Sunday, September 8, 2024
Homeຂ່າວໜ້າໜຶ່ງກອງປະຊຸມເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະຫຍາຍເອກະສານສໍາຄັນຂອງພັກ ແລະ ສະຫຼຸບ ການສ້າງພັກ

ກອງປະຊຸມເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະຫຍາຍເອກະສານສໍາຄັນຂອງພັກ ແລະ ສະຫຼຸບ ການສ້າງພັກ

ກອງປະຊຸມເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະຫຍາຍເອກະສານສໍາຄັນຂອງພັກ ແລະ ສະຫຼຸບການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ປະຈໍາປີ 2023 ແລະ ທິດທາງການເຄື່ອນໄຫວ 2024 ຂອງອົງຄະນະພັກ ສະພາແຫ່ງຊາດ, ຈັດຂຶ້ນໃນວັນທີ 23 ພຶດສະພານີ້ ທີ່ສະພາແຫ່ງຊາດ, ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຜູ້ຮັກສາການແທນເລຂາຄະນະບໍລິຫານງານພັກສະພາແຫ່ງຊາດ ຜູ້ຮັກສາການແທນປະທານຄະນະປະຈໍາສະພາແຫ່ງຊາດ, ມີບັນດາຄະນະພັກ, ຫົວໜ້າກົມ-ຮອງກົມ, ສະມາຊິກພັກ ເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງ ເພື່ອສ້າງຄວາມຮັບຮູ້, ເຂົ້າໃຈ ແລະ ກຳແໜ້ນຈິດໃຈຊີ້ນໍາ ຂອງຂັ້ນເທິງ ພ້ອມທັງຜັນຂະຫຍາຍອອກເປັນ ແຜນງານ, ນະໂຍບາຍອັນລະອຽດ ກ່ຽວກັບວຽກງານການເງິນ, ເງິນຕາ ກໍຄືການສ້າງເສດຖະກິດເອກະລາດ ເປັນເຈົ້າຕົ້ນເອງຕາມແນວຄິດຊີ້ນໍາ ຂອງ ສະຫາຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ; ເພື່ອຈັດຕັ້ງຜັນຂະຫຍາຍທິດທາງການສືບຕໍ່ສ້າງເສດຖະກິດຕະຫຼາດ ຕາມທິດສັງຄົມນິຍົມ, ພັດທະນາເສດຖະກິດ ເປັນເຈົ້າຕົນເອງ, ເພິ່ງພາຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ; ເພື່ອສະຫຼຸບຕີລາການສ້າງພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2023 ແລະ ທິດທາງແຜນການ ເຄື່ອນໄຫວ ປີ2024 ຂອງອົງຄະນະພັກສະພາແຫ່ງຊາດ.

ເນື້ອໃນທີ່ນໍາເຂົ້າຜ່ານໃນກອງປະຊຸມມີ: 1. ບົດໂອ້ລົມຂອງສະຫາຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ຕໍ່ກອງປະຊຸມສະຫຼຸບວຽກງານການເງິນທົ່ວປະເທດ ປະຈຳປີ2023 ແລະ ທິດທາງ ປີ 2024; 2. ມະຕິ ຂອງກົມການເມືອງສູນກາງພັກ ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່; 3.​ ມະຕິຮັບຮອງການຈັດປະເພດໜ່ວຍພັກ, ສະມາຊິກພັກ ແລະ ຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2023.

ໃນພິທີ, ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ກ່າວວ່າ: ກອງປະຊຸມມື້ນີ້, ແມ່ນໄດ້ຮັບຟັງການເຜີຍແຜ່ ເນື້ອໃນບົດໂອ້ລົມຂອງສະຫາຍ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ຕໍ່ກອງປະຊຸມສະຫຼຸບວຽກງານການເງິນທົ່ວປະເທດ ປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024 ຊຶ່ງໄດ້ເປັນຂໍ້ມູນສໍາຄັນໃຫ້ແກ່ການອອກເປັນ ມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່ ຊຶ່ງເປັນເອກະສານທີ່ມີຄວາມສໍາຄັນ ແລະ ເປັນບ່ອນອີງໃນການນໍາໄປຜັນຂະຫຍາຍ ເຂົ້າໃນການເຄື່ອນໄຫວປະຕິບັດພາລະບົດບາດ ຂອງສະພາແຫ່ງຊາດ ຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ, ກົດໝາຍໃຫ້ໄດ້ຮັບຜົນສໍາເລັດດີຂຶ້ນກວ່າເກົ່າ, ນໍາເອົາຜົນປະໂຫຍດມາສູ່ປະເທດຊາດ ກໍຄື ປະຊາຊົນບັນດາເຜົ່າ.

ກອງປະຊຸມ, ຍັງໄດ້ມີການສະຫຼຸບຕີລາຄາ ການຈັດຕັ້ງຂະບວນການສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2023, ຊຶ່ງບັນດາໜ່ວຍພັກຮາກຖານຂຶ້ນກັບຄະນະພັກຮາກຖານ, ບັນດາໜ່ວຍພັກຂຶ້ນກັບຄະນະບໍລິຫານງານພັກສະພາແຫ່ງຊາດສ່ວນໃຫຍ່ສືບຕໍ່ໄດ້ຮັບໃບຢັ້ງຢືນເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຊຶ່ງເປັນການສະແດງເຖິງຄວາມບາກບັ່ນພະຍາຍາມ ຂອງຄະນະໜ່ວຍພັກຮາກຖານ ໃນການປະຕິບັດໜ້າທີ່ການ ເມືອງຂອງຕົນ ກໍຄືການປະກອບສ່ວນຢ່າງຫ້າວຫັນຂອງພະນັກງານ-ສະມາຊິກໃນທົ່ວອົງຄະນະພັກຂອງສະພາແຫ່ງຊາດ ເຖິງວ່າຍັງມີໜ່ວຍພັກຮາກຖານຈຳນວນໜຶ່ງບໍ່ທັນໄດ້ຮັບນາມມະຍົດເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ແຕ່ກໍໄດ້ເປັນໜ່ວຍພັກແຂງ ຊຶ່ງຈະເປັນເປົ້າໝາຍສູ້ຊົນໃນປີຕໍ່ໄປ ແລະ ຈະໄດ້ມີການປັບປຸງພາຍໃນຂອງຕົນອີກ ເປັນຕົ້ນ: ແບບແຜນວິທີເຮັດວຽກ, ຄວາມສາມັກຄີເປັນປຶກແຜ່ນພາຍໃນໜ່ວຍພັກ, ການປະຕິບັດໜ້າທີ່ວຽກງານ ແລະ ຄວາມຮັບຜິດຊອບຂອງສະມາຊິກພັກໃນໜ່ວຍພັກຮາກຖານດັ່ງກ່າວ.

ທ່ານ ນາງ ສູນທອນ ໄຊຍະຈັກ ຍັງກ່າວຕື່ມວ່າ: ໂອກາດທີ່ເປັນປະທານກອງປະຊຸມ ຊຶ່ງມີບາງຄໍາເຫັນ ຄື: ຕ້ອງເອົາໃຈໃສ່ ຂະບວນການສ້າງພັກປອດໃສ ເຂັ້ມແຂງ ໜັກແໜ້ນ ເປັນວຽກທີ່ຈະຕ້ອງໄດ້ສືບຕໍ່ເອົາໃຈໃສ່ຂອງບັນດາຮາກຖານພັກທີ່ຂຶ້ນກັບຄະນະບໍລິຫານງານພັກສະພາແຫ່ງຊາດ ເພື່ອສືບຕໍ່ປະຕິບັດມະຕິ ຂອງກອງປະຊຸມໃຫຍ່ຄັ້ງທີ່ IV ຂອງອົງຄະນະພັກ, ຕິດພັນກັບການປະຕິບັດ 5 ແຜນງານ, 29 ໂຄງການ ທີ່ກອງປະຊຸມໃຫຍ່ໄດ້ຮັບຮອງເອົານັ້ນ ໃຫ້ປະກົດຜົນເປັນຈິງ; ໃຫ້ເອົາໃຈໃສ່ວຽກງານປະສານງານພາຍໃນຄະນະໜ່ວຍພັກຮາກຖານ ກໍຄືການປະສານງານຂອງຄະນະຊ່ວຍວຽກພັກ ຂອງຄະນະພັກສະພາແຫ່ງຊາດ ໃນການຈໍລະຈອນເອກະ ສານ, ການຮັກສາຄວາມລັບຂອງເອກະສານ ເພື່ອບໍ່ໃຫ້ມີຊ່ອງວ່າງຂອງພວກບໍ່ດີສວຍໃຊ້ ຫຼື ສ້າງໃຫ້ບໍ່ມີຄວາມສະຫງົບໃນຖັນແຖວສະມາຊິກພັກ ກ້າວໄປເຖິງຂາດຄວາມສາມັກຄີ, ຂັດແຍ່ງພາຍໃນ; ເປັນເຈົ້າການໃນການນຳພາ-ຊີ້ນຳ ບັນດາໜ່ວຍພັກຮາກຖານ ເຮັດສຳເລັດໜ້າທີ່ການເມືອງຂອງຕົນ ຊຶ່ງ ໃນປີ 2024 ນີ້ ພວກເຮົາຈະເປັນເຈົ້າພາບກອງປະຊຸມໄອປາ ຄັ້ງທີ 45, ພ້ອມກັນປຸ້ມລຸມກັນເປັນເຈົ້າພາບທີ່ດີ ສະເພາະໜ້ານີ້ ແມ່ນການກະກຽມໃຫ້ແກ່ການດຳເນີນກອງປະຊຸມສະໄໝສາມັນເທື່ອທີ່ 7 ຂອງສະພາແຫ່ງຊາດ ຊຸດທີ IX ໃຫ້ໄດ້ຮັບຜົນສໍາເລັດເປັນຢ່າງດີ.

(ຂ່າວ: ແສງຈັນ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments