Sunday, September 8, 2024
Homeຂ່າວກິລາສຳເລັດການແຂ່ງຂັນກິລາດອກປີກໄກ່ຄູ່ຊາຍ ຊີງຂັນຮອງເຈົ້າຄອງ ນວ

ສຳເລັດການແຂ່ງຂັນກິລາດອກປີກໄກ່ຄູ່ຊາຍ ຊີງຂັນຮອງເຈົ້າຄອງ ນວ

ທ້າວ ກູ່ ແລະ ທ້າວ ໂຢ ສອງນັກກິລາ ຂອງສະໂມສອນ ດອກປີກໄກ່ ເອພີ-ກັບຕັນ ຍາດໄດ້ທີ1 (ຄອງແຊັມ)ການແຂ່ງຂັນກິລາດອກປີກໄກ່ປະເພດຄູ່ຊາຍ ເພືື່ອສ້າງຂະບວນການສະເຫຼີມສະຫຼອງວັນສ້າງກິລາລາວ ຄົບຮອບ 58 ປີ ແລະ ທີ1 ທີມອາວຸໂສ ທ່ານ ວັດທະນາໄຊ ລາດສິວົງສິງ+ທ່ານ ຄໍາບານ ພັນມີໄຊ.

ພິທີປີດການແຂ່ງຂັນກິລາດອກປີກໄກ່ປະເພດຄູ່ຊາຍ 3 ລາຍການ ຊີງຂັນທ່ານຮອງເຈົ້າຄອງ ນະຄອນຫຼວງວຽງຈັນ (ນວ) ຄັ້ງທີ 1 ປະຈຳປີ 2024 ໄດ້ຈັດຂຶ້ນວັນທີ 14 ມິຖຸນາ 2024 ຜ່ານມາພາຍຫຼັງແຂ່ງຂັນມາແຕ່ວັນທີ 12 ມິຖຸນາ ຜ່ານມາ ທີ່ສະໂມສອນ ດອກປີກໄກ່ ຄຳເສັງ .ໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນໂດຍທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງ ນະຄອນຫຼວງວຽງຈັນ, ທ່ານ ວັດທະນາໄຊ ລາດສະວົງສິງ ປະທານສະຫະພັນແລ່ນ-ລານຄົນພິການແຫ່ງຊາດລາວ, ທັງເປັນເຈົ້າຂອງສວນອາຫານມັງກອນທອງ ແລະ ທ່ານ ຄຳບານ ພັນມີໄຊ ປະທານບໍລິສັດ ພັນມີໄຊ ຈຳກັດ ພ້ອມດ້ວຍບັນດາສະໂມສອນອ້ອມຂ້າງສູນກາງ 9 ສະໂມສອນສົ່ງນັກກິລາເຂົ້າຮ່ວມ.

ການແຂ່ງຂັນລາຍການດັ່ງກ່າວ ເປັນການຮ່ວມມືກັນຈັດແຂ່ງຂັນໂດຍສວນອາຫານມັງກອນທອງ ຮ່ວມກັບບໍລິສັດ ພັນມີໄຊ ຈຳກັດ ເພືື່ອສ້າງຂະບວນການສະເຫຼີມສະຫຼອງວັນສ້າງກິລາລາວ ຄົບຮອບ 58 ປີ ພ້ອມທັງສົ່ງເສີມນັກກິລາຈາກສະໂມສອນຕ່າງໆພັດທະນາຕົນເອງຢ່າງຕໍ່ເນື່ອງສາມາດກ້າວຂຶ້ນໄປເປັນນັກກິລາທີມຊາດກໍຄືເປັນຕົວແທນໃຫ້ ນວ ກຽມເຂົ້າຮ່ວມງານກິລາແຫ່ງຊາດ ຄັ້ງທີ 12 ປີ 2025 ທີ່ນວ ຮັບກຽດເປັນເຈົ້າພາບ.

ລາຍການນີ້ ມີການແຂ່ງຂັນ 3 ລາຍການຄື: ຮຸ່ນຊາວໜຸ່ມທົ່ວໄປ, ສາຍສະໝັກຫຼິ້ນ ແລະ ສາຍອາວຸໂສ ແຂ່ງຂັນແບບເສຍຕົກຮອບ ຊຶ່ງມີນັກກິລາທັງໝົດ 96 ຄົນມາຈາກ 9 ສະໂມສອນ ຄື: ບຶງຂະຫຍອງ, ແສງຕາວັນ, ເບຍລາວ, ເສດຖາ, ດົງປາລານ, ເອພີ-ກັບຕັນ, ສະກາຍໄລ, ເຄພີເອັດ ແລະ ແລບດອກ. ຜົນການແຂ່ງຂັນປາກົດວ່າ: ຮຸ່ນຊາວໜຸ່ມທົ່ວໄປ ທີ1 ທ້າວ ກູ່ + ທ້າວ ໂຢ ຈາກສະໂມສອນ ເອພີ-ກັບຕັນ, ທີ2 ທ້າວ ໂຕ່ຍ + ທ້າວ ມ໋ອນ ຈາກສະໂມສອນ ເຄພີເອັດ ແລະ ທີ 3 ທ້າວ ໂຢ໊ + ທ້າວ ເຈມ ຈາກສະໂມສອນ ສະກາຍໄລ.

ສາຍສະໝັກຫຼິ້ນ ທີ1 ທ້າວ ອາລຸນ+ ທ້າວ ຂຽວ, ທີ2 ທ້າວ ອາປີ່ງ+ ທ້າວ ອາເຕົາ ແລະ ທີ3 ທ້າວ ນິກ+ ທ້າວ ແກ້ວ ແລະ ຮຸ່ນອາວຸໂສ ທີ1 ທ່ານ ວັດທະນາໄຊ ລາດສິວົງສິງ+ທ່ານ ຄໍາບານ ພັນມີໄຊ ທີ 2 ນໍລະສິນ + ອຸທອນ ແລະ ທີ 3 ຮ່ວມ ເປັນຂອງທ່ານ ຖາວອນ + ທ່ານ ເສີດ ແລະ ທ່ານ ອ່າງ + ທ່ານ ຕ໋ອງ.

ຂ່າວ: ສົງການ ພັນແພງດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments