Sunday, September 8, 2024
Homeທ່ອງທ່ຽວລາວ-ຈີນ ຮ່ວມກັນສົ່ງເສີມວຽກງານທ່ອງທ່ຽວ

ລາວ-ຈີນ ຮ່ວມກັນສົ່ງເສີມວຽກງານທ່ອງທ່ຽວ

ທ່ານ ນາງ ດາລານີ ພົມມະວົງສາ, ຮອງລັດຖະມົນຕີກະຊວງ ຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໃຫ້ສໍາພາດຕໍ່ສື່ມວນຊົນ ເມື່ອບໍ່ດົນມານີ້ກ່ຽວກັບການຮ່ວມມືດ້ານການທ່ອງທ່ຽວລະຫວ່າງລາວ ແລະ ຈີນ. ທ່ານໄດ້ຍົກໃຫ້ເຫັນວ່າ: ໃນໂອກາດປີທ່ອງທ່ຽວລາວ 2024, ສປປ ລາວ ວາງຄາດໝາຍດຶງ ດູດນັກທ່ອງທ່ຽວຈີນໃຫ້ໄດ້ບໍ່ຫລຸດ 8 ແສນກວ່າຄົນ ໃນຈໍານວນຄາດໝາຍດຶງດູດນັກທ່ອງ ທ່ຽວຕ່າງປະເທດໃຫ້ໄດ້ທັງໝົດ 2,7 ລ້ານຄົນ. ໃນນີ້ ສະເພາະໄລຍະ 3 ເດືອນຕົ້ນປີນີ້ (ເດືອນມັງກອນ -ມີນາ) ມີນັກທ່ອງທ່ຽວຈີນເດີນທາງເຂົ້າມາທ່ອງທ່ຽວລາວ 242.139 ຄົນ, ຈັດຢູ່ອັນດັບທີ 3 ຂອງຈໍານວນນັກທ່ອງທ່ຽວຕ່າງປະເທດທີ່ເຂົ້າມາທ່ອງທ່ຽວລາວທັງໝົດ. ຂະນະທີ່ ປີ 2023 ຜ່ານມາ ມີນັກທ່ອງທ່ຽວຈີນເດີນທາງເຂົ້າ ມາທ່ອງທ່ຽວລາວທັງໝົດ 641.314 ຄົນ.

ເພື່ອບັນລຸຄາດໝາຍດຶງດູດນັກທ່ອງທ່ຽວຕ່າງປະເທດໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້, ຂະແໜງການທ່ອງທ່ຽວໄດ້ເຮັດ ວຽກຮ່ວມກັບທຸກຂະແໜງການທີ່ກ່ຽວ ຂ້ອງຄົ້ນຄວ້າບັນດານະໂຍບາຍແລ້ວສະເໜີຕໍ່ລັດຖະບານ ເພື່ອອໍານວຍຄວາມສະ ດວກໃຫ້ນັກທ່ອງທ່ຽວຕ່າງປະເທດ ເຊັ່ນ: ນະໂຍບາຍດ້ານວິຊ່າ, ການເຂົ້າ-ອອກເມືອງ, ເພີ່ມສາຍການບິນ, ການຄົມມະນາຄົມພາຍໃນປະເທດ, ອໍານວຍຄວາມສະດວກໃນການໃຊ້ຈ່າຍຜ່ານລະບົບທະນາຄານ ແລະ ອື່ນໆ, ຄຽງຄູ່ກັນນີ້ ໄດ້ເຮັດວຽກຮ່ວມ ກັບປະເທດເພື່ອນມິດໃນຂອບການຮ່ວມມືຕ່າງໆ ໂດຍສະເພາະໃນຂອບອາຊຽນ.

ຮອງລັດຖະມົນຕີກະຊວງ ຖວທ ໃຫ້ຮູ້ຕື່ມວ່າ: ເວົ້າສະເພາະກັບຈີນ, ນອກຈາກໄດ້ຮ່ວມມືກັນຫລາຍດ້ານໃນໄລຍະຜ່ານມາ, ລາວມີແຜນເຂົ້າຮ່ວມງານວາງສະແດງຜະລິດຕະພັນການທ່ອງ ທ່ຽວຢູ່ກຸ້ຍຫລິນ, ກວາງໂຈວ ແລະ ຄຸນໝິງ ເຊິ່ງຖືເປັນໂອ ກາດດີໃນການໂຄສະນາການທ່ອງທ່ຽວລາວສູ່ຕະຫລາດທ່ອງທ່ຽວຈີນ. ໃນໄລຍະຜ່ານມາ ລາວ-ຈີນ ໄດ້ຮ່ວມກັນຈັດກິດຈະກໍານໍານັກທ່ອງທ່ຽວຈີນມາທ່ອງທ່ຽວລາວແບບເປັນກຸ່ມໂດຍຜ່ານລົດໄຟລາວ-ຈີນຫລາຍຄັ້ງ, ຫລ້າສຸດໃນຕົ້ນເດືອນພຶດສະພານີ້ ມີນັກທ່ອງທ່ຽວຈາກເມືອງກຸ້ຍຢາງ, ແຂວງກຸ້ຍໂຈວ ເດີນທາງມາທ່ອງ ທ່ຽວລາວ. ນີ້ຖືເປັນກິດຈະກໍາທີ່ດີເພື່ອຊຸກຍູ້ສົ່ງເສີມປີທ່ອງ ທ່ຽວລາວ 2024 ແລະ ຄວນສືບຕໍ່ຈັດຕັ້ງປະຕິບັດໃນຕໍ່ໜ້າ ເພື່ອກະຕຸ້ນການເດີນທາງໄປ-ມາ ກໍຄື ການທ່ອງທ່ຽວຂອງປະຊາ ຊົນສອງປະເທດລາວ-ຈີນໃຫ້ນັບມື້ຫລາຍຂຶ້ນກວ່າເກົ່າ.

ຢ່າງໃດກໍຕາມ, ທ່ານໄດ້ເນັ້ນຢໍ້າວ່າ: ເພື່ອເຮັດໃຫ້ການຈັດກິດຈະກໍາດັ່ງກ່າວ ມີປະສິດທິຜົນກວ່າເກົ່າ, ຂະແໜງການກ່ຽວ ຂ້ອງຂອງສອງຝ່າຍ ລາວ ແລະ ຈີນ ຕ້ອງໄດ້ວາງແຜນຮ່ວມກັນ ເພື່ອເຮັດໃຫ້ນັກທ່ອງທ່ຽວຈີນທີ່ເດີນທາງມາທ່ອງທ່ຽວລາວ ໄດ້ທັງຄວາມປະທັບໃຈ ແລະ ປະສົບການທີ່ດີກັບບ້ານ, ມາທ່ອງ ທ່ຽວແລ້ວຢາກມາອີກ, ທັງຮັບປະກັນຜົນປະໂຫຍດຂອງ ທັງ ສອງຝ່າຍ. ນອກຈາກນີ້ ຝ່າຍລາວ ຈະຮ່ວມ ມືກັບຝ່າຍຈີນຈັດກອງປະຊຸມຮ່ວມກັນເພື່ອສ້າງໂອກາດໃຫ້ຫົວໜ່ວຍທຸລະກິດທ່ອງທ່ຽວຂອງສອງຝ່າຍໄດ້ພົບປະ, ແລກປ່ຽນບົດຮຽນ ແລະ ເຈລະຈາເຮັດສັນຍາດໍາເນີນທຸລະກິດຮ່ວມກັນ, ລວມເຖີງຕ້ອງໄດ້ຈັດກອງປະຊຸມຮ່ວມກັບ ບໍລິສັດ ລົດໄຟລາວ-ຈີນ ເພື່ອປັບປຸງສິ່ງອໍານວຍຄວາມສະດວກທີ່ກ່ຽວຂ້ອງກັບການບໍລິການລົດໄຟລາວ-ຈີນ ໃຫ້ດີຂຶ້ນກວ່າເກົ່າ.

#ຂ່າວອອນລາຍ#ວສລ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments