Sunday, September 8, 2024
Homeສຶກສານະຄອນໄກສອນພົມວິຫານ ມີນັກຮຽນສອບເສັງຈົບຊັ້ນ ປ.5 ສອງພັນກວ່າຄົນ

ນະຄອນໄກສອນພົມວິຫານ ມີນັກຮຽນສອບເສັງຈົບຊັ້ນ ປ.5 ສອງພັນກວ່າຄົນ

ພິທີສອບເສັງຈົບຊັ້ນປະຖົມ ປ.5 ປະຈຳສົກຮຽນ 2023-2024 ຂອງນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດໄດ້ຈັດຂຶ້ນໃນວັນທີ 27 ພຶດສະພານີ້ ທີ່ສູນສອບເສັງໂຮງຮຽນປະຖົມສຶກສາສົມບູນສາມັກຄີ ໂດຍການເຂົ້າຮ່ວມເປີດຫົວບົດສອບເສັງຂອງທ່ານ ວັນນາລີ ແກ້ວຫານາມ ຮອງເຈົ້ານະຄອນ, ມີທ່ານນາງ ພອນໄຊ ຊະນະວົງໄຊ ຫົວໜ້າຫ້ອງການສຶກສາທິການ ແລະ ກິລານະຄອນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ແຖວຄຳ ສຸກໂຂ ຫົວໜ້າໜ່ວຍງານການສຶກສາກ່ອນໄວຮຽນ ສາມັນສຶກສາ ແລະ ວິທະຍາສາດ ກ່າວວ່າ: ທົ່ວນະຄອນມີໂຮງຮຽນປະຖົມສຶກສາທັງໝົດ 73 ແຫ່ງ. ໃນນີ້ພາກລັດ 58 ແຫ່ງ, ເອກະຊົນ 15 ແຫ່ງ, ໂຮງ ຮຽນມູນລະປະຖົມ 2 ແຫ່ງ, ໂຮງຮຽນປະຖົມສຶກສາ 1 ແຫ່ງ, ມີນັກສອບເສັງຈົບຊັ້ນປະຖົມທັງໝົດ 2.195 ຄົນ, ຍິງ 1.071 ຄົນ, ມີ 16 ສູນສອບເສັງ, 117 ຫ້ອງ, ມີກຳມະການຍາມຫ້ອງ 234 ຄົນ, ສູນເຂດໃນມີ 10 ສູນສອບເສັງ, ສູນສອບເສັງເຂດນອກມີ 6 ສູນ, ການສອບເສັງມີ 4 ວິຊາຄື: ພາສາລາວ (ຫັດແຕ່ງ, ຂຽນທວາຍ ແລະ ຄຳຖາມ), ຄະນິດສາດ, ວິທະຍາສາດສິ່ງແວດລ້ອມ, ການສອບເສັງເລີ່ມແຕ່ວັນທີ 27-28 ພຶດສະພານີ້.

ຂ່າວ: ສະຫວັນນະເຂດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments