Sunday, September 8, 2024
Homeສາລະໜ້າຮູ້ກິນ​ເນີຍ​ກ່ອນ​ນອນຈະ​ຊ່ວຍ​ໃຫ້​ນອນ​ຫຼັບ​ໄດ້​ດີ

ກິນ​ເນີຍ​ກ່ອນ​ນອນຈະ​ຊ່ວຍ​ໃຫ້​ນອນ​ຫຼັບ​ໄດ້​ດີ

ມີຫຼາຍວິທີທີ່ຈະເຮັດໃຫ້ນອນສະບາຍ ແລະ ຫຼັບຕະຫຼອດຄືນ ແຕ່ມີອີກວິທີໜຶ່ງທີ່ວິທະຍາສາດສາມາດຫາເຫດຜົນໄດ້ວ່າ? ເປັນຫຍັງການກິນເນີຍກ່ອນນອນຈຶ່ງຊ່ວຍໃຫ້ທ່ານນອນຫຼັບໄດ້ດີ?

ເຫດຜົນແມ່ນເນື່ອງຈາກວ່າເນີຍມີສ່ວນປະກອບຂອງສານ tryptophan ເຊິ່ງເປັນສານຕົ້ນຕໍຂອງສານສື່ປະສາດ ທີ່ຊ່ວຍໃນການນອນ.

ໃນເວລາດຽວກັນເຖິງແມ່ນວ່າເນີຍ ມີສານເຄມີທີ່ເຮັດໃຫ້ທ່ານນອນຫຼັບໄດ້ດີ ແຕ່ການກິນເນີຍຫຼາຍເກີນໄປ ກໍ່ສາມາດເຮັດໃຫ້ມີຄວາມສ່ຽງຕໍ່ການເປັນພະຍາດໄຂມັນໃນເລືອດສູງ ເພາະສະນັ້ນ ທ່ານຄວນກິນເນີຍໃນລະດັບປານກາງ.

ເຖີງແນວໃດກໍ່ຕາມສານ tryptophan ແມ່ນມັກເຫັນຢູ່ໃນໝາກກ້ວຍນ້ໍາ ເຊັ່ນດຽວກັນ ສີ່ງສໍາຄັນຊອກກິນໄດ້ງ່າຍ ແລະ ມີລາຄາຖືກກວ່າເນີຍ.

ເຖີງຢ່າງໃດກໍ່ຕາມ ຢ່າລືມວ່າການກິນອາຫານຕ້ອງມີໄລຍະຫ່າງຢ່າງຫນ້ອຍ 2 ຊົ່ວໂມງກ່ອນນອນ ເພື່ອໃຫ້ອາຫານໄດ້ຍ່ອຍ ແລະ ບໍ່ເບັງທ້ອງໃນເວລານອນຫຼັບ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments