Sunday, September 8, 2024
Homeຂ່າວຕ່າງປະເທດWHO ປະຕິເສດຮ່າງມະຕິທີ່ພົວພັນກັບໄຕ້ຫວັນ ອີກເທື່ອໜຶ່ງ

WHO ປະຕິເສດຮ່າງມະຕິທີ່ພົວພັນກັບໄຕ້ຫວັນ ອີກເທື່ອໜຶ່ງ

ວິທະຍຸໂທລະພາບສູນກາງຈີນ CMG ໄດ້ລາຍງານວ່າ: ກອງປະຊຸມໃຫຍ່ ອົງການອະນາໄມໂລກ ຫລື WHO ຄັ້ງທີ 77 ໄດ້ຈັດຂຶ້ນຢູ່ນະຄອນເຊີແນວ ຂອງສະວິສ ໃນວັນທີ 27 ພຶດສະພານີ້ ໂດຍຕົກລົງວ່າ: ປະຕິເສດຈັດເອົາຮ່າງມະຕິ ທີ່ເອີ້ນວ່າ: “ເຊື້ອເຊີນໄຕ້ຫວັນ ເຂົ້າຮ່ວມກອງປະຊຸມໃຫຍ່ WHO ດ້ວຍຖານະຜູ້ສັງເກດການ” ທີ່ສະເໜີໂດຍບາງປະເທດ ເຂົ້າໃນວາລະກອງປະຊຸມ.

ທ່ານ ເສິນຊູ້ ຜູ້ຕາງໜ້າຖາວອນຂອງຈີນ ປະຈຳສຳນັກງານທີ່ເຊີແນວ ຂອງ ສປຊ ແລະ ອົງການຈັດຕັ້ງສາກົນອື່ນໆຢູ່ສະວິສ ໄດ້ປະກອບຄຳເຫັນໃນກອງປະຊຸມວ່າ: ກອງປະຊຸມໃຫຍ່ WHO ໄດ້ປະຕິເສດອັນທີ່ເອີ້ນວ່າ ຮ່າງມະຕິທີ່ພົວພັນກັບໄຕ້ຫວັນ ເປັນຫລາຍປີລຽນຕິດ. ໃນໄລຍະຜ່ານມາ, ປະເທດສ່ວນຫລາຍທີ່ສຸດຂອງໂລກ ໄດ້ກ່າວຢ້ຳວ່າ ຈະຍຶດໝັ້ນມະຕິເລກ 2758 ຂອງສະມັດຊາໃຫຍ່ ອົງການສະຫະປະຊາຊາດ, ຍຶດໝັ້ນສະໜັບສະໜູນຫລັກການປະເທດຈີນດຽວ ແລະ ຄັດຄ້ານບໍ່ໃຫ້ໄຕ້ຫວັນ ເຂົ້າຮ່ວມກອງປະຊຸມໃຫຍ່ WHO, ມີຮ້ອຍກວ່າປະເທດ ໄດ້ສົ່ງສານເຖິງຜູ້ອຳນວຍການໃຫຍ່ WHO ເພື່ອສະໜັບສະໜູນຫລັກໝັ້ນຂອງຈີນ ເຊິ່ງສະແດງໃຫ້ເຫັນຢ່າງເຕັມທີ່ວ່າ ຫລັກການປະເທດຈີນດຽວ ເປັນຄວາມຮັບຮູ້ທົ່ວໄປຂອງໂລກ, ການສ້າງກະແສຂ່າວກ່ຽວກັບບັນຫາໄຕ້ຫວັນ ໃນກອງປະຊຸມໃຫຍ່ WHO ແມ່ນບໍ່ຖືກໃຈຄົນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments