Sunday, September 8, 2024
Homeທ່ອງທ່ຽວແຫລ່ງທ່ອງທ່ຽວທຳມະຊາດນໍ້າຕົກຕາດສຽງລື ເມືອງບົວລະພາຈະເປີດໃຫ້ບໍລິການໃນກາງປີ 2024 ນີ້

ແຫລ່ງທ່ອງທ່ຽວທຳມະຊາດນໍ້າຕົກຕາດສຽງລື ເມືອງບົວລະພາຈະເປີດໃຫ້ບໍລິການໃນກາງປີ 2024 ນີ້

ແຫລ່ງທ່ອງທ່ຽວທຳມະຊາດ​ນໍ້າຕົກຕາດສຽງລື​ ເມືອງບົວລະ​ພາ​ແຂວງຄຳມ່ວນ​ ໄດ້ຮັບການສຳ​ປະທານ​ແລະ​ພັດທະນາ​ໂດຍກຸ່ມ​ບໍລິສັດ​ສາຍພູຫລວງ​ ໃນເນື້ອທ່ີ 33 ​ເຮັກຕາ,​ໃນມູນຄ່າການລົງທຶນ​ທັງໝົດ​ 12​ ລ້ານກວ່າໂດລາສະຫະ​ລັດ ​ແລະ​ ມີໄລຍະການສຳປະທານ​ 40​ ປີ​ ເຊິ່ງເປັນຮູບການລົງທຶນພາຍ​ໃນ​100%. ​ໂດຍໄດ້ເຊັນບົດບັນທຶກ​ຄວາມເຂົ້າໃຈ ​(MOU) ​ວ່າດ້ວຍ​ການສຶກສາ-ສຳຫລວດ​ ແລະ​ ພັດ​ ະນາ​ໃນປີ​ 2018​ ທາງບໍລິສັດ​ ກໍ່​ໄດ້ດຳເນີນການສຶກສາ-ສຳຫລວດ​ຄວາມເປັນໄປໄດ້ບັນດາໜ້າວຽກ​ຕ່າງໆໂດຍໄດ້ແບ່ງເປັນແຕ່ລະເຂດ​ໃນການພັດທະນາ​ແລະ​ແຕ່ລະໄລ​ຍະປະກອບມີ: ​ໄລຍະການປຸກສ້າງ​ສະຖານທີ່ຮອງຮັບ​ ແລະ​ ສູນບໍລິການ,​ ກ່ໍສ້າງສູນຂ້ໍມູນດ້ານການທ່ອງ​ທ່ຽວ,​ ການຕິດຕັ້ງອຸປະກອນ​ ແລະ​ ສິ່ງອຳນວຍຄວາມສະດວກໃນການ​ທ່ອງທ່ຽວ,​ ໄລຍະການດຳເນີນ​ການບໍລິການ​ແລະ​ການດຳເນີນກິດ​ຈະການອື່ນໆ ທີ່ຕິດພັນກັບການພັດທະນາສະຖານທີ່ທ່ອງທ່ຽວ​ແບບອະນຸລັກທຳມະຊາດໃນເຂດນໍ້າຕົກຕາດສຽງລື​ ແລະ​ ໄດ້ນຳສະເໜີຂໍອະນຸມັດຈາກບັນດາອົງການລັດທ່ີກ່ຽວຂ້ອງເພື່ອດຳເນີນກິດຈະການ. ເນື່ອງຈາກໄລຍະ​ 2​ ປີຜ່ານມາ​ ແມ່ນໄດ້ປະສົບບັນຫາການລະບາດ​ຂອງພະຍາດໂຄວິດ​ 19​ ເຮັດໃຫ້ທາງບໍລິສັດບໍ່ສາມາດດໍາເນີນກິດ​ຈະການໄດ້.​

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments