Saturday, October 19, 2024
Homeຂ່າວໜ້າໜຶ່ງສພຊ ພິຈາລະນາຮ່າງກົດໝາຍ ການປົກປັກຮັກສາສິ່ງແວດລ້ອມ ສະບັບປັບປຸງ

ສພຊ ພິຈາລະນາຮ່າງກົດໝາຍ ການປົກປັກຮັກສາສິ່ງແວດລ້ອມ ສະບັບປັບປຸງ

ໃນພາກບ່າຍ ຂອງການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 18 ມິຖຸນາ 2024 ພາຍໃຕ້ການເປັນປະທານຂອງ ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ, ທ່ານ ນາງ ບຸນຄຳ ວໍລະຈິດ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ສະເໜີຮ່າງກົດໝາຍ ວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ (ສະບັບປັບປຸງ) ຫລັງຈາກນັ້ນ ບັນດາສະມາຊິກສະພາແຫ່ງຊາດ ປະຈຳແຕ່ລະເຂດເລືອກຕັ້ງ ກໍໄດ້ສຸມໃສ່ພິຈາລະນາ ປະກອບຄຳເຫັນ ໃສ່ຮ່າງກົດໝາຍດັ່ງກ່າວ, ຢ່າງກົງໄປກົງມາ ແລະ ມີແນວຄິດສ້າງສັນ ເພື່ອເຮັດໃຫ້ມີເນື້ອໃນຄົບຖ້ວນສົມບູນ, ສາມາດນໍາໄປຈັດຕັ້ງປະຕິບັດ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ.

ໂອກາດນີ້, ທ່ານ ນາງ ບຸນຄຳ ວໍລະຈິດ ໄດ້ຍົກໃຫ້ເຫັນເຫດຜົນ ແລະ ຄວາມຈຳເປັນ ໃນການປັບປຸງກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ ເຊິ່ງຖືກນຳໃຊ້ມາ 12 ປີກວ່າ. ຜ່ານການຈັດ ຕັ້ງປະຕິບັດກົດໝາຍດັ່ງກ່າວ, ເຫັນວ່າມີບາງບັນຫາຍັງບໍ່ສອດຄ່ອງ ກັບລະດັບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ ໃນປັດຈຸບັນ, ດ້ານໂຄງສ້າງ ແລະ ເນື້ອໃນຂອງກົດໝາຍ ຍັງມີຊ່ອງຫວ່າງ, ບໍ່ທັນຄົບຖ້ວນ ແລະ ຈະແຈ້ງ, ມີຫລາຍບັນຫາບໍ່ສອດຄ່ອງ ຫລື ຂັດກັບກົດໝາຍອື່ນ ທີ່ໄດ້ມີການສ້າງຂຶ້ນໃໝ່ ຫລື ໄດ້ມີການປັບປຸງຄືນໃໝ່ ເປັນຕົ້ນ ກົດໝາຍວ່າດ້ວຍການຄຸ້ມຄອງເຄມີ, ກົດໝາຍວ່າດ້ວຍການຄຸ້ມຄອງໄພພິບັດ, ກົດໝາຍວ່າດ້ວຍປ່າໄມ້, ກົດໝາຍວ່າດ້ວຍແຮ່ທາດ, ກົດໝາຍວ່າດ້ວຍສັດປ່າ, ກົດໝາຍວ່າດ້ວຍສັດນໍ້າ ແລະ ການປະມົງ ເຊິ່ງເປັນສາເຫດໃຫ້ການນຳເອົາກົດໝາຍ ໄປຈັດຕັ້ງປະຕິບັດບໍ່ເປັນເອກະພາບກັນ ໃນຫລາຍດ້ານ ເປັນຕົ້ນ ໂຄງຮ່າງກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ ຍັງບໍ່ທັນຄົບຖ້ວນ ຖ້າທຽບໃສ່ກົດໝາຍວ່າດ້ວຍການສ້າງນິຕິກຳ; ບໍ່ໄດ້ກໍານົດເນື້ອໃນລະອຽດ ກ່ຽວກັບການຄຸ້ມຄອງສິ່ງແວດລ້ອມ ໃນໂຄງການລົງທຶນ ແລະ ກິດຈະການຕ່າງໆ, ການຄຸ້ມຄອງສິ່ງແວດລ້ອມໃນເຂດເສດຖະກິດ, ເງື່ອນໄຂຂອງການອອກໃບຢັ້ງຢືນກ່ຽວກັບສິ່ງແວດລ້ອມ; ບໍ່ໄດ້ກໍານົດການກໍານົດສິດ ແລະ ໜ້າທີ່ ຂອງກະຊວງທີ່ກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນໃນແຕ່ລະຂັ້ນ.

ຈາກສະພາບການດັ່ງກ່າວ, ຈຶ່ງເຫັນວ່າມີຄວາມຈຳເປັນ ຕ້ອງໄດ້ມີການປັບປຸງກົດໝາຍວ່າດ້ວຍ ການປົກປັກຮັກສາສິ່ງແວດລ້ອມ ປີ 2012 ໃຫ້ມີເນື້ອໃນລະອຽດ, ຈະແຈ້ງ ແລະ ສົມບູນຍິ່ງໆຂຶ້ນ ໂດຍກຳນົດຫລັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ, ການປົກປັກຮັກສາ, ການບູລະນະຟື້ນຟູ ແລະ ກວດກາສິ່ງແວດລ້ອມ ເພື່ອຫລຸດຜ່ອນຜົນກະທົບ ແລະ ການຄວບຄຸມມົນລະພິດ ທີ່ຈະເກີດຂຶ້ນ ຫລື ໄດ້ເກີດຂຶ້ນແລ້ວ ດ້ວຍການກະທໍາຂອງຄົນ ຫລື ຕາມທຳມະຊາດ ແນໃສ່ເຮັດໃຫ້ສິ່ງແວດລ້ອມສັງຄົມ ແລະ ທຳມະຊາດ ມີຄວາມສົມດູນ ແລະ ມີຄຸນນະພາບດີ, ການນໍາໃຊ້ຊັບພະຍາກອນທຳມະຊາດໃຫ້ມີປະສິດທິຜົນສູງສຸດ ລວມທັງເຮັດໃຫ້ຄຸນນະພາບຊີວິດ ແລະ ສຸຂະ ພາບ ຂອງ ຄົນດີຂຶ້ນ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ໃຫ້ໄປຕາມທິດສີຂຽວ ແລະ ຍືນຍົງ ແລະ ການຫລຸດຜ່ອນສະພາບໂລກຮ້ອນ.

ຮ່າງກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ ສະບັບປັບປຸງ ປະກອບມີ X ພາກ, 9 ໝວກ ແລະ 103 ມາດຕາ. ໃນນັ້ນຮັກສາໄວ້ 6 ມາດຕາ, ປັບປຸງ 61 ມາດຕາ ແລະ ເພີ່ມເຂົ້າໃໝ່ 36 ມາດຕາ ຄາດວ່າຫາກກົດໝາຍດັ່ງກ່າວ, ໄດ້ຮັບຮອງ ແລະ ປະກາດໃຊ້ ຈະກາຍເປັນເຄື່ອງມື ຮັບປະກັນໃຫ້ການພັດທະນາ ໄປຕາມທິດສີຂຽວ ແລະ ຍືນຍົງ, ການປ້ອງກັນ ແລະ ຄວບຄຸມມົນລະພິດ, ການຄວບຄຸມ ແລະ ກຳຈັດ ບັນຫາສານເຄມີທີ່ເປັນພິດ ແລະ ສິ່ງເສດເຫລືອ, ລວມທັງການປ້ອງກັນ, ຫລຸດຜ່ອນ ແລະ ການຮັບມື ກັບການປ່ຽນແປງສະພາບດິນຟ້າອາກາດ; ກົນໄກການຄຸ້ມຄອງ, ການປົກປັກຮັກສາ, ການບູລະນະຟື້ນຟູ ແລະ ກວດກາ ສິ່ງແວດລ້ອມເປັນລະບົບ ແລະ ຈະແຈ້ງໄດ້ດີກວ່າເກົ່າ ໂດຍສະເພາະ ການແບ່ງຂັ້ນຄຸ້ມຄອງໃນວຽກງານສິ່ງແວດລ້ອມ ລະຫວ່າງຂະແໜງການຂັ້ນສູນກາງ ກັບຂະແໜງການຂັ້ນທ້ອງ ແລະ ອົງການປົກຄອງທ້ອງຖິ່ນ ຈະແຈ້ງກວ່າເກົ່າ; ເພີ່ມທະວີ ການສົ່ງເສີມການປູກຈິດສໍານຶກ ແລະ ການມີສ່ວນຮ່ວມຂອງມວນຊົນ ໃນວຽກງານປົກປັກຮັກສາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ; ມີຂະບວນການຢັ້ງຢືນກ່ຽວກັບສິ່ງແວດລ້ອມ ແລະ ການອະນຸຍາດຄວບຄຸມການປ່ອຍມົນລະພິດ, ການປະຕິເສດ, ການໂຈະ ຫລື ຖອນໃບຢັ້ງຢືນສິ່ງແວດລ້ອມຮັດກຸມກວ່າເກົ່າ; ມີກົນໄກຄຸ້ມຄອງສິ່ງແວດລ້ອມ ຂອງໂຄງການລົງທຶນ ແລະ ກິດຈະການຕ່າງໆ, ໃນເຂດເສດຖະກິດ ລວມທັງການຄວບຄຸມ ແລະ ແກ້ໄຂເຫດການສຸກເສີນທາງດ້ານສິ່ງແວດລ້ອມ ໄດ້ດີກ່ວາເກົ່າ.

ຂ່າວ: ກິດຕາ

ພາບ: ອ່າຍຄຳ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments