Sunday, September 8, 2024
Homeຂ່າວດ່ວນຍທຂ ເລັ່ງປັບປຸງເສັ້ນທາງ ໃນ ນວ ຕ້ອນຮັບວັນສຳຄັນຂອງພັກ ຂອງຊາດ

ຍທຂ ເລັ່ງປັບປຸງເສັ້ນທາງ ໃນ ນວ ຕ້ອນຮັບວັນສຳຄັນຂອງພັກ ຂອງຊາດ

ພະແນກ ໂຍທາທິການ ແລະ ຂົນສົ່ງ (ຍທຂ) ນະຄອນຫລວງວຽງຈັນ (ນວ) ກຳລັງເລັ່ງປັບປຸງ, ສ້ອມແປງ ເສັ້ນທາງຫລວງແຫ່ງຊາດ ແລະ ທາງຫລວງທ້ອງຖິ່ນ ໃນຂອບເຂດນະຄອນຫລວງວຽງຈັນ ທັງໝົດ 17 ເສັ້ນ, ຄຽງຄູ່ກັບແຕ້ມເສັ້ນຈະລາຈອນ, ຕິດຕັ້ງປ້າຍການສັນຈອນ ເຊິ່ງມີຄວາມຍາວ ທັງໝົດ 33,27 ກິໂລແມັດ, ຄາດວ່າການປັບປຸງ, ສອມແປງ ເສັ້ນທາງ ຈະສຳເລັດໃນ ທ້າຍເດືອນຕຸລາ 2024 ນີ້.

ທ່ານ ພຸດທະເສນ ສິນທະວົງ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງວຽງຈັນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 17 ມິຖຸນາ 2024 ນີ້ວ່າ: ພະແນກ ຍທຂ ນະຄອນຫລວງວຽງຈັນ ກຳລັງເລັ່ງ ກໍ່ສ້າງປັບປຸງ ແລະ ສ້ອມແປງ ເສັ້ນທາງສາຍຫລັກ, ທາງຮ່ອມ, ທາງຊອຍ ທັງໝົດ 17 ເສັ້ນ ໃນນະຄອນຫລວງວຽງຈັນ ເພື່ອຕ້ອນຮັບວັນສຳຄັນຕ່າງໆ ຂອງພັກ, ຂອງຊາດ ໂດຍສະເພາະ ກອງປະຊຸມສຸດຍອດອາຊຽນ ທີ່ ສປປ ລາວ ເປັນເຈົ້າພາບ ແລະ ປີທ່ອງທ່ຽວລາວ 2024, ທັງເປັນການ ອຳນວຍຄວາມສະດວກ ໃຫ້ແກ່ການສັນຈອນໄປມາຂອງປະຊາຊົນ ລາວບັນດາ ເຜົ່າ ກໍຄື ປະຊາຊົນພາຍໃນນະຄອນຫລວງວຽງຈັນ ໄດ້ນຳໃຊ້ເສັ້ນທາງ ທີ່ສະດວກສະບາຍຂຶ້ນກວ່າເກົ່າ, ທັງເປັນການປະກອບສ່ວນ ເຮັດໃຫ້ນະຄອນຫລວງວຽງຈັນ ມີໂສມໜ້າໃໝ່ ຫລຸດຜ່ອນຄວາມແອອັດ, ຫລຸດຜ່ອນການເກີດອຸບັດເຫດຕາມທ້ອງຖະໜົນ ແລະ ອື່ນໆ.

ມາຮອດປັດຈຸບັນ, ໂຄງການກໍ່ສ້າງ-ປັບປຸງເສັ້ນທາງດັ່ງກ່າວ ໂດຍລວມແມ່ນສຳເລັດແລ້ວ 60% ແລະ ຄາດວ່າຈະສຳເລັດ 100% ໃນທ້າຍເດືອນຕຸລາ 2024 ທີ່ຈະມາເຖິງນີ້ ເຊິ່ງການສ້ອມແປງ ມີທັງໝົດ 4 ບໍລິສັດຮັບເໝົາ ເປັນຜູ້ຈັດຕັ້ງປະຕິບັດ ຄື: ບໍລິສັດເອເຊຍລົງທຶນ ພັດທະນາ ແລະ ກໍ່ສ້າງຈຳກັດຜູ້ດຽວ ໄດ້ປັບປຸງ ແລະ ສ້ອມແປງ ເສັ້ນທາງໄຟແດງເດີນບິນ-ຂ້າງຕະຫລາດສີໄຄ (ເບຕົງ), ຍາວ 1.462 ແມັດ ປະຕິບັດໄດ້ 60%; ເສັ້ນທາງ ຄູວຽງ-ໂຮງໝໍ 103 (ເບຕົງ), ຍາວ 1.175 ແມັດ ປະຕິບັດໄດ້ 20%; ທາງເບຕົງຮ່ອມ 14 ບ້ານທົ່ງກາງ-ວັດສ້າງເຫວີຍ, ຍາວ 1.088 ແມັດ ກຳລັງກໍ່ສ້າງໄດ້ 10%; ທາງເບຕົງຮ່ອມ 14 ບ້ານທ່າພະລານໄຊ, ຍາວ 707 ແມັດ ກໍ່ສ້າງໄດ້ 10%; ໄຟອຳນາດສີດຳດວນ-ທົ່ງສ້າງນາງ-ໄຟອຳນາດຮ່ອງໄກ່ແກ້ວ (ປູຢາງຂົ້ວທັບຄືນ), ຍາວ 2.030 ແມັດ, ສຳເລັດ 90%; ຖະໜົນສີທອງ ຈຸດຊ້າງ 3 ຫົວ-ໜອງດ້ວງ-ດົງນາໂຊກ-ໄຟອຳນາດໜອງໜ້ຽວ (ປູຢາງທັບຄືນ), ຍາວ 2.030 ແມັດ ກຳລັງສ້ອມແປງ 50%. ສ່ວນການປັບປຸງ, ສ້ອມແປງ ຄຸ້ມສີສະຫວາດ-ອ້ອມ ສຳນັກງານນາຍົກລັດຖະມົນຕີ ແລະ ເຂດບ້ານໂສກປ່າຫລວງ-ສວນ 23 ສິງຫາ (ປູຢາງຂົ້ວທັບຄືນ) ຄືບໜ້າ 10%; ທາງເບຕົງທາງເຂົ້າສະຖານີລົດໄຟລາວ-ຈີນ-ສະໜາມກິລາຫລັກ 16 ກຳລັງກໍ່ສ້າງ 10%.

ສ່ວນ ບໍລິສັດບຸຜາ ພັດທະນາກໍ່ສ້າງເຄຫາສະຖານ, ຂົວທາງ ແລະ ສຳຫລວດ-ອອກແບບ ຈຳກັດຜູ້ດຽວ ແມ່ນຮັບເໝົາເຂດໄຟອຳນາດສີໄຄ-ແຍກເຕ 2, ຍາວ 1.635 ແມັດ ແລະ ວົງວຽນດົງປາລານ-ວົງວຽນໂພນທັນ-ໄຟອຳນາດໂພນທັນ, ຄວາມຍາວ 2.076 ແມັດ (ປູຢາງຂົ້ວທັບຄືນ) ສຳເລັດ 95%, ວຽກແຕ້ມເສັນຈາລະຈອນ, ຕິດປ້າຍ ແລະ ທາສີຂອບທາງ ຈຳນວນ 8 ເສັ້ນທາງ ແມ່ນສຳເລັດແລ້ວ 40%; ບໍລິສັດສີສະເກດ ກໍ່ສ້າງຄົບວົງຈອນຈຳກັດຜູ້ດຽວ ໄດ້ຈັດຕັ້ງປະຕິບັດໜ້າວຽກຢູ່ ບ້ານວັດນາກຮ່ອມ 4 (ເບຕົງ), ຍາວ 328 ແມັດ ແລະ ເສັ້ນທາງກຳແພງເມືອງ ໄຟອຳນາດໜອງໄຮ-ວົງວຽນຫລັກ 10 (ປູຢາງຂົ້ວທັບຄືນ) ກຳລັງຈັດຕັ້ງໄດ້ 60% ແລະ ບໍລິສັດ ພີເອັສແອວ ກໍ່ສ້າງຄົບວົງຈອນ ຈຳກັດຜູ້ດຽວ ໄດ້ກໍ່ສ້າງທາງເບຕົງ ແຕ່ສະພັງເມີກ-ຫລັງຫໍພັກຊີເກມ-3ແຍກໜອງວຽງຄຳ ພວມສ້ອມ ແປງໄດ້ 20%; ເຂດທົ່ງສ້າງນາງ-ໄຟອຳນາດສະຫວ່າງ (ປູຢາງຂົ້ວທັບຄືນ) ສຳເລັດແລ້ວ 98%; ເຂດແຈວັດຈັນ-ວັດອົງຕື້ (ປູຢາງຂົ້ວທັບຄືນ) ສຳເລັດ 100% ແລະ ຖະໜົນໄຜໜາມ ຫລັງໂຮງຮຽນ ມສ ອານຸ (ປູຢາງຂົ້ວທັບຄືນ) ສຳເລັດແລ້ວ 95%.

ໂອກາດນີ້, ທ່ານ ພຸດທະເສນ ສິນທະວົງ ຍັງໄດ້ຝາກເຖິງ ຜູ້ໃຊ້ລົດ, ໃຊ້ຖະໜົນ ລວມເຖິງບຸກ ຄົນ ທີ່ມີເຮືອນຕິດກັບເສັ້ນທາງ ໃຫ້ຮັກສາສະພາບຂອງເສັ້ນທາງ, ຮັກສາຄວາມສະອາດ ໂດຍສະເພາະ ເວລາປັດກວດທາງ ບໍ່ຄວນປັດຂີ້ເຫຍື້ອລົງຮ່ອງລະບາຍນໍ້າ, ບໍ່ຖອກນໍ້າເສຍໃສ່ແຄມທາງ ຫລື ຖິ້ມສິ່ງເສດເຫລືອໃສ່ຮ່ອງລະບາຍນໍ້າ ອາດເຮັດໃຫ້ທໍ່ລະບາຍນໍ້າຕັນ ເມື່ອຝົນຕົກໜັກ ກໍຈະເຮັດໃຫ້ການລະ ບາຍນໍ້າບໍ່ທັນ ກໍໃຫ້ເກີດນໍ້າຖ້ວມ-ນໍ້າຂັ່ງເປັນຕົ້ນ.

ຂ່າວ: ກິດຕາ

ພາບ: ເກດສະໜາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments