ກອງປະຊຸມສະພາເສດຖະກິດໂລກ (World Economic Forum) ທີ່ໄດ້ຈັດຂຶ້ນໃນລະຫວ່າງວັນທີ 15 – 19 ມັງກອນ 2024, ທີ່ເມືອງດາໂວສ, ປະເທດສະວິດສະແລນ, ໂດຍມີຜູ້ນຳຈາກຫຼາຍປະເທດ (ໃນນັ້ນ, ມີນາຍົກ ລັດຖະມົນຕີຈີນ ແລະ ຫວຽດນາມ), ບັນດານັກທຸລະກິດໃນຂະແໜງອຸດສາຫະກຳຕ່າງໆ, ນັກວິຊາການ ແລະ ຜູ້ຊ່ຽວຊານຈາກທົ່ວໂລກເຂົ້າຮ່ວມຈຳນວນ 2,800 ກວ່າທ່ານ ເພື່ອແລກປ່ຽນຄວາມຄິດເຫັນຕໍ່ທິດທາງເສດຖະກິດໂລກ ພາຍໃຕ້ຫົວຂໍ້ “ການຟື້ນຄືນຄວາມເຊື່ອ ໝັ້ນໃຫ້ກັບມາອີກຄັ້ງ (Rebuilding Trust)” ຫລັງຈາກທີ່ເສດຖະກິດທົ່ວໂລກໄດ້ປະເຊີນໜ້າກັບສະພາວະຖົດຖອຍ ໃນຊ່ວງ 2-3 ປີທີ່ຜ່ານມາ, ເຊິ່ງຖືເປັນຈຸດຕໍ່າສຸດ ຂອງໂລກ ທີ່ກະທົບຕໍ່ລະບົບເສດຖະກິດ ແລະ ການເຕີບໂຕຂອງ GDP ຂອງໂລກແລ້ວ.
ຄໍາວ່າ ພະລັງງານສະອາດ, ການບໍລິການດ້ານດີຈີຕອນ ເປັນຫົວຂໍ້ທີ່ຜູ້ເຂົ້າຮ່ວມໃຫ້ຄວາມສົນໃຈ ແລະ ຫາຜົນປະໂຫຍດ, ລວມທັງຈະເຮັດແນວໃດບໍ່ໃຫ້ເກີດການຍາດແຍ່ງ ແລະ ຮ່ວມກັນຄິດຄົ້ນເຕັກໂນໂລຊີ ນະວະຕະກໍາໃໝ່ໆ ໄປຄຽງຄູ່ກັບການສ້າງບຸກຄະລາກອນທີ່ມີຄວາມສາມາດເຂົ້າສູ່ຕະຫຼາດດັ່ງກ່າວ. ເຕັກໂນໂລຊີ AI ຫຼື ປັນຍາປະດິດ ຖືວ່າເປັນບັນຫາສໍາຄັນພິເສດ ໂດຍ ປີ 2023 ແມ່ນປີແຫ່ງການທົດ ລອງ ເຕັກໂນໂລຊີ AI ແຕ່ວ່າ ປີ 2024 ແມ່ນປີຂອງການນໍາໃຊ້ເຂົ້າໃນວຽກງານຕົວຈິງ ແລະ AI ຈະເປັນຈຸດ ກຳເນີດສຳລັບອາຊີບໃນອານາຄົດ ແລະ ຕົວເລັ່ງເຮັດໃຫ້ເສດຖະກິດມີການຂະຫຍາຍຕົວໃນອະນາຄົດ. ເພາະວ່າ, ສອງສາມປີທີ່ຜ່ານມາ ໂລກຂອງພວກເຮົາຢຸດຢູ່ກັບທີ່ ບໍ່ມີໃຜເປັນຜູ້ຂັບເຄື່ອນເສດຖະກິດໂລກລາຍໃໝ່ ນອກ ຈາກ ອິນເຕີເນັດ ທີ່ເຕີບໂຕເປັນຜູ້ຊະນະລາຍໃໝ່. ສະນັ້ນ, ປີນີ້ຈຶ່ງຕ້ອງມີຜູ້ຂັບເຄື່ອນເສດຖະກິດທີ່ຈະມາປົດລ໊ອກຕໍ່ໄປ.
ອີກໜຶ່ງການປ່ຽນແປງທີ່ສຳຄັນ ໃນການມາຂອງ AI ກໍຄື ການກະທົບກັບການໃຊ້ແຮງງານ ແລະ ການເຮັດວຽກທີ່ຈະຖືກປະຕິບັດການ ຫຼື ຄວບຄຸມໂດຍຂະບວນການອັດຕະໂນມັດດ້ວຍ AI, ເຊິ່ງໃນຍຸກນີ້ ກຸ່ມຄົນທີ່ຈະໄດ້ຮັບຜົນກະທົບຫຼາຍທີ່ສຸດຄື ຄົນທີ່ເຮັດວຽກດ້ວຍ “ມັນສະໝອງ” ກໍຄື ກຸ່ມແຮງງານເສື້ອຂາວ, ເຊິ່ງໝາຍເຖິງ ກຸ່ມ ຄົນທີ່ໃຊ້ມັນສະໝອງເປັນຫຼັກ, ເຊິ່ງອາດຈະເຮັດໃຫ້ 44% ຂອງທັກສະຈະບໍ່ສາມາດໃຊ້ໄດ້ອີກຕໍ່ໄປໃນອີກ 5 ປີ ຂ້າງໜ້າ.
ເຖິງຢ່າງໃດກໍຕາມ, ນີ້ກໍບໍ່ໝາຍຄວາມວ່າ AI ຈະສາມາດເຮັດທຸກໆວຽກງານແທນມະນຸດໄດ້. ຄຽງຄູ່ກັບສິ່ງທ້າທາຍອັນໃໝ່ນີ້, ການມາຂອງ AI ກໍຈະນໍາມາເຊິ່ງໂອກາດໃນການສ້າງອາຊີບໃໝ່. ໃນວົງການພັດທະ ນາ AI ຢູ່ໃນຂັ້ນຕອນຂອງການພັດທະນາຮູບແບບໃໝ່ທີ່ໃຊ້ປ້ອນຂໍ້ມູນ ເພື່ອຫຼຸດຜ່ອນຜົນກະທົບຂອງການລະເມີດລິຂະສິດ ໃນການນໍາເອົາຂໍ້ມູນມາເປັນເຄື່ອງມືໃນການຮຽນຮູ້. ຖັດມາແມ່ນຮູບແບບການແຈກຢາຍຂໍ້ມູນໃຫ້ຜູ້ຊົມໃຊ້ສາມາດສ້າງລາຍໄດ້ຈາກ AI ແລະ ສິ່ງສຳຄັນແມ່ນ “ສິນລະທໍາ” ທີ່ຈະຖືກບັນຈຸລົງໄປໃນ AI ເພື່ອອອກແບບໃຫ້ AI ມີສິນລະທໍາ ຫຼາຍຂຶ້ນ. ເພາະວ່າ, ເປັນເຕັກໂນໂລຊີທີ່ມີພະລັງອຳນາດຢ່າງຫຼວງຫຼາຍ, ຖ້າບໍ່ມີການປ້ອງ ກັນຄວາມສ່ຽງອາດຈະຖືກນໍາໃຊ້ໃນທາງລົບ. ດັ່ງນັ້ນ, ຈຶ່ງມີຄວາມຈໍາເປັນທີ່ຈະຕ້ອງກໍານົດຂອບເຂດ, ເຊິ່ງເປັນສິ່ງທີ່ຜູ້ນໍາໂລກຕ້ອງຊ່ວຍກັນກໍານົດລະບຽບ ແລະ ມາດຕະການສໍາລັບການນໍາໃຊ້ AI.
ກຸ່ມຜູ້ນຳ (ຄະນະຜູ້ແທນອາຊຽນທີ່ເຂົ້າຮ່ວມປະຊຸມ) ຕ່າງກໍສົນທະນາກັນວ່າ ຈະເຮັດແນວໃດ ໃຫ້ອາຊຽນຈັບມືກັນຢ່າງແໜ້ນແຟ້ນ ພາຍໃຕ້ແນວຄວາມຄິດ ແລະ ມີຜົນປະໂຫຍດທົ່ວອາຊຽນ ເຖິງຂັ້ນມີການເປີດການສົນທະນາແລກປ່ຽນ ສະແດງຄວາມເປັນຫ່ວງ ເພື່ອຊອກຫາຊ່ອງທາງໃນການສະໜັບສະໜູນເຊິ່ງກັນ ແລະກັນ, ໂດຍສະເພາະອາຊຽນກຳລັງເປັນເນື້ອຫອມຂອງຕະຫຼາດຜະລິດອຸດສະຫະກໍາ ໃຫ້ແກ່ປະເທດໃຫຍ່, ເຊິ່ງມີຂໍ້ໄດ້ປຽບ ກໍຄື ອາຊຽນມີກຳລັງແຮງງານໜຸ່ມເປັນສ່ວນໃຫຍ່, ສ່ວນແຮງງານໄວກາງຄົນມີພຽງ 16% ບວກກັບຄວາມມີສະຖຽນລະພາບ ແລະ ມີຄວາມສະຫງົບສຸກ.
ສະນັ້ນ, ເຕັກໂນໂລຊີ AI ຫຼື ປັນຍາປະດິດ ບໍ່ແມ່ນເລື່ອງໄກຕົວອີກຕໍ່ໄປ ໂດຍສະ ເພາະຢ່າງຍິ່ງເມື່ອມີການເປີດຕົວແອັບພລີເຄຊັນຕ່າງໆ ເຊັ່ນ: ChatGPT ຫຸ່ນຍົນແຊຕບອຕ (AI Chatbot) ທີ່ສາມາດສົນທະນາໂຕ້ຕອບກັບມະນຸດໄດ້ຢ່າງເປັນທຳ ມະຊາດ ແລະ ຫຼາຍໆຄົນໃນປັດຈຸບັນກໍມີຄວາມຕື່ນເຕັ້ນທີ່ໄດ້ເຫັນໂອກາດໃນການໃຊ້ປະໂຫຍດຈາກເຕັກໂນໂລຊີໃໝ່ດັ່ງກ່າວ. ແຕ່ກໍອາດຈະສ້າງຄວາມຕື່ນຕົກໃຈໃຫ້ກັບຫຼາຍໆຄົນເຊັ່ນກັນ ໂດຍສະເພາະ ຄວາມສາມາດຂອງ AI ໃນລະດັບນີ້ ຈະເປັນໄພຂົ່ມ ຂູ່ ຫຼື ຕົວກີດກັນມະນຸດໃນດ້ານໃດດ້ານໜຶ່ງ. ດັ່ງນັ້ນ, ຈຶ່ງເກີດມີຂໍ້ສົງໃສ ແລະ ມີຄໍາຖາມຫຼາຍຄໍາຖາມ ເຊັ່ນ: “AI ຈະຍາດແຍ່ງວຽກເຮັດງານທຳຂອງມະນຸດ ?” “AI ເກັ່ງກວ່າຄົນ ?” “AI ດູດຂໍ້ມູນ ?”. ບໍ່ວ່າຈະຮູ້ສຶກແນວໃດກໍຕາມ ຄວາມຈິງທີ່ປະຕິ ເສດບໍ່ໄດ້ນັ້ນ ກໍຄື ໂລກເຮົາໄດ້ກ່າວເຂົ້າສູ່ຍຸກ AI ໄປຮຽບຮ້ອຍແລ້ວ. ນັກວິຊາການຫຼາຍທ່ານ, ກ່າວວ່າ ຍຸກ AI ໄດ້ເຂົ້າເຖິງປະຊາຄົມໂລກແລ້ວ, ເຊິ່ງໃນໄລຍະແຕ່ປີ 2020-2029 ຈະເປັນຊ່ວງຂອງການພັດທະນາ ແລະ ປ່ຽນແປງໄປກັບ AI.
ຂະນະທີ່ທົດສະວັດຖັດໄປ ຈະເປັນຊ່ວງເວລາ ຂອງ ການເຮັດວຽກກັບ AI ແລະ ຫລັງຈາກນັ້ນ ຈະແມ່ນຊ່ວງເວລາຂອງການໃຊ້ຊີວິດກັບ AI, ເຊິ່ງນັບວ່າເປັນໄລຍະເວ ລາທີ່ທ້າທາຍມະນຸດຫຼາຍທີ່ສຸດ. ພາຍໃນປີ 2025, AI ຈະສ້າງວຽກເຮັດງານທໍາໃໝ່ 97 ລ້ານຕໍາແໜ່ງ, ແຕ່ວ່າ ຈະແທນບ່ອນວຽກງານທີ່ມີຢູ່ 85 ລ້ານຕໍາແໜ່ງງານ. ໃນນັ້ນ, ຈະມີບາງອຸດສາຫະກໍາທີ່ຈະໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກ AI ອັນ ໄດ້ແກ່: ອຸດສາຫະກໍາການຜະລິດ, ການບໍລິການ, ການຂົນສົ່ງ, ສາທາລະນະສຸກ ແລະ ການສຶກສາ.
ອີກດ້ານໜຶ່ງ, ພວກເຮົາເຫັນວ່າ ການນໍາໃຊ້ AI ໃນແຕ່ລະຂົງເຂດ ແມ່ນລ້ວນແຕ່ມີຄວາມສ່ຽງ ເຊັ່ນ: ການນໍາໃຊ້ AI ໃນຂົງເຂດການເງິນ-ການທະນາຄານ ເພື່ອຄວບຄຸມຄວາມສ່ຽງ ແລະ ຕ້ານທຸລະກໍາອື່ນໆ, ເຖິງວ່າຈະຍັງບໍ່ທັນສົມບູນກໍຕາມ, ແຕ່ກໍຍັງສາມາດຊ່ວຍຄວບຄຸມຄວາມສ່ຽງຕ່າງໆໄດ້ໃນລະດັບໜຶ່ງ. ບໍ່ພຽງແຕ່ເທົ່ານັ້ນ, ຖ້າວ່າ AI ຖືກໝູນໃຊ້ເຂົ້າໃນຂົງເຂດອື່ນໆ ທີ່ເກີດຈາກຂໍ້ຜິດພາດ ອາດຈະນໍາໄປສູ່ຄວາມຫາຍະນະໄດ້ ໂດຍສະເພາະແມ່ນໃນຂົງເຂດທີ່ມີຄວາມສ່ຽງສູງ ເຊັ່ນ: ການນໍາໃຊ້ເຂົ້າໃນການເຮັດສົງຄາມ ຫຼື ປະກອບໃນຂະແໜງການທີ່ບໍ່ມີມະນຸດມີສ່ວນຮ່ວມນໍາ, ເຊິ່ງອາໃສແຕ່ການບັງຄັບແບບອັດຕະໂນມັດຂອງ AI. ຖ້າວ່າບໍ່ສາມາດຄວບຄຸມເຕັກໂນໂລຊີ AI ໄດ້ ຫຼື ໃນກໍລະນີທີ່ແຕ່ລະປະເທດແຂ່ງຂັນການຄົ້ນຄິດ ເຮັດໃຫ້ຜົນໄດ້ຮັບບໍ່ໄດ້ຕາມເປົ້າໝາຍ ຈະນໍາໄປສູ່ການຂັດແຍ່ງໃນອານາຄົດ.
ສະນັ້ນ, ສະຖານະການດັ່ງກ່າວໄດ້ຮຽກຮ້ອງໃຫ້ປະຊາຄົມໂລກ ຕ້ອງໄດ້ທົບທວນຄືນຢ່າງຈິງຈັງໃນການກໍານົດຂອບເຂດ ແລະ ມາດຕະການປ້ອງກັນ ແນໃສ່ເພື່ອເຮັດໃຫ້ການນໍາໃຊ້ເຕັກໂນໂລຊີດັ່ງກ່າວເປັນໄປຢ່າງມີຄວາມຮັບຜິດຊອບ ເພື່ອຮັບປະກັນຄວາມປອດໄພຂອງມວນມະນຸດໂລກ. ສປ ຈີນ ໃນນາມເປັນປະເທດທີ່ຕື່ນຕົວໄວອັນ ດັບສອງຮອງຈາກອາເມຣິກາ ປັດຈຸບັນກໍມີແອັບ ERNIE Bot ທີ່ສາມາດເວົ້າສົນທະ ນາໂຕ້ຕອບກັບມະນຸດໄດ້ ແລະ ຍັງມີຫຼາຍແອັບທີ່ເກີດໃໝ່ນັບບໍ່ຖ້ວນ, ການນໍາໃຊ້ເຕັກໄນໂລຊີ AI ເຂົ້າໃນການຂັບລົດຍົນທີ່ບໍ່ມີຄົນຂັບ, ອຸດສາຫະກໍາຜະລິດລົດຍົນ, ການຜະລິດອຸດສາຫະກໍາໜັກ ແລະ ອື່ນໆ ໄດ້ຊ່ວຍເຮັດໃຫ້ຄວາມສາມາດໃນການຜະລິດສິນຄ້າຂອງຈີນມີຄວາມກ້າວໜ້າໄວ ແລະ ເປັນທີ່ຍອມຮັບຢ່າງກວ້າງຂວາງໃນຕະຫຼາດພາກພື້ນ ແລະ ໂລກ.
ແຕ່ເຖິງແນວໃດກໍຕາມ ຈີນ ກໍາລັງພະຍາຍາມບັນຈຸແນວຄວາມຄິດຂອງປະທານ ສີ ຈິ້ນຜິງ ເຂົ້າໃນລະບົບ AI ເພື່ອເຮັດແນວໃດໃຫ້ລະບົບມີຄວາມເຂົ້າໃຈຕໍ່ ການຜັນຂະຫຍາຍແນວຄິດສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ໃຫ້ເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ ເພື່ອສ້າງໃຫ້ຜູ້ຊົມໃຊ້ມີໂລກະທັດ, ຊີວະທັດ ແລະ ຄ່ານິຍົມທີ່ຖືກ ຕ້ອງ ບໍ່ພຽງແຕ່ສາມາດສ້າງຄຸນສົມບັດດ້ານແນວຄິດຂອງຜູ້ຊົມໃຊ້ໄດ້ເທົ່ານັ້ນ ຍັງສາມາດບໍາລຸງສ້າງເຂົາເຈົ້າກາຍເປັນພົນລະເມືອງຍຸກປັດຈຸບັນທີ່ມີໜ້າທີ່ຮັບຜິດ ຊອບຕໍ່ສັງຄົມ ແລະ ມີພາລະກໍາປະຫວັດສາດ ຄຽງຄູ່ກັບການຄຸ້ມຄອງເສລີໃນການສະແດງຄວາມຄິດເຫັນ ໃຫ້ເກີດການພັດທະນາລະບົບ AI, ຖ້າຫາກເກີດຂໍ້ຜິດພາດ ລະບົບຂັດຕໍ່ແນວທາງ ຜູ້ກໍ່ຕັ້ງຕ້ອງໄດ້ຮັບຜິດຊອບຕໍ່ຄວາມເສຍຫາຍຕ່າງໆ.
ສຳລັບ ສປປ ລາວ, ເພື່ອເປັນການກະກຽມຄວາມພ້ອມໃນການຮັບເອົາຜົນປະໂຫຍດ ແລະ ຮັບມືກັບສິ່ງທ້າທາຍທີ່ຈະມາກັບເຕັກໂນໂລຊີ AI, ພວກເຮົາຕ້ອງເລີ່ມກໍານົດແຜນຍຸດທະສາດ ແລະ ແຜນການແຫ່ງຊາດ, ເພື່ອນໍາໄປສູ່ການແລກ ປ່ຽນຖອດຖອນບົດຮຽນ, ປຶກສາຫາລື ກັບບັນດາປະເທດທີ່ມີປະສົບການໃນການໝູນໃຊ້ AI ກ່ອນ ເພື່ອຍາດແຍ່ງການເອົາການຊ່ວຍເຫຼືອ ເຂົ້າໃນການພັດທະນາຊັບພະຍາກອນມະນຸດ ກໍຄື ການພັດທະນາເສດຖະກິດ-ສັງຄົມຂອງລາວໃຫ້ມີຄວາມທັນສະໄໝ ສອດຄ່ອງກັບການພັດທະນາຂອງຍຸກສະໄໝ.
ກົມການຂ່າວ, ກະຊວງການຕ່າງປະເທດ