ່ໃນແຕ່ລະໄລຍະ.

ທ່ານ ສອນໄຊ ລາດຊະວົງ ໄດ້ຍົກໃຫ້ເຫັນຄວາມເປັນມາຂອງແພດລາວນັບແຕ່ສະ ໄໝຕໍ່ສູ້ຂອງພວກຈັກ ກະພັດຮຸກຮານຈົນເຖິງປັດຈຸບັນ. ພ້ອມນັ້ນທ່ານໄດ້ເນັ້ນໃຫ້ທ່ານໝໍ, ພະຍາບານເອົາໃຈໃສ່ຕໍ່ວຽກງານການບໍລິການ ໃຫ້ມີຄຸນສົມບັດສິນທໍາປະຕິວັດ, ມີຈັນຍາທໍາ, ຈັນຍາບັນ, ມາລະຍາດທ່າທີການຮັບໃຊ້ໃຫ້ສົມເປັນແພດປະຕິວັດໃນຍຸກປ່ຽນແປງໃໝ່ ແລະ ຍົກສູງຄຸນນະພາບການບໍລິການສາທາລະນະສຸກ ໂດຍຫັນການບໍລິ ຫານຄຸ້ມຄອງໄປສູ່ລະບົບທັນສະໄໝ.

ຂ່າວ-ພາບ: ພູວັນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments