Friday, October 18, 2024
Homeຂ່າວພາຍໃນເຊກອງ ເປີດຂະບວນການປູກຕົ້ນໄມ້ ແລະ ບວດຕົ້ນພໍ່ແມ່ພັນໄມ້ສັກ

ເຊກອງ ເປີດຂະບວນການປູກຕົ້ນໄມ້ ແລະ ບວດຕົ້ນພໍ່ແມ່ພັນໄມ້ສັກ

ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ 2024, ພະແນກກະສິກຳ ແລະປ່າໄມ້ແຂວງເຊກອງ ໄດ້ຈັດພິທີເປີດຂະບວນການປູກຕົ້ນໄມ້ ແລະ ບວດຕົ້ນພໍ່ແມ່ພັນໄມ້ສັກ ໃນວັນທີ 29 ພຶດສະພາ 2024 ນີ້, ທີ່ສວນແຫຼ່ງແກ່ນພັນໄມ້ສັກບ້ານປາກໂທນເມືອງລະມາມ ໂດຍມີທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ, ຄະນະນໍາຂັ້ນແຂວງ, ເມືອງລະມາມ, ພະເຖຣາ-ນຸເຖຣະ, ນັກຮຽນ-ນັກສຶກສາ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.

ທ່ານ ເສີມສີ ສຸລິຕະ ຫົວໜ້າພະແນກກະສິກຳ ແລະປ່າໄມ້ແຂວງ ກ່າວວ່າ: ສວນໄມ້ສັກບ້ານປາກໂທນ ເມືອງລະມາມ ແມ່ນທ່ານ ຄໍາຈັນ (ພະນັກງານປ່າໄມ້ຈາກສູນກາງ) ໄດ້ນໍາພາ ແລະ ປຸກລະດົມປະຊາຊົນເຂດໄກ້ຄຽງ ປູກໄມ້ສັກໃນສວນປູກແຫ່ງນີ້ໃນປີ 1960 ແລະ ຕົກມາຮອດປີ 1990 ພະແນກກະສິກໍາ ແລະ ປ່າໄມ້ແຂວງ (ຂະແໜງປ່າໄມ້) ໄດ້ສ້າງເປັນສະຖານີສວນກ້າເບ້ຍໄມ້ ໂດຍໄດ້ຮັບທຶນສະໜັບສະໜູນຈາກອົງການສີດາ (Sida). ປີ 2009 ສູນຄົ້ນຄວ້າກະສິກຳ ແລະ ປ່າໄມ້ ໄດ້ຄັດເລືອກຕົ້ນພໍ່ພັນ-ແມ່ພັນ ເພື່ອກໍານົດເປັນສວນແຫຼ່ງແກ່ນພັນໄມ້ສັກ ແນໃສ່ຕອບສະໜອງແກ່ນພັນໄມ້ໃນການຜະລິດເບ້ຍໄມ້ແຕ່ລະປີ. ປະຈຸບັນ ພາຍໃນສວນດັ່ງກ່າວ ມີໄມ້ສັກຫຼາຍກວ່າ 150 ຕົ້ນ ໃນນີ້, ວັດຮອບແຕ່ 120-360 ຊັງຕີແມັດ ຈໍານວນ 51 ຕົ້ນ, ວັດຮອບແຕ່ 60-100 ຊັງຕີແມັດ ຈໍານວນ 99 ຕົ້ນ ແລະ ໄດ້ກຳນົດເປັນຕົ້ນແມ່ພັນ 50 ຕົ້ນ.

ທ່ານ ບຸນສໍາ ສີສັກ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ ໃຫ້ຮູ້ວ່າ: ໃນປີ 2024 ແຂວງເຊກອງ ມີແຜນການເກັບແກ່ນໄມ້ໃຫ້ໄດ້ 1 ພັນກິໂລ, ຜະລິດເບ້ຍໄມ້ໃຫ້ໄດ້ 1,2 ລ້ານເບ້ຍ, ປູກໄມ້ ແລະ ຟື້ນຟູປ່າໄມ້ໃຫ້ໄດ້ 11.242 ເຮັກຕາ ໃນນີ້້, ປູກໄມ້ ແລະ ຟື້ນຟູປ່າໄມ້ເຂດປ່າປ້ອງກັນໃຫ້ໄດ້ 5.660 ເຮັກຕາ, ປູກໄມ້ ແລະ ຟື້ນຟູປ່າໄມ້ເຂດປ່າສະຫງວນ 1.338 ເຮັກຕາ, ປູກໄມ້ ແລະ ຟື້ນຟູປ່າໄມ້ເຂດປ່າຜະລິດ 4.200 ເຮັກຕາ ແລະ ປູກໄມ້ນອກ 3 ປະເພດປ່າ 44 ເຮັກຕາ. ສໍາລັບຕົ້ນໄມ້ທີ່ນໍາມາປູກຢູ່ສວນແຫຼ່ງແກ່ນພັນໄມ້ສັກບ້ານປາກໂທນ ໃນມື້ື້ນີ້ ມີທັງໝົດ 240 ຕົ້ນ ຊຶ່ງປະກອບມີໄມ້ດູ່ 15 ຕົ້ນ, ໄມ້ຍາງ 20 ຕົ້ນ, ໄມ້ແຕ້ຄ່າ 50 ຕົ້ນ, ໄມ້ແຄນ 50 ຕົ້ນ, ໄມ້ກາກະເລົາ 55 ຕົ້ນ ແລະ ໄມ້ມ່ວງ 50 ຕົ້ນ.

ໂອກາດນີ້, ທ່ານ ເຈົ້າແຂວງ ໄດ້ຮຽກຮ້ອງໃຫ້ການນໍາຂອງແຂວງ-ເມືອງ ໂດຍສະເພາະແມ່ນການນໍາເມືອງຕ້ອງໄດ້ຕິດຕາມ, ກວດກາ, ຊຸກຍູ້ຜູ້ປະກອບການ, ຄຸ້ມຄອງບັນດາຫົວໜ່ວຍລົງທຶນຂະໜາດໃຫຍ່ ກໍຄືປະຊາຊົນໃຫ້ມີການປະກອບສ່ວນໃນການປູກໄມ້ ແລະ ປົກປັກຮັກສາຟື້ນຟູປ່າໄມ້ທໍາມະຊາດໃຫ້ຍືືນຍົງ, ພ້ອມທັງວາງກົນໄກ ແລະ ມາດຕະການ, ປະຕິບັດຕໍ່ຜູ້ລະເມີດກົດໝາຍປ່າໄມ້ຢ່າງເຂັ້ມງວດ. ຈາກນັ້ນ ທ່ານເຈົ້າແຂວງ ກໍໄດ້ກ່າວເປີດຂະບວນການປູກຕົ້ນໄມ້ ແລະ ຮ່ວມພິທີບວດຕົ້ນພໍ່ແມ່ພັນໄມ້ສັກຕື່ມອີກ.

ຂ່າວ:ພຸດທະສອນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments