Sunday, September 8, 2024
Homeຂ່າວໜ້າໜຶ່ງທ່ານ ທອງ​ລຸນ ສີ​ສຸ​ລິດ ຕ້ອນຮັບ ຮອງປະທານສະພາຜູ້ແທນປະຊາຊົນທົ່ວປະເທດຈີນ

ທ່ານ ທອງ​ລຸນ ສີ​ສຸ​ລິດ ຕ້ອນຮັບ ຮອງປະທານສະພາຜູ້ແທນປະຊາຊົນທົ່ວປະເທດຈີນ

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ສູຍເຄີລາຍທີ ຈາເຄີເອີ ຮອງປະທານສະພາຜູ້ແທນປະຊາຊົນທົ່ວປະເທດ ແຫ່ງ ສປ ຈີນ ພ້ອມດ້ວຍຄະນະໃນວັນທີ 27 ພຶດສະພານີ້ ທີ່ຫ້ອງວ່າການສູນກາງພັກ ໂອກາດທີ່ ທ່ານ ສູຍເຄີລາຍທີ ຈາເຄີເອີ ພ້ອມຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 24-28 ພຶດສະພາ 2024.

ໂອກາດນີ້, ທ່ານ ປະທານປະເທດ ໄດ້ສະແດງຄວາມດີໃຈ ແລະ ຍິນດີຕ້ອນຮັບ ພ້ອມທັງຕີລາຄາສູງຕໍ່ ທ່ານ ສູຍເຄີລາຍທີ ຈາເຄີເອີ ພ້ອມຄະນະ ຊຶ່ງທ່ານໄດ້ເຫັນວ່າ ການໄປມາຫາສູ່ ແລະ ການພົບປະແລກປ່ຽນຄວາມຄິດຄວາມເຫັນຮ່ວມກັນ ລະຫວ່າງການນໍາຂັ້ນຕ່າງໆຂອງ ສອງພັກ ລາວ-ຈີນ ໄດ້ເປັນມູນເຊື້ອປະເພນີ ແລະ ຖືເປັນກົນໄກການພົວພັນທີ່ດີຂອງພວກເຮົາ ຊຶ່ງໄດ້ມີບົດບາດສໍາຄັນໃນການແລກປ່ຽນທັດສະນະ ແລະ ບົດຮຽນຮ່ວມກັນ ເພື່ອຊຸກຍູ້ເສີມຂະຫຍາຍສາຍພົວພັນ ລະຫວ່າງສອງພັກ, ສອງລັດ, ສອງອົງການນິຕິບັນຍັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ໃຫ້ນັບມື້ມີປະສິດທິຜົນສູງຂຶ້ນ; ພ້ອມນີ້, ກໍໄດ້ຊົມເຊີຍຕໍ່ຜົນການພົບປະການນຳຂອງສະພາແຫ່ງຊາດລາວ ໂດຍໄດ້ລົງເລິກປຶກສາຫາລືແລກປ່ຽນ ກ່ຽວກັບການເສີມຂະຫຍາຍສາຍພົວພັນສອງຝ່າຍ ລະຫວ່າງ ສະພາແຫ່ງຊາດ ລາວ ແລະ ສະພາຜູ້ແທນປະຊາຊົນທົ່ວປະເທດຈີນ; ເຊື່ອໝັ້ນວ່າການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຈະເປັນໂອກາດດີ ໃນການແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບການພົວພັນຮ່ວມມື ລະຫວ່າງ ລາວ-ຈີນ ໃຫ້ສືບຕໍ່ກ້າວສູ່ລວງເລິກ ແລະ ມີໝາກມີຜົນຍິ່ງຂຶ້ນໃນຕໍ່ໜ້າ ເວົ້າລວມ, ເວົ້າສະເພາະແມ່ນລະຫວ່າງອົງການນິຕິບັນຍັດຂອງສອງປະເທດ ລາວ-ຈີນ, ຈີນ-ລາວ. ພ້ອມດຽວກັນນີ້, ທ່ານ ທອງລຸນ ສີສຸລິດ ຍັງໄດ້ຝາກຄວາມຢື້ຢາມຖາມຂ່າວໄປຍັງ ທ່ານ ສີ ຈິ້ນ ຜິງ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປ ຈີນ ແລະ ການນຳຂັ້ນສູງ ຂອງພັກ-ລັດຈີນ.

ທ່ານ ສູຍເຄີລາຍທີ ຈາເຄີເອີ ໄດ້ສະ​ແດງ​ຄວາມຂອບໃຈຕໍ່ ທ່ານ ທອງ​ລຸນ ສີ​ສຸ​ລິດ ທີ່ໄດ້ສະຫຼະເວລາອັນລໍ້າຄ່າຕ້ອນຮັບການເຂົ້າຢ້ຽມຂໍ່ານັບຄັ້ງນີ້; ພ້ອມ​ທັງ ໄດ້ນໍາເອົາຄໍາຢ້ຽມຢາມຖາມຂ່າວຈາກ ທ່ານ ສີ ຈິ້ນ ຜິງ ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ແຫ່ງ ສ​ປ ຈີນ ແລະ ທ່ານ ຈ້າວ ເລີ້ ຈີ້ ປະທານສະພາຜູ້ແທນປະຊາຊົນທົ່ວປະເທດ ແຫ່ງ ສປ ຈີນ ມາຍັງ ທ່ານ ທອງ​ລຸນ ສີ​ສຸ​ລິດ; ພ້ອມທັງໄດ້ລາຍງານກ່ຽວກັບການທີ່ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້ ລວມເຖິງຜົນຂອງການພົບປະກັບຮອງປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ໄດ້ມີຜົນສຳເລັດໃນການເປັນເອກະພາບກ່ຽວກັບທິດທາງ ແລະ ແຜນການຮ່ວມມືໃນຕໍ່ໜ້າ.

ທ່ານ ທອງລຸນ ສີສຸລິດ ຍັງໄດ້ກ່າວສະແດງຄວາມຫວັງວ່າ ໃນຕໍ່ໜ້າສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ຈະສືບຕໍ່ຮ່ວມມືກັບ ສະພາແຫ່ງຊາດລາວ ເພື່ອສືບຕໍ່ລົງເລິກການຈັດຕັ້ງຜັນຂະຫຍາຍ ແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາສັງຄົມນິຍົມ ລາວ-ຈີນ, ຈີນ-ລາວ ໄລຍະປີ 2024-2028 ໃຫ້ກ້າວເຂົ້າສູ່ລວງເລິກກວ່າເກົ່າ ໂດຍສະເພາະແມ່ນສອງອົງການນິຕິບັນຍັດ ໃຫ້ພ້ອມກັນຊຸກຍູ້ຕິດຕາມກວດກາ ຄວາມຄືບໜ້າຂອງບັນດາໂຄງການຮ່ວມມື ແລະ ການຊ່ວຍເຫຼືອຕ່າງໆ ທີ່ສອງລັດຖະບານໄດ້ຕົກລົງຮ່ວມກັນແລ້ວ; ສືບຕໍ່ຈັດຕັ້ງຜັນຂະຫຍາຍ ຂໍ້ຕົກລົງວ່າດ້ວຍການຮ່ວມມື ລະຫວ່າງ ສະພາແຫ່ງຊາດລາວ ແລະ ສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ທີ່ລົງນາມກັນໃນປີ 2023 ຜ່ານມາໃຫ້ເປັນຮູບປະທໍາ ແລະ ຕໍ່ເນື່ອງ; ໝູນໃຊ້ ທ່າແຮງບົ່ມຊ້ອນຂອງ ສອງຝ່າຍ ເພື່ອສ້າງເປັນໂຄງການຮ່ວມມືທີ່ເປັນຮູບປະທຳ, ນຳໃຊ້ເສັ້ນທາງລົດໄຟລາວ-ຈີນ ໃຫ້ເກີດປະໂຫຍດສູງສຸດ ໂດຍສະເພາະໃນການຊຸກຍູ້ການແລກປ່ຽນຮ່ວມມືດ້ານເສດຖະກິດ-ການຄ້າ, ການລົງທຶນ, ການແລກປ່ຽນວັດທະນາທໍາ ແລະ ການໄປມາຫາສູ່ກັນລະຫວ່າງປະຊາຊົນສອງ​ປະ​ເທດ.

ພ້ອມນີ້, ກໍໄດ້ຖືໂອກາດນີ້ຕາງໜ້າ ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຂອບໃຈ ແລະ ຮຸ້ບຸນຄຸນຢ່າງເລິກເຊິ່ງ ມາຍັງ ພັກ, ລັດຖະບານ, ສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ແລະ ປະຊາຊົນຈີນ ທີ່ໄດ້ໃຫ້ການສະໜັບສະໜູນອັນໃຫຍ່ຫຼວງ ແລະ ທັນການໃຫ້ແກ່ປະຊາຊົນລາວຕະຫຼອດມາ; ພ້ອມທັງ ອວຍພອນໃຫ້ ທ່ານ ສູຍເຄີລາຍທີ ຈາເຄີເອີ ພ້ອມຄະນະ ຈົ່ງມີພາລະນາໄມສົມບູນ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນມີກຽດຂອງຕົນ.

(ຂ່າວ-ພາບ: ສຸກສະຫວັນ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments