Sunday, September 8, 2024
Homeຂ່າວໜ້າໜຶ່ງລັດຖະບານ ປະດັບຫຼຽນໄຊມິດຕະພາບ ໃຫ້ແກ່ ກົງສູນກິດຕິມະສັກ ຂອງ ສປປ ລາວ ປະຈຳປະເທດ ລີບັງ

ລັດຖະບານ ປະດັບຫຼຽນໄຊມິດຕະພາບ ໃຫ້ແກ່ ກົງສູນກິດຕິມະສັກ ຂອງ ສປປ ລາວ ປະຈຳປະເທດ ລີບັງ

ໃນຕອນເຊົ້າວັນທີ 21 ພຶດສະພານີ້ ທີ່ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ການຕ້ອນຮັບ ແລະ ຕາງໜ້າລັດຖະບານລາວ ປະດັບຫຼຽນໄຊມິດຕະພາບ ໃຫ້ແກ່ ທ່ານ ຊັກ ຢູເຊັບ ໂຮກາແຢມ (Mr. Jacques YOUSESEF HOKAYEM) ກົງສູນກິດຕິມະສັກ ຂອງ ສປປ ລາວ ປະຈຳ ລີບັງ ເພື່ອເປັນການຍ້ອງຍໍ ຊົມເຊີຍ ແລະ ສັນລະເສີນ ຕໍ່ຜົນງານໃນການປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືລະຫວ່າງ ສປປ ລາວ ແລະ ລີບັງ ໃນໂອກາດທີ່ໄດ້ເດີນທາງມາເຄື່ອນໄຫວ ແລະ ຢ້ຽມຢາມ ສປປ ລາວ.

ໃນໂອກາດດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນງານ ຂອງ ທ່ານ ຊັກ ຢູເຊັບ ໂຮກາແຢມ ທີ່ມີຄວາມເອົາໃຈໃສ່ ບຸກບືນ, ເສຍສະຫຼະ ໃນການປະຕິບັດໜ້າທີ່ເປັນກົງສຸນກິດຕິມະສັກແຫ່ງ ສປປ ລາວ ໃນໄລຍະເວລາ 15 ປີ ຜ່ານມາ ໂດຍບໍ່ຫວັງຜົນຕອບແທນໃດໆຊຶ່ງໄດ້ອຸທິດເຫື່ອແຮງຂອງຕົນ ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນວຽກງານກົງສຸນ, ການປະກອບ ສ່ວນຂົນຂວາຍດຶງດູດນັກລົງທຶນ ແລະ ໂຄສະນາໃຫ້ນັກທ່ອງທ່ຽວ ຈາກປະເທດລີບັງ ເຂົ້າມາທ່ອງທ່ຽວ ແລະ ລົງທຶນຢູ່ ສປປ ລາວ. ນອກນັ້ນ, ຍັງໄດ້ໃຫ້ການຊ່ວຍເຫຼືອ ປະກອບສ່ວນທຶນຮອນ ແລະ ອຳນວຍຄວາມສະດວກໃຫ້ແຫ່ ຄະນະຜູ້ແທນລາວ ທີ່ ໄປປະຕິບັດພາລະກິດ ຢູ່ ປະເທດລີບັງ.

ໃນຂະນະດຽວກັນ, ທ່ານ ກົງສູນກິດຕິມະສັກ ໄດ້ສະແດງຄວາມພາກພູມໃຈ ແລະ ຂອບໃຈຢ່າງສູງມາຍັງທ່ານຮອງນາຍົກລັດຖະມົນຕີ ທີ່ໄດ້ຕາງໜ້າລັດຖະບານ ສປປ ລາວ ປະດັບຫຼຽນໄຊມິດຕະພາບ ອັນຊົງກຽດນີ້. ພ້ອມດຽວກັນ, ທ່ານ ກົງສຸນກິດຕິມະສັກ ຢືນຢັນທີ່ຈະສືບຕໍ່ເອົາໃຈໃສ່ ເຮັດໜ້າທີ່ເປັນກົງສຸນກິດຕິມະສັກ ເພື່ອເສີມຂະຫຍາຍການພົວພັນຮ່ວມມືທາງເສດຖະກິດ, ການທ່ອງທ່ຽວ ແລະ ວັດທະນະທຳ ເພື່ອຊຸກຍູ້ ສົ່ງເສີມ ສາຍພົວພັນມິດຕະພາບຂອງສອງປະເທດ ລະຫວ່າງ ສປປ ລາວ ແລະ ລີບັງ ໃຫ້ນັບມື້ນັບຂະຫຍາຍຕົວຍິ່ງຂຶ້ນ.

(ຂ່າວ: ກຕທ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments