Sunday, September 8, 2024
Homeຂ່າວຕ່າງປະເທດສປຈີນ ອະນຸມັດໂຄງການລົງທຶນຊັບສິນຖາວອນດ້ວຍມູນຄ່າ 3,2 ແສນລ້ານຢວນ

ສປຈີນ ອະນຸມັດໂຄງການລົງທຶນຊັບສິນຖາວອນດ້ວຍມູນຄ່າ 3,2 ແສນລ້ານຢວນ

ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ວັນທີ 21 ພຶດສະພາ, ທ່ານ ຫລີເຊົາ ໂຄສົກ ຄະນະ ກຳມະການ ພັດທະນາ ແລະ ປະຕິຮູບ ແຫ່ງຊາດຈີນ ໄດ້ອະນຸມັດ ໂຄງການ ລົງທຶນ ຊັບສິນ ຖາວອນ ລວມມີ 50 ໂຄງການ ດ້ວຍມູນຄ່າ 3,2 ແສນລ້ານຢວນ, ໃນໄລຍະ 4 ເດືອນທຳອິດ (ເດືອນມັງກອນ-ເດືອນເມສາ) ຂອງປີນີ້. ໂດຍໂຄງການ ດັ່ງກ່າວນີ້ ຢູ່ໃນອຸດສາຫະກຳ ເຕັກໂນໂລຊີ ຂັ້ນສູງ ແລະ ການອະນຸລັກນໍ້າ ເປັນສ່ວນໃຫຍ່. ໂດຍສະເພາະ ໃນເດືອນເມສາ ຜ່ານມາ ຄະນະກຳ ມະການ ໄດ້ອະນຸມັດ ໂຄງການ ການລົງທຶນ ຊັບສິນຖາວອນ 20 ໂຄງການ ມູນຄ່າລວມ 1,15 ແສນລ້ານຢວນ.

ໃນຂະນະທີ່ ການລົງທຶນ ຊັບສິນ ຖາວອນ ຂອງ ປະເທດ ໃນລະຫວ່າງ ເດືອນມັງກອນ-ເດືອນເມສາ ໄດ້ຂະຫຍາຍຕົວ 4,2% ເມືອ່ທຽບໃສ່ ປີຕໍ່ປີ ກວມເອົາ 14,34 ພັນຕື້ຢວນ, ໂດຍໄດ້ຮັບ ແຮງຊຸກຍູ້ ຈາກ ນະໂຍບາຍ ຂອງລັດຖະບານ ທີ່ ອອກແບບມາ ເພື່ອຂະຫຍາຍ ການລົງທຶນ ໃຫ້ໄດ້ຮັບ ປະສິດທິພາບອື່ນໆ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments