Sunday, September 8, 2024
Homeຂ່າວໜ້າໜຶ່ງຮອງລັດຖະມົນຕີກະຊວງສາທາລະນະສຸກ ລົງຊຸກຍູ້ຂະບວນການສັກວັກຊິນກັນໝາກແດງ ຢູ່ແຂວງໄຊສົມບູນ

ຮອງລັດຖະມົນຕີກະຊວງສາທາລະນະສຸກ ລົງຊຸກຍູ້ຂະບວນການສັກວັກຊິນກັນໝາກແດງ ຢູ່ແຂວງໄຊສົມບູນ

ແຫລ່ງຂ່າວຈາກ ແຂວງໄຊສົມບູນ ໃຫ້ຮູ້ວ່າ: ທ່ານ ດຣ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍຄະນະ ລົງຊຸກຍູ້ຂະບວນການສັກວັກຊິນກັນໝາກແດງໃຫຍ່ ແລະ ໝາກແດງນ້ອຍ ທີ່ບ້ານທົ່ງຄູນ ເມືອງອະນຸວົງ ແຂວງໄຊສົມບູນ ໃນວັນທີ 23 ພຶດສະພາ 2024 ໂດຍມີທ່ານ ເນັ່ງຢ່າງ ໃຈຫວັງໝັ້ນ ຫົວໜ້າພະແນກສາທາລະນະສຸກແຂວງໄຊສົມບູນ ພ້ອມດ້ວຍຄະນະແພດໝໍ, ອົງການຈັດຕັ້ງບ້ານ, ພໍ່ແມ່ຜູ້ປົກຄອງ ແລະ ເດັກນ້ອຍລຸ່ມ 5 ປີ ເຂົ້າຮ່ວມ.

ການລົງຊຸກຍູ້ວຽກງານໃນຄັ້ງນີ້ ກໍຍ້ອນເຫັນໄດ້ຄວາມໝາຍຄວາມສຳຄັນຂອງຂະບວນການສັກຢາກັນພະຍາດແຫ່ງຊາດ (ວສຊ) ໝາກແດງໃຫຍ່ ແລະ ໝາກແດງນ້ອຍ ຮອບພິເສດທົ່ວປະເທດ ໃນລະຫວ່າງ ວັນທີ 20-30 ພຶດສະພາ 2024 ໃຫ້ກັບເດັກນ້ອຍທີ່ມີອາຍຸ 9 ເດືອນຫາ 5 ປີ ເພື່ອສ້າງພູມຄຸ້ມກັນໃຫ້ກັບເດັກນ້ອຍ ແລະ ເພື່ອໃຫ້ສາມາດບັນລຸໄດ້ 95% ຂຶ້ນໄປໃນທົ່ວແຂວງກໍຄືທົ່ວປະເທດ. ພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ ເປັນພະຍາດຕິດເຊື້ອທີ່ເກີດຈາກໄວຣັສ ທີ່ມີອັດຕາການແຜ່ເຊື້ອສູງ ແລະ ບໍ່ທັນມີຢາ ຫລື ການປິ່ນປົວສະເພາະທາງ, ແຕ່ສາມາດປ້ອງກັນໄດ້ດ້ວຍການສັກວັກຊິນໃຫ້ຄົບຕາມຈຳນວນ ຊຶ່ງພະຍາດດັ່ງກ່າວເປັນອີກສາເຫດໜຶ່ງທີ່ເຮັດໃຫ້ເກີດການເຈັບປ່ວຍ ແລະ ມີອັດຕາການເສຍຊີວິດໃນເດັກສູງ.

ເຖິງແມ່ນວ່າຈະເປັນພະຍາດທີ່ສາມາດປ້ອງກັນໄດ້ດ້ວຍວັກຊິນກໍຕາມແຕ່ໃນຊຸມປີຜ່ານມາ ອັດຕາປົກຄຸມການສັກວັກຊິນໝາກແດງໃນຫລາຍພື້ນທີ່ໄດ້ຫລຸດລົງ ຈຶ່ງເຮັດໃຫ້ກໍລະນີຕິດເຊື້ອ ແລະ ເສຍຊີວິດເພີ່ມຂຶ້ນເປັນຈຳນວນຫລາຍ ໂດຍສະເພາະໃນປະເທດທີ່ກຳລັງພັດທະນາ ແລະ ເພື່ອເປັນການປ້ອງກັນການແຜ່ລະບາດຂອງພະຍາດດັ່ງກ່າວ ຈຶ່ງມີຄວາມຈຳເປັນຕ້ອງຊັກວັກຊິນຢ່າງເປັນຂະບວນ ໃນນີ້ ສປປ ລາວ ແມ່ນ 1 ໃນ 3 ປະເທດ ທີ່ມີແຜນການຈັດຕັ້ງປະຕິບັດ ວສຊ ໃນປີ 2024 ນີ້ ຊຶ່ງໄດ້ເລີ່ມຕັ້ງແຕ່ວັນທີ 20-30 ພຶດສະພາ 2024 ໃນທົ່ວປະເທດ ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ, ສຸກສາລາ ແລະ ຈຸດບໍລິການເພີ່ມເຕີມທີ່ແຂວງກຳນົດໄວ້ ໂດຍບໍ່ເສຍຄ່າ. ທັງນີ້ກໍເພື່ອເປັນການຊຸກຍູ້, ຊ່ວຍເຫລືອ ແລະ ອຳນວຍຄວາມສະດວກດ້ານຕ່າງໆ ໃຫ້ຂະບວນການສັກຢາວັກຊິນໝາກແດງໃຫຍ່ ແລະ ໝາກແດງນ້ອຍ ດຳເນີນການຈັດຕັ້ງປະຕິບັດດ້ວຍຄວາມຄຶກຄື້ນ ມີຄວາມໝາຍຄວາມສຳຄັນ ແລະ ໃຫ້ສາມາດບັນລຸໄດ້ 95% ຂຶ້ນໄປ ທົ່ວແຂວງໄຊສົມບູນ.

ໂອກາດນີ້ ທ່ານ ຮອງລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍຄະນະ ຍັງໄດ້ລົງພົບປະ, ຍ້ຽມຢາມພະນັກງານພາຍໃນພະແນກສາທາະລະນະສຸກ ແລະ ໂຮງໝໍແຂວງໄຊສົມບູນຕື່ມອີກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments