Sunday, September 8, 2024
Homeຂ່າວຕ່າງປະເທດຖ້ຽວບິນເອສຄີວ 321 ລົງຈອດສຸກເສີນ ມີຜູ້ໂດຍສານເສຍຊີວິດ-ບາດເຈັບຫລາຍກວ່າ 30 ຄົນ

ຖ້ຽວບິນເອສຄີວ 321 ລົງຈອດສຸກເສີນ ມີຜູ້ໂດຍສານເສຍຊີວິດ-ບາດເຈັບຫລາຍກວ່າ 30 ຄົນ

ຕາມຂ່າວຈາກ ເອເອຟພີ ເມື່ອບໍ່ດົນມານີ້ ເກີດເຫດການເຮືອບິນ ເອສຄີວ 321 ຂອງສິງກະໂປ ແອລາຍເສັ້ນທາງລອນດອນ-ສິງກະໂປ ມີການສົ່ງ ສັນຍານ“squawk code 7700” ຕ້ອງເຮັດການປ່ຽນເສັ້ນທາງສຸກເສີນມາລົງສະໜາມບິນສຸວັນນະພູມ.

ຫລັງຈາກຕົກຂຸມອາກາດ ແລະ ຕ້ອງລົງຈອດສຸກເສີນຢູ່ສະໜາມບິນ ແຫ່ງນີ້ໃນເບື້ອງຕົ້ນມີລາຍງານວ່າ: ມີຜູ້ເສຍຊີວິດ ຢ່າງໜ້ອຍ 1 ຄົນ ແລະ ບາດເຈັບອີກ 30ຄົນ ເນື່ອງຈາກ ເກີດຄວາມວຸ້ນວາຍ ຜູ້ໂດຍສານບາງຄົນ ຖືກແຮງສົ່ງ ຈົນຕົວລອຍຂຶ້ນ ຕຳເພດານ ຫ້ອງຜູ້ໂດຍສານ ແລະ ສ້າງຄວາມຕົກໃຈ ຢ່າງຮຸນແຮງ ຈົນເກີດ ການສູນເສຍ ແລະ ບາດເຈັບ ໃນຄັ້ງນີ້.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments