Sunday, September 8, 2024
Homeຂ່າວພາຍໃນສີລະປະ-ວັດທະນະທຳ ຮ່ວມສາຍສຳພັນມິດຕະພາບ ລາວ-ຣັດເຊຍ

ສີລະປະ-ວັດທະນະທຳ ຮ່ວມສາຍສຳພັນມິດຕະພາບ ລາວ-ຣັດເຊຍ

ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຮ່ວມກັບ ສະຖານທູດ ຣັດເຊຍ ປະຈຳລາວ ແລະ ສູນວິທະຍາສາດ ແລະ ວັດທະນະທຳ ຣັດເຊຍ ປະຈຳລາວ ຈັດການສະແດງດົນຕີ ຈາກນັກ ສິນລະປີນທີ່ມີຊື່ສຽງ ນະຄອນຊານປີເຕີສະເບີກ ແຫ່ງສະຫະພັນ ຣັດເຊຍ ທີ່ຫໍວັດທະນະທຳແຫ່ງຊາດ ນະ ຄອນຫຼວງວຽງຈັນ ໃນຄ່ຳຄືນວັນທີ 22 ພຶດສະພາ 2024 ໂດຍມີທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ທ່ານ ວະລາດີມີຣ ອານນາຕໍແຢບວິສ ກາລີນິນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງສະຫະພັນຣັດເຊຍ ປະຈຳລາວ ທ່ານ ອາເລັກຊານເດິ ວາຊີແຢບວິສ ຣາຊະກົບ ຫົວໜ້າສູນວິທະຍາສາດ ແລະ ວັດທະນະທຳ ຣັດເຊຍ ປະຈຳລາວ ທ່ານນາງ ບົວໄຂ ເພັງພະຈັນ ຫົວໜ້າກົມສີລະປະ-ວັດທະນະທໍາ ກະຊວງ ຖວທ ພ້ອມດ້ວຍແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ທ່ານ ອາເລັກຊານເດິ ວາຊີແຢບວິສ ຣາຊະກົບ ກ່າວວ່າ: ຄ່ຳຄືນນີ້ມີຄວາມໝາຍສໍາຄັນຍິ່ງໃນຂົງເຂດວຽກງານວັດທະນະທໍາຂອງລາວ-ຣັດເຊຍ ໄດ້ມີການສະແດງສີລະປະຂອງເຮືອນດົນຕີແຫ່ງເມຶອງຊານ-ປິເຕີສະເບີກ ເຊິ່ງບໍ່ພຽງແຕ່ມີຊື່ສຽງໃນປະເທດຣັດເຊຍເທົ່ານັ້ນ ແຕ່ຍັງມີຊື່ສຽງໄປທົ່ວໂລກ ງານຄັ້ງນີ້ຈະມີການສະແດງທີ່ເປັນຜົນງານຂອງນັກແຕ່ງດົນຕີທີ່ມີຊື່ສຽງຈາກຣັດເຊຍ ແລະ ລາວ ເພື່ອເສີມສ້າງການຮ່ວມມື ສາຍສຳພັນມິດຕະພາບ ລະຫວ່າງສອງປະເທດ ລາວ-ຣັດເຊຍ ທີ່ມີມາແຕ່ດົນນານ ໃຫ້ນັບມື້ເພີ່ມ ພູນຄູນສ້າງ ພັດທະນາຢ່າງຕໍ່ເນື່ອງ.

ໄປພ້ອມກັນນີ້ ໃນປີຜ່ານມາ ພາສາຣັດເຊຍ ໄດ້ກັບຄືນສູ່ລະບົບການສຶກສາ ຂອງໂຮງຮຽນໃນປະເທດລາວເປັນຄັ້ງທຳອິດ ພາຍຫຼັງຫ່າງໄປຫຼາຍປີ ປັດຈຸບັນ ພາສາຣັດເຊຍມີການສິດສອນໃນໂຮງຮຽນມັດທະຍົມສຶກສາຢູ່ 2 ແຫ່ງ ໃນນະຄອນຫຼວງວຽງຈັນ ແລະ ເຊື່ອໝັ້ນວ່າຈຳນວນໂຮງຮຽນທີ່ສອນພາສາຣັດເຊຍຈະເພີ່ມຂຶ້ນໃນແຕ່ລະປີ ບໍ່ພຽງແຕ່ຢູ່ໃນນະຄອນຫຼວງເທົ່ານັ້ນ ແຕ່ຍັງຈະສືບຕໍ່ຂະຫຍາຍອອກໄປ ໃນຂອບເຂດ ທົ່ວປະເທດ ການພົວພັນດ້ານວັດທະນະທຳລະຫວ່າງສອງປະເທດໄດ້ຮັບການພັດທະນາຢ່າງຕັ້ງໜ້າ.

ໂອກາດນີ້ຂໍສະແດງຄວາມຂອບໃຈເປັນພິເສດ ມາຍັງກະຊວງ ຖວທ ທີ່ໄດ້ໃຫ້ການສະໜັບສະໜູນ ຊ່ວຍເຫຼືອໃນການຈັດງານຄັ້ງນີ້ ງານສະແດງດົນຕີຄັ້ງນີ້ ຈະເປັນກິດຈະກໍາໜຶ່ງທີ່ມີຄວາມໝາຍສຳຄັນໃນການຮ່ວມມື ຂອງສອງປະເທດ ລາວ-ຣັດເຊຍ ໃນຂົງເຂດວັດທະນະທຳຕື່ມອີກ.

#ວຽງຈັນທຸລະກິດສັງຄົມ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments