Sunday, September 8, 2024
Homeຂ່າວພາຍໃນວັນທີ 1 ມິຖຸນາ ແຂວງບໍລິຄໍາໄຊ ຈະປູກໄມ້ໃຫ້ໄດ້ 300 ກວ່າເຮັກຕາ

ວັນທີ 1 ມິຖຸນາ ແຂວງບໍລິຄໍາໄຊ ຈະປູກໄມ້ໃຫ້ໄດ້ 300 ກວ່າເຮັກຕາ

ເພື່ອຂໍ່ານັບຮັບຕ້ອນ ວັນປູກຕົ້ນໄມ້ແຫ່ງຊາດ ກໍຄື ວັນເດັກນ້ອຍສາກົນ 1/6 ປີ 2024 ໃຫ້ເປັນຂະບວນຟົດຟື້ນ, ຄືນຄວາມຂຽວໃຫ້ທໍາມະຊາດ ກໍຄື ສິ່ງແວດລ້ອມ. ໃນໂອກາດດັ່ງກ່າວ, ທ່ານ ພັດທະຈອນ ແກ້ວພຸດທະວົງ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງບໍລິຄໍາໄຊ ໄດ້ໃຫ້ສໍາພາດ ທາງໂທລະສັບ ໃນວັນທີ 27 ພຶດສະພາ ຜ່ານມານີ້ ວ່າ: ທົ່ວແຂວງບໍລິຄໍາໄຊ ຈະປູກຕົ້ນໃນເນື້ອທີ່ 300 ກວ່າເຮັກຕາ.

ແຜນເກັບແກ່ນໄມ້ 2.595 ກິໂລ ປະຕິບັດໄດ້ແລ້ວ 70.365 ກິໂລ, ການຜະລິດເບ້ຍໄມ້ 1.425.000 ເບ້ຍ ປະຕິບັດໄດ້ 3.715.644 ເບ້ຍ (ປະຕິບັດລື່ນຄາດໝາຍ), ເນື້ອທີ່ປູກ 4.834 ເຮັກຕາ ປັດຈຸບັນກໍາລັງດໍາເນີນການປູກ ຄາດວ່າຈະບັນລຸຕາມແຜນ. ພິທີປູກເປັນທາງການ 7 ເມືອງ 27 ເຮັກຕາ ແລະ ໂຄງການຕ່າງໆ 288 ເຮັກຕາ, ປູກທົດແທນໂຄງການເຄື່ອນໄຟຟ້ານໍ້າເທີນ 259 ເຮັກຕາ, ໂຄງການປົກປັກຮັກສາປ່າປ້ອງກັນ ນໍ້າຍວງຕອນໃຕ້ 2 ເຮັກຕາ, ໄມ້ທີ່ນໍາມາປູກ ມີ: ໄມ້ດູ່, ໄມ້ແຕ້ຂ່າ, ໄມ້ແຕ້ຮໍ, ໄມ້ຍາງ, ໄມ້ແຄນ, ໄມ້ເກດສະໜາ, ໄມ້ວິກ, ໄມ້ກະຖິນນາລົງ, ໄມ້ປະດັບ. ໃນປີ 2023 ທົ່ວແຂວງປູກໄດ້ 5.206 ເຮັກຕາ.

ໃນໂອກາດດັ່ງກ່າວ, ທ່ານ ພັດທະຈອນ ແກ້ວພຸດທະວົງ ຕາງໜ້າໃຫ້ການນໍາພັກ, ລັດ ພາຍໃນແຂວງ ເວົ້າລວມ, ເວົ້າສະເພາະຂະແໜງກະສິກໍາ ແລະ ປ່າໄມ້ຂອງແຂວງບໍລິຄໍາໄຊ ໄດ້ເຊີນຊວນມາຍັງບັນດາທ່ານ ການນໍາພັກ, ລັດ, ພະນັກງານ, ທະຫານ, ຕໍາຫຼວດ, ປະຊາຊົນບັນດາເຜົ່າ ຈົ່ງໄດ້ພ້ອມກັນປູກຕົ້ນໄມ້ ແລະ ປົກປັກຮັກສາປ່າໄມ້ ຕາມຄໍາຂວັນທີ່ວ່າ: “ປູກຕົ້ນໄມ້ໃນວັນນີ້ ເພື່ອລູກ ,ຫຼານ ໃນວັນ ໜ້າ”, “ຊ່ວຍກັນປູກຕົ້ນໄມ້ໃຫ້ເປັນປ່າ ເພື່ອເປັນສິນຄ້າ ແລະ ປົກປັກຮັກສາສິ່ງແວດລ້ອມ ຫຼຸດຜ່ອນການປ່ຽນແປງດິນຟ້າອາກາດ”, “ຊ່ວຍກັນປົກປັກຮັກສາປ່າໄມ້ໃຫ້ເປັນສີຂຽວ ແລະ ຍືນຍົງຕະຫຼອດໄປ”.

(ຂ່າວ-ພາບ: ແສງຈັນ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments