Home ຂ່າວໜ້າໜຶ່ງ ກະຊວງ ຖວທ ແລະ ອົງການຢູນີເຊັບ ສະເຫຼີມສະຫຼອງ 20 ປີ ແຫ່ງການຮ່ວມມື ໃນການສ້າງຄວາມເຂັ້ມແຂງໃຫ້ແກ່ຊາວໜຸ່ມລາວ

ກະຊວງ ຖວທ ແລະ ອົງການຢູນີເຊັບ ສະເຫຼີມສະຫຼອງ 20 ປີ ແຫ່ງການຮ່ວມມື ໃນການສ້າງຄວາມເຂັ້ມແຂງໃຫ້ແກ່ຊາວໜຸ່ມລາວ

0

ວັນທີ 3 ມິຖຸນາ 2024 ຕົວແທນເດັກ ແລະ ໄວໜຸ່ມ 59 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ແຫ່ງ ສປປ ລາວ ໄດ້ມາເຕົ້າໂຮມກັນ ທີ່ເມືອງຊໍາເໜືອ, ແຂວງຫົວພັນ. ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລືຂອງໄວຫນຸ່ມ ແລະ ເພື່ອລະດົມຄວາມຄິດເຫັນກ່ຽວກັບ ສ້່ງທ້າທາຍ ແລະ ວິທີແກ້ໄຂບັນຫາຕ່າງໆ ທີ່ສົ່ງຜົນກະທົບຕໍ່ຊີວິດຂອງເດັກນ້ອຍ ແລະ ໄວໜຸ່ມໃນປັດຈຸບັນ ເຊິ່ງຈັດໂດຍວິທະຍຸກະຈາຍສຽງແຫ່ງຊາດລາວ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ອົງການຢູນີເຊັບ. ພ້ອມນີ ້ຍັງຈະ ໄດ້ເຂົ້າຮ່ວມງານ ສະເຫລີມສະຫລອງວັນສ້າງຕັ້ງ ສື່ໄວຫນຸ່ມລາວ ຄົບຮອບ 20 ປີ ເຊິ່ງກອງປະຊຸມຄັ້ງນີ້ ແມ່ນ ໄດ້ຮັບການສະໜັບສະໜູນຈາກສະຫະພາບເອີຣົບ ແລະ ລັດຖະບານອົດສະຕາລີ ຜ່ານອົງການຢູນີເຊັບ.

ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີ ກະຊວງ ຖະແຫລວງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ກ່າວວ່າ: “ສື່ໄວຫນຸ່ມລາວ ແມ່ນໂຄງການທີ່ມີປະສິດທິຜົນສູງ ໃນການກໍ່ສ້າງຄວາມສາມາດ ໃຫ້ແກ່ເດັກ ແລະ ໄວຫນຸ່ມລາວ ໃນການໂຄສະນາ ບັນຫາຕ່າງໆ ທີ່ມີຜົນກະທົບຕໍ່ເຂົາເຈົ້າ ເຊິ່ງລວມມີ ບັນຫາສຸຂະພາບ, ສັກຢາກັນພະຍາດ, ໂພຊະນາການ, ການສຶກສາ, ວຽກງານສຸຂະອະນາໄມ, ສະພາບແວດລ້ອມ, ວຽກງານປົກປ້ອງເດັກ ແລະ ຊ່ວຍປຸກລະດົມ ໃຫ້ໄວໜຸ່ມ ປະກອບສ່ວນເຂົ້າໃນການປັບປຸງຊຸມຊົນຂອງເຂົາເຈົ້າ.” ແລະ ນອກນີ້ ທ່ານຍັງໄດ້ສະແດງຄວາມຂອບໃຈມາຍັງອົງການຢູນີເຊັບ ທັງຊົມເຊີຍ ຕໍ່ຜົນງານຂອງໂຄງການສື່ໄວໜຸ່ມ ໃນໄລຍະ 20 ປີຜ່ານມາ ທີ່ໄດ້ສ້າງໂອກາດໃຫ້ໄວໜຸ່ມລາວເຮົາ ໄດ້ຮັບການພັດທະນາໂຕເອງຫຼາຍຢ່າງໃນວຽກງານດ້ານສື່ສານມວນຊົນ ແລະ ຫວັງຢ່າງຍິ່ງວ່າ ອົງການ ຢູນີເຊັບໄດ້ສືບຕໍ່ສະໜັບສະໜູນຶເພື່ອໃຫ້ໂອກາດເດັກ ແລະ ໄວຫນຸ່ມ ໃນການພັດທະນາຕົນເອງສືບຕໍ່ດຳເນີນຕໍ່ໄປ.

ໃນໂອກາດ ທີ່ເຂົ້າຮ່ວມກອງປະຊຸມ, ທ່ານ ນາງ ຫມັ້ນ ເພັງຄັດຕິຍະ ໄດ້ກ່າວວ່າ: “ຂ້າພະເຈົ້າ ໄດ້ຕິດຕາມການເຄື່ອນໄຫວ ຂອງທິມງານ ສື່ໄວຫນຸ່ມ ແລະ ໄດ້ເຫັນການໂຄສະນາ ຜ່ານວິທະຍຸໄວຫນຸ່ມ ແລະ ເຟັດຂອງສື່ໄວຫນຸ່ມ ໃນ 18 ແຂວງ. ຂ້າພະເຈົ້າເຫັນວ່າ ສື່ໄວຫນຸ່ມ ໄດ້ປະກອບສ່ວນຢ່າງຫ້າວຫັນ ໃນການໂຄສະນາ ເພື່ອປັບປຸງ ຊີວິດການເປັນຢູ່ ຂອງແມ່ຍິງ ແລະເດັກ ໃນແຂວງຂອງຕົນ ແລະ ຂໍຂອບໃຈ ທີ່ ໂຄງການ ໄດ້ເລືອກແຂວງຫົວພັນ ເປັນສະຖານທີ່ ຈັດກອງປະຊຸມ ປຶກສາຫາລື, ຈັດງານສະເຫລີມສະຫລອງ ຄົບຮອບ 20 ປີ ຂອງໂຄງການສື່ໄວຫນຸ່ມ ແລະ ການຝຶກອົບຮົມ ການຜະລິດສື່ ສໍາລັບ ວິທະຍຸ ແລະ ສື່ສັງຄົມອອນລາຍ.”

ຖືໂອກາດນີ້ ທ່ານນາງ ຫມັ້ນ ເພັງຄັດຕິຍະ ໄດ້ເຊີນຊວນ ບັນດາແຂກທີ່ມາຮ່ວມກອງປະຊຸມ ຈົ່ງຊ່ວຍໂຄສະນາ ວຽກງານການທ່ອງທ່ຽວແຂວງຫົວພັນ ເພື່ອໃຫ້ປະຊາຊົນທັງພາຍໃນ ແລະ ຕ່າງປະເທດໄດ້ຮູ້ຈັກຫຼາຍຂຶ້ນ ແລະ ມາຢ້ຽມຢາມຂວງຫົວພັນຫຼາຍຂຶ້ນ.

ທ່ານ ໄຊມອນ ນາເຊີ, ຫົວໜ້າພະແນກ ໂຄສະນາ ແລະ ສື່ສານມວນຊົນ ຂອງອົງການຢູນີເຊັບ ປະຈໍາ ສປປ ລາວ ໄດ້ສະແດງຄວາມຂອບໃຈ ແລະ ຊົມເຊີຍ ວັນຄົບຮອບ 20 ປີ ຂອງວຽກງານສື່ໄວໜຸ່ມ ເຊິ່ງເພິ່ນໄດ້ກ່າວວ່າ: “ວັດຖຸປະສົງ ຂອງກອງປະຊຸມໃນຄັ້ງນີ້ ແມ່ນ ເພື່ອປຶກສາຫາລື ກ່ຽວກັບສິ່ງທ້າທາຍ ຫຼື ບັນຫາທີ່ເດັກ ແລະ ໄວຫນຸ່ມ ໃນ ສປປ ລາວ ກຳລັງປະເຊີນຢູ່ ລວມທັງສິ່ງທີ່ກຳລັງເປັນບັນຫາໃນຄອບຄົວ ແລະ ສັງຄົມ. ເນື້ອໃນທັງໝົດໃນການປຶກສາຫາລືດັ່ງກ່າວ ຈະໄດ້ນຳໄປປະກອບເຂົ້າໃນແຜນງານ ການຮ່ວມມື ລະຫ່ວາງລັດຖະບານລາວ ແລະ ອົງການຢູນີເຊັບ ແລະ ຄູ່ຮ່ວມງານ. ຂ້າພະເຈົ້າຮູ້ສຶກຕື່ນເຕັ້ນຫຼາຍທີ່ຈະໄດ້ຟັງເລື່ອງລາວ ແລະ ຄຳແນະນຳຂອງທຸກທ່ານ ຜ່ານໃນກອງປະຊຸມແຫ່ງນີ້ ໂດຍສະເພາະສຽງຈາກໄວໜຸ່ມ ເຊິ່ງເປັນອະນາຄົດຂອງຊາດ.” ພ້ອມນີ້ທ່ານຍັງໄດ້ກ່າວຕໍ່ໄປວ່າ ສປປ ລາວ ເປັນປະເທດທີ່ໂດດເດັ່ນ ໃນການສົ່ງເສີມການມີສ່ວນຮ່ວມຂອງເດັກ ໂດຍສະເພາະ ການດໍາເນີນໂຄງການສື່ໄວໜຸ່ມ ຄວບຄູ່ກັບການເຄື່ອນ ໄຫວວຽກງານລວມຂອງໄວໜຸ່ມ. ໃນປັດຈຸບັນ ຕົວແທນໄວໜຸ່ມ ແມ່ນເຮັດໜ້າທີ່ທີ່ສຳຄັນ ໃນການກະຈາຍຂໍ້ມູນຂ່າວສານ ເພື່ອໂຄສະນາວຽກງານຕ່າງໆ ໂດຍສະເພາະ ວຽກງານສາທາລະນະສຸກ ແລະ ການເປັນຢູ່ທີ່ດີຂອງໄວໜຸ່ມພ້ອມກັບຊຸມຊົນ.

ທ່ານ ໄຊມອນ ນາເຊີ ໄດ້ກ່າວຕື່ມວ່າ: “ຂ້າພະເຈົ້າຢາກໃຊ້ໂອກາດນີ້ເພື່ອກ່າວຂອບໃຈຢ່າງສຸດຊຶ້ງ ຕໍ່ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ການທ່ອງທ່ຽວ, ວິທະຍຸກະຈາຍສຽງແຫ່ງຊາດລາວ, ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງຫົວພັນ ພ້ອມທັງທີມງານທີ່ມາຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ; ການປະກອບ ສ່ວນຂອງທຸກທ່ານໃນມື້ນີ້ ແມ່ນມີຄວາມສຳຄັນຫຼາຍໃນການໂຄສະນາວຽກງານສື່ໄວໜຸ່ມແຫ່ງ ສປປ ລາວ” ນອກນັ້ນ ທ່ານຍັງໄດ້ເນັ້ນເຖິງ ຄວາມມຸ່ງຫມັ້ນ ຂອງ ອົງການຢູນີເຊັບ ທີ່ຍັງຈະສືບຕໍ່ຮ່ວມມື ແລະ ສະໜັບສະໜູນຢ່າງແໜ້ນແຟ້ນ ຕໍ່ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ວິທະຍຸກະຈາຍສຽງແຫ່ງຊາດລາວ ແລະ ພະແນກ ຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ຂອງທຸກໆແຂວງ ເພື່ອສົ່ງເສີມການມີສ່ວນຮ່ວມຂອງໄວໜຸ່ມ ໃນວຽກງານສື່ມວນຊົນ ເພື່ອປະກອບສ່ວນໃນການພັດທະນາເດັກ ແລະ ແມ່ຍິງ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version