Friday, October 18, 2024
Homeຂ່າວພາຍໃນບໍ່ແກ້ວ ກຽມຫລາຍກິດຈະກຳສະຫລອງວັນເດັກສາກົນຕິດພັນກັບວັນປູກຕົ້ນໄມ້ແຫ່ງຊາດ

ບໍ່ແກ້ວ ກຽມຫລາຍກິດຈະກຳສະຫລອງວັນເດັກສາກົນຕິດພັນກັບວັນປູກຕົ້ນໄມ້ແຫ່ງຊາດ

ແຫລ່ງຂ່າວຈາກ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ຄະນະກໍາມະການ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ແຂວງບໍ່ແກ້ວ ຮ່ວມກັບບັນດາພະແນກການທີ່ກ່ຽວຂ້ອງ, ອົງການສາກົນ ພາຍໃນແຂວງ ກະກຽມຈັດຫລາຍກິດຈະກຳ ເພື່ອສະເຫລີມສະຫລອງວັນເດັກສາກົນ ໂດຍຕິດພັນກັບວັນປູກຕົ້ນໄມ້ແຫ່ງຊາດ ແລະ ຂະບວນການສະເຫລີມສະຫລອງສົນທິສັນຍາ ວ່າດ້ວຍສິດທິເດັກ ຄົບຮອບ 33 ປີ ເປັນຕົ້ນ ຈັດຕັ້ງນໍາພາເດັກນ້ອຍ, ອະນຸຊົນ, ເຍົາວະຊົນ ແລະ ນ້ອງນັກຮຽນ ໄປທັດສະນະສຶກສາ ທ່ຽວຊົມສະຖານທີ່ທາງປະຫວັດສາດ ຂອງແຂວງຈໍານວນໜຶ່ງ ເພື່ອປູກຈິດສໍານຶກໃຫ້ເດັກທີ່ເປັນອະນາຄົດຂອງຊາດ ໄດ້ຮັບຮູ້ມູນເຊື້ອປະຫວັດສາດຂອງບັນພະບູລຸດ ກໍຄືການນໍາພັກ-ລັດແຕ່ລະຮຸ່ນ ສືບທອດກັນມາຈົນຮອດທຸກມື້ນີ້.

ທ່ານ ຄໍາຜະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ ທັງເປັນຄະນະກໍາມະການ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ແຂວງບໍ່ແກ້ວ ໄດ້ໃຫ້ສຳພາດໃນວັນທີ 28 ພຶດສະພາ 2024 ວ່າ: ການສະເຫລີມສະຫລອງວັນເດັກນ້ອຍສາກົນ ຄົບຮອບ 99 ປີ (01 ມິຖຸນາ 1925-01 ມິຖຸນາ 2024) ທາງແຂວງບໍ່ແກ້ວ ຈະໄດ້ສ້າງຂະບວນການອອກແຮງງານ ຕາມສໍານັກງານອົງການ, ຖະໜົນຫົນທາງ, ແຄມທາງຫລວງ ໃນຂອບເຂດຄວາມຮັບຜິດຊອບ, ກໍານົດສະຖານທີ່ຈັດຕັ້ງຂະບວນການປູກຕົ້ນໄມ້ແຫ່ງຊາດ ຕິດພັນກັບການສະເຫລີມສະຫລອງວັນເດັກສາກົນ 1 ມິຖຸນາ 2024 ໃຫ້ມີບັນຍາກາດ ແລະ ເປັນຂະບວນການທີ່ຟົດຟື້ນໃນທົ່ວແຂວງ. ນອກຈາກນີ້, ຈະໄດ້ຈັດພິທີສະເຫລີມສະຫລອງວັນເດັກສາກົນ ຂຶ້ນໃນວັນທີ 31 ພຶດສະພາ 2024 ທີ່ຫໍວັດທະນະທໍາແຂວງ ພ້ອມທັງຈັດກິດຈະກໍາສັກຢາ, ຢອດຢາກັນພະຍາດ ໃຫ້ເດັກເກນອາຍຸ, ກິດຈະກໍາສະແດງສິລະປະວັນນະຄະດີ ຂອງນ້ອງນ້ອຍເຍົາວະຊົນ, ອະນຸຊົນ, ຈັດຕັ້ງການປາຖະກະຖາຫວນຄືນປະຫວັດຄວາມເປັນມາຂອງວັນເດັກສາກົນ ພ້ອມທັງຜ່ານສານນາຍົກ ລັດຖະມົນຕີເນື່ອງໃນໂອກາດ ວັນເດັກສາກົນພາຍໃຕ້ຄໍາຂວັນ “ສ້າງອານາຄົດທີ່ຍືນຍົງ ຄືການສ້າງຄວາມເຂັ້ມແຂງໃຫ້ເດັກ”.

ຂ່າວ: ຄໍາເພັງ ສີສະຫວ່າງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments