Sunday, September 8, 2024
HomeUncategorizedທະນາຄານແຫ່ງ ສປປ ລາວ ຈັດກອງປະຊຸມລະດົມຄວາມຄິດ ເພື່ອແກ້ໄຂບັນຫາສະພາບເສດຖະກິດຂອງຊາດ

ທະນາຄານແຫ່ງ ສປປ ລາວ ຈັດກອງປະຊຸມລະດົມຄວາມຄິດ ເພື່ອແກ້ໄຂບັນຫາສະພາບເສດຖະກິດຂອງຊາດ

ຕອນເຊົ້າວັນທີ 22 ພຶດສະພາ 2024 ທະນາຄານແຫ່ງ ສປປ ລາວ ໄດ້ຈັດກອງປະຊຸມສົນທະນາ ໃນຫົວຂໍ້:“ເງິນເຟີ້: ສະພາບ ແລະ ມາດຕະການແກ້ໄຂ” ພາຍໃຕ້ການເປັນປະທານຂອງທ່ານ ບຸນເຫລືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ຫລື ທຫລ ໂດຍມີ ທ່ານ ນາງ ວັດທະນາ ດາລາລອຍ, ຮອງຜູ້ວ່າການ ທຫລ , ພ້ອມດ້ວຍຜູ້ຕາງໜ້າຈາກບັນດາກົມພາຍໃນ ທຫລ, ກະຊວງ, ທະນາຄານທຸລະກິດ, ອົງການຈັດຕັ້ງສາກົນ ແລະ ພາກສ່ວນກ່ຽວຂ້ອງ 34ພາກສ່ວນເຂົ້າຮ່ວມ.

ໂອກາດນີ້,ທ່ານ ບຸນເຫລືອ ສິນໄຊວໍຣະວົງ ຜູ້ວ່າການທະນາ ຄານ ແຫ່ງ ສປປ ລາວ ກ່າວວ່າ: ເງິນເຟີ້ເປັນບັນຫາທີ່ສົ່ງຜົນກະທົບຕໍ່ເສດຖະກິດ ແລະ ສັງຄົມທົ່ວໂລກ ໃນຊ່ວງຫຼາຍປີຜ່ານມາ ຊຶ່ງເຮົາໄດ້ເຫັນອັດຕາເງິນເຟີ້ທີ່ເພີ່ມສູງຂຶ້ນແບບກ້າວກະໂດດໃນຫຼາຍປະເທດເຮັດໃຫ້ບັນດາປະເທດທີ່ພັດທະນາແລ້ວ ດໍາເນີນນະໂຍບາຍເງິນຕາແບບຮັດກຸມ ໂດຍກໍານົດອັດຕາດອກເບ້ຍນະໂຍບາຍໃນລະດັບສູງ ແລະ ຮັກສາໄວ້ດົນນານ. ສະເພາະຢູ່ ສປປ ລາວ ໃນໄລຍະ 2-3 ປີຜ່ານມາ ອັດຕາເງິນເຟີ້ໄດ້ເພີ່ມຂຶ້ນສູງສຸດໃນລະດັບ 41,26% (ເດືອນກຸມພາ 2023), ເຖິງແມ່ນວ່າຈະມີທ່າອ່ຽງຫຼຸດລົງ ແຕ່ກໍຍັງຢູ່ໃນລະດັບສອງຕົວເລກຄື 24,92% ໃນເດືອນເມສາ2024.ສະພາບດັ່ງກ່າວຄາດວ່າຈະແກ່ຍາວໄປຕື່ມຈົນຮອດທ້າຍປີ 2024 ຊຶ່ງຈະເຮັດໃຫ້ເຮົາບໍ່ສາມາດບັນລຸເປົ້າໝາຍອັດຕາເງິນເຟີ້ໃນລະດັບໜຶ່ງຕົວເລກໄດ້.

ນອກຈາກນີ້, ຈາກການທີ່ ທຫລ ໄດ້ເຮັດວຽກຮ່ວມກັບຄະນະປະເມີນສະພາບເສດຖະກິດຂອງຄະນະ Article IV ຂອງກອງທຶນສາກົນໃນອາທິດທີ່ຜ່ານມາ ລວມທັງອົງການຈັດຕັ້ງສາກົນອື່ນຄາດຄະເນ ກໍໄດ້ຍົກໃຫ້ເຫັນໄປໃນທິດທາງດຽວກັນ.

ສະນັ້ນ, ທະນາຄານແຫ່ງ ສປປ ລາວ ໃນນາມເປັນເສນາທິການໃຫ້ແກ່ລັດຖະບານ ໃນການຮັກສາສະຖຽນລະພາບດ້ານເງິນຕາແຫ່ງຊາດໃຫ້ໝັ້ນທ່ຽງ ກໍຄືການຮັກສາ ແລະ ຄຸ້ມຄອງອັດຕາເງິນເຟີ້ ບໍ່ໃຫ້ກະທົບຕໍ່ການດໍາລົງຊິວິດຂອງປະຊາຊົນ ຈຶ່ງມີຈຸດ ປະສົງຈັດກອງປະຊຸມສົນທະນາ ໃນຫົວຂໍ້ “ເງິນເຟີ້: ສະພາບ ແລະ ມາດຕະການແກ້ໄຂ” (ໃນຮູບແບບ Panel Discussion)ຂຶ້ນ ເພື່ອເປີດເວທີສົນທະນາປຶກສາຫາລື ແລກປ່ຽນຄໍາຄິດຄໍາເຫັນຕໍ່ສາເຫດ ແລະ ມາດຕະການແກ້ໄຂຈາກທັງພາກລັດ, ນັກຄົ້ນຄວ້າ, ອົງການຈັດຕັ້ງສາກົນ ແລະ ຈາກບັນດາທ່ານຜູ້ເຂົ້າຮ່ວມຈາກອົງກອນຕ່າງໆ ໂດຍສະເພາະອົງກອນທີ່ເຮັດໜ້າທີ່ເປັນສື່ ສານມວນຊົນ.

ທ່ານ ບຸນເຫລືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ໄດ້ຮຽກ ຮ້ອງໃຫ້ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ຈົ່ງຊ່ວຍແລກປ່ຽນ ແລະ ປະກອບຄໍາຄິດຄໍາເຫັນເຊິ່ງກັນ ແລະ ກັນ ຢ່າງກົງໄປກົງມາ ເພື່ອເຮັດໃຫ້ແຕ່ລະບັນຫາທີ່ຍົກຂຶ້ນມາປຶກສາ ຫາລືກັນນັ້ນ ມີວິທີທາງອອກທີ່ເໝາະສົມ ແລະ ສາມາດນໍາເອົາໄປຈັດຕັ້ງປະຕິບັດໃຫ້ເກີດໝາກຜົນຕົວຈິງ ໂດຍສະເພາະແມ່ນສ້າງຄວາມເຂົ້າໃຈຢ່າງຖືກຕ້ອງໃຫ້ແກ່ສັງຄົມ, ມາດຕະການຂອງພາກລັດທີ່ອອກມາແກ້ໄຂ ແລະ ທິດທາງໃນຕໍ່ໜ້າ ເພື່ອຮ່ວມແຮງຮ່ວມໃຈກັນແກ້ໄຂບັນຫາດ້ານເສດຖະກິດຂອງຊາດທີ່ພວມປະສົບຢູ່ໃນປະຈຸບັນ.

ຈາກນັ້ນກອງປະຊຸມໄດ້ຈັດເວທີສົນທະນາ ໂດຍຍົກໃຫ່້ເຫັນບັນຫາ, ສາເຫດການເກີດສະພາບໄພເງິນເຟີ້ຂອງສາກົນ ແລະພາຍໃນ ສປປ ລາວ, ສະພາບແວດລ້ອມ ແລະວິທີການແກ້ໄຂ ໂດຍມີທ່ານນາງ ສຸພາພອນ ສວນນະວົງ ຄະນະບໍລິຫານງານສະພາການຄ້າ ແລະອຸດສາຫະກໍາແຫ່ງຊາດລາວ, ທ່ານສຸລິສັກ ທໍານຸວົງ ຫົວໜ້າກົມນະໂຍບາຍເງິນຕາ ທະນາຄານແຫ່ງ ສປປ ລາວ, ທ່ານສັນຕິສຸກ ພູນສະຫວັດ ຫົວໜ້າກົມການຄ້າພາຍໃນ ກະຊວງອຸດສາຫະກໍາແລະການຄ້າ, ທ່ານພູເພັດ ກ້ຽວພິລາວົງ ຮອງອະທິບໍດີ ມະຫາວິທະຍາໄລແຫ່ງຊາດ, ທ່ານພົມສະຫວັນ ພົມກອງ ຫົວໜ້າຫ້ອງການ ການເງິນສາກົນປະຈໍາ ສປປ ລາວ, ແລະທ່ານສຸລິນທອນ ເລືອງຄໍາສິງ ນັກເສດຖະສາດອາວຸໂສຂອງທະນາຄານພັດທະນາອາຊີ ປະຈໍາ ສປປ ລາວ ເຂົ້າຮ່ວມ ໂດຍຜູ້ແທນກອງປະຊຸມ ໄດ້ປະກອບຄໍາເຫັນ ແລະ ຊອກວິທີທາງແກ້ໄຂສະພາບເສດຖະກິດຂອງຊາດຮ່ວມກັນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments