Sunday, September 8, 2024
Homeຂ່າວຕ່າງປະເທດWHO ຮຽກຮ້ອງໃຫ້ປະເທດຕ່າງໆລົງນາມໃນຂໍ້ຕົກລົງກ່ຽວກັບພະຍາດລະບາດ

WHO ຮຽກຮ້ອງໃຫ້ປະເທດຕ່າງໆລົງນາມໃນຂໍ້ຕົກລົງກ່ຽວກັບພະຍາດລະບາດ

ຂ່າວສານຫວຽດນາມລາຍງານວ່າ: ຫົວໜ້າອົງການອະນາໄມໂລກ (WHO) ໄດ້ຮຽກຮ້ອງໃຫ້ປະເທດຕ່າງໆ ເລັ່ງການເຈລະຈາ ແລະ ບັນລຸຂໍ້ຕົກລົງໃນການປ້ອງກັນ ແລະ ຮັບມືກັບພະຍາດລະບາດໃນຕໍ່ໜ້າ.

ຂ່າວລະບຸວ່າ: ກ່າວຄຳເຫັນໃນກອງປະຊຸມສະພາອະນາໄມໂລກ (WHA) ທີ່ນະຄອນເຈນີວາ ປະເທດສະວິດ ໃນວັນທີ 27 ພຶດສະພາ ຜ່ານມາ, ໂດຍມີການເຂົ້າຮ່ວມຂອງ 194 ປະເທດສະມາຊິກ WHO. ທ່ານ ທີໂດຣສ ອາດຮານອມ ເກເບຣເຢຊຸສ ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ ສະແດງຄວາມເຊື່ອໝັ້ນວ່າ ຂໍ້ຕົກລົງຈະໄດ້ຮັບການລົງນາມໃນໄວໆນີ້ ພາຍຫຼັງການເຈລະຈາທີ່ຍັງບໍ່ທັນບັນລຸໄດ້ຕາມກຳນົດເປັນເວລາ 2 ປີເຄິ່ງຂອງການເຈລະຈາ. ຂະບວນການເຈລະຈາປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງຍ້ອນຄວາມສັບສົນດ້ານເຕັກນິກ, ກົດໝາຍ ແລະ ດ້ານການເມືອງ, ນອກເໜືອຈາກການກຳນົດເວລາທີ່ເຄັ່ງຄັດ. ທ່ານເນັ້ນໜັກວ່າ: ເຖິງວ່າຍັງບໍ່ທັນບັນລຸຂໍ້ຕົກລົງດັ່ງກ່າວ, ແຕ່ບັນດາປະເທດລ້ວນແຕ່ໄດ້ສະແດງຄວາມເຫັນດີເຫັນພ້ອມ ແລະ ຄວາມຕັດສິນໃຈສ້າງຂໍ້ຕົກລົງກ່ຽວກັບການຮັບມືກັບພະຍາດລະບາດໃນອະນາຄົດ.

ຄາດວ່າໃນໄລຍະ 6 ວັນຂອງກອງປະຊຸມ (ຮອດວັນທີ 1 ມິຖຸນາ), ບັນດາຜູ້ເຂົ້າຮ່ວມກອງປະຊຸມຈະນຳສະ ເໜີໝາກຜົນຂອງການເຈລະຈາກ່ຽວກັບຂໍ້ຕົກລົງນີ້ໃຫ້ WHA, ນອກຈາກນີ້, ກອງປະຊຸມຍັງຈະປະເມີນສະພາບການ ແລະ ໃຫ້ທິດທາງໃນຂັ້ນຕໍ່ໄປ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments