Sunday, September 8, 2024
Homeຂ່າວຕ່າງປະເທດງານຕະຫລາດນັດສະບຽງອາຫານ-ເຄື່ອງດື່ມແຖວໜ້າອາຊີ

ງານຕະຫລາດນັດສະບຽງອາຫານ-ເຄື່ອງດື່ມແຖວໜ້າອາຊີ

ວິທະຍຸກະຈາຍສຽງແຫ່ງຊາດຫວຽດນາມ ວັນທີ 28 ພຶດສະພາ ງານຕະຫລາດນັດ THAIFE– Anuga Asia 2024 ໄດ້ໄຂຂຶ້ນຢູ່ນະຄອນຫລວງບາງກອກ (ປະເທດໄທ). ນີ້ແມ່ນງານຕະຫລາດນັດແຖວໜ້າອາຊີໃນຂົງເຂດສະບຽງອາຫານ ແລະ ເຄື່ອງດື່ມ. ມີບໍລິສັດເຂົ້າຮ່ວມຫລາຍກວ່າ 3.200 ແຫ່ງ ທີ່ມາຈາກ 45 ປະເທດ ແລະ ເຂດແຄວ້ນ ໃນນັ້ນ, ສສ ຫວຽດນາມ ມີ 160 ແຫ່ງ. ຈາກນັ້ນ ທ່ານ ເລຫືວຝຸກ ທູດການຄ້າຫວຽດນາມປະຈຳໄທ ເປີດເຜີຍວ່າ: ໃນງານຕະຫລາດນັດຄັ້ງນີ້ບໍ່ພຽງແຕ່ວາງສະແດງ ແລະ ວາງຂາຍບັນດາຜະລິດຕະພັນການຄ້າເທົ່ານັ້ນຫາກຍັງແນະນຳບັນດາທ່າອ່ຽງປ່ຽນແປງໃໝ່ ກ່ຽວກັບ ຜະລິດຕະພັນສະບຽງອາຫານຢູ່ພາກພື້ນອາຊີ ແລະ ໃນໂລກອີກດ້ວຍ. ດັ່ງນັ້ນ, ການເຂົ້າຮ່ວມງານຕະຫລາດນັດ THAIFEX ຈະຊ່ວຍໃຫ້ວິສາຫະກິດຫວຽດນາມ ເພີ່ມຄວາມສາມາດຊອກຫາຄູ່ຮ່ວມມືດຳເນີນທຸລະກິດ ພ້ອມທັງກຳນົດໄດ້ບັນດາບຸລິມະສິດພັດທະນາຜະລິດຕະພັນໃນໄລຍະຈະມາເຖິງ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments